ເພື່ອນເຈົ້າສາວໃນພິທີແຕ່ງດອງຂອງເພື່ອນມິດແກ້ວມະນີ

(GMT+08:00) 2013-03-14 16:39:19     cri

 


ການ​ແຕ່ງດອງ​ແມ່ນ​ເລື່ອງ​​ໃຫຍ່​ໃນ​ຊີວິດ​ຂອງ​ຄົນ​ເຮົາ. ງານ​ດອງ​ແບບ​ຈີນ​ດັ້ງ​ເດີມ​ລຽບ​ງ່າຍ​ແຕ່​ຟົດ​ຟື້ນ​ຄຶກຄື້ນ,​ເຕັມ​ໄປ​ດ້ວຍ​ບັນຍາກາດທີ່​ເປັນ​ສິລິ​ມຸງຄຸນ​ທັງ​ມີ​ພິທີ​ຄົບ​ຖ້ວນ; ​ແຕ່​ວ່າ​ໃນ​ຍຸກ​ປັດຈຸບັນ, ​ໂດຍ​ສະ​ເພາະ​ໃນ​ຕົວ​​ເມືອງ​ແມ່ນ​ຫາ​ເບິ່ງ​ແລ້ວ.

ຄານ​ຫາມ​ແມ່ນ​​ເນື້ອ​ໃນ​ໃຈກາງ​ອັນ​ໜຶ່ງ​ຂອງ​ງານ​ດອງ​ດັ້ງ​ເດີມ. ​ໃນ​ເວລາ​ຈັດ​ພິທີ, ​ເຈົ້າສາວ​ຕ້ອງ​ນັ່ງ​ຢູ່​ໃນ​ຄານ​ຫາມ​ຈາກ​ເຮືອນ​ແມ່​ຖືກ​ຫາມ​ໄປ​ສູ່​ເຮືອນ​ເຈົ້າບ່າວ. ຄານ​ຫາມ​ນີ້​ສ່ວນ​ຫຼາຍ​ແມ່ນ 4 ຄົນ​ຫຼື 8 ຄົນ​ຫາມ, ທັງ​​ແບ່ງ​ເປັນ"ຄານ​ຫາມ​ມັງກອນ"​ແລະ​"ຄານ​ຫາມ​ຫົງ". ນອກຈາກ​ຄົນ​ຫາມ​ແລ້ວ, ຍັງ​ມີ​ຜູ້​ຕິດຕາມ​​ເປົ່າ​ແຄນ, ຕີ​ຄ້ອງ, ຖື​ຄັນ​ຮົ່ມ​ແລະ​ວີ​ເປັນຕົ້ນ, ໜ່ວຍ​ຄານ​ຫາມ​ຢ່າງ​ໜ້ອຍ​ມີ 10 ກວ່າ​ຄົນຫລືຫຼາຍ​ສິບ​ຄົນ, ສະ​ຫງ່າ​ຜ່າ​ເຜີຍ​ທີ່​ສຸດ. ​ໃນ​ງານ​ດອງ​ແບບ​ຈີນ​ດັ້ງ​ເດີມ, ​ເຈົ້າສາວ​ຕ້ອງປົກ​ຜ້າ​ແດງ, ​ໂດຍ​ມີ​ເພື່ອນ​ເຈົ້າສາວ​ຕິດຕາມ, ​ໃຫ້​ເຈົ້າບ່າວ​ຈູງ​ດ້ວຍ​ຜ້າ​ໄໝ​ສີ​ແດງ​ແລະ​ຄ່ອຍ​ຍ່າງ​ຂຶ້ນຄານ​ຫາມ. ​ໃນ​ກາງ​ທາງ​ໄປ​ເຮືອນ​ເຈົ້າບ່າວ, ຜູ້​ຫາມ​​ເຮັດ​ໃຫ້​ຄານ​ຫາມ​ໂງກ​​ໄປເງກມາ​ແຮງໆ​ແມ່ນ​ບັນຍາກາດ​ຄຶກຄື້ນ​ທີ່​ຂາດ​ບໍ່​ໄດ້. ຜູ້​ຫາມ​ເຮັດ​ໃຫ້​ຄານ​ຫາມ​ໂງກ​ເງກ​ໄປ​ທາງ​ຊ້າຍ​ທາງ​ຂວາ, ​ເຈົ້າສາວ​ຢູ່​ໃນ​ຄານ​ຫາມ​ກໍ​ໂງກ​ເງກທາງ​ຊ້າຍ​ທາງ​ຂວາ. ບາງ​ເທື່ອ ​ເຈົ້າບ່າວ​ຈົນຕ້ອງ​ເຂົ້າ​ແທນ​ເຈົ້າສາວ​ຫຼື​ຢູ່​ຮ່ວມ​ກັບ​ເຈົ້າສາວ​ຂໍ​ໃຫ້​ຜູ້​ຫາມ​ທັງຫຼາຍ​ຢຸດ​ເຊົາ, ສ່ວນ​ໃນ​ເວລາ​ນັ້ນ ຄົນ​ທັງຫຼາຍ​ຈະ​ຫົວຢ່າງ​ມ່ວນ​ຊື່ນ, ທີ່​ຈິງ​ແລ້ວກໍແມ່ນພຽງ​ແຕ່​ເພື່ອ​ເພີ່ມ​ບັນຍາກາດ​ສິລິ​ມຸງຄຸນ​ໃຫ້​ງານຊື່ໆ.


ໄຫວ້ຟ້າດິນ


 ເຈົ້າສາວໃນສະໄຫມບູຮານຈີນ

1 2