ພາກສ່ວນສຳຄັນທີ່ສຸດຂອງງານດອງແບບຈີນດັ້ງເດີມກໍແມ່ນພິທີໄຫວ້ຟ້າດິນ. ເຈົ້າບ່າວເຈົ້າສາວຍ່າງໄປໜ້າໂຕະຟ້າດິນເຊິ່ງມີເຄື່ອງຜອງເຂົ້າວາງໄວ້ເຕັມໂຕະ, ຢູ່ອ້ອມແອ້ມເຄື່ອງຜອງເຂົ້າໄດ້ຂຽນຕົວໜັງສືທີ່ວ່າ"ຄຳແລະຫຍົກເຕັມເຄື່ອງຜອງເຂົ້າ", ແລ້ວໃຊ້ເຈ້ຍແດງປິດເຄື່ອງຜອງເຂົ້າ. ຢູ່ໃນ 4 ແຈຂອງເຄື່ອງຜອງເຂົ້າໃສ່ເງິນຫຼຽນໜ້ອຍໜຶ່ງເພື່ອໃຫ້ຍາດພີ່ນ້ອງແລະເພື່ອນມິດຈົກເອົາເພື່ອຢາກໄດ້ຄວາມສິລິມຸງຄຸນພາຍຫຼັງໄຫວ້ຟ້າດິນແລ້ວ. ຢູ່ໃຈກາງຂອງເຄື່ອງຜອງເຂົ້າຕ້ອງປັກກິ່ງຕົ້ນແປກກິ່ງໜຶ່ງທີ່ແຂວນເງິນໃສ່ເອີ້ນວ່າ"ຕົ້ນສັ່ນເງິນ"(ສັ່ນຕົ້ນໄມ້ຈະມີເງິນຕົກລົງມາ). ຢູ່ຂ້າງເຄື່ອງຜອງເຂົ້າຈະມີຊິງ,ແວ່ນແຍງ,ເຄື່ອງຕ່ຳຜ້າ, ຕະກຽງຫຼືທຽນໄຂ. ເຈົ້າບ່າວຢືນຢູ່ຂວາ, ເຈົ້າສາວຢູ່ຊ້າຍ, ຢືນຢູ່ໜ້າໂຕະຟ້າດິນ, ຜູ້ທຳພິທີຮ້ອງດ້ວຍສຽງດັງວ່າ:"ໜຶ່ງເຄົາລົບຟ້າດິນ,ສອງເຄົາລົບພໍ່ແມ່,ສາມຜົວເມຍເຄົາລົບກັນ". ຖ້າເວົ້າຕາມປະເພນີບູຮານແລ້ວ, ຍິງຊາຍມີແຕ່ໄຫວ້ຟ້າດິນແລ້ວຈຶ່ງຖືວ່າເປັນຜົວເມຍກັນຢ່າງຖືກຕ້ອງໄດ້, ສະນັ້ນ ຈຶ່ງໃຫ້ຄວາມສຳຄັນທີ່ສຸດຕໍ່ພິທີໄຫວ້ຟ້າດິນ. ຍັງມີປະເພນີທີ່ມ່ວນຊື່ນໜຶ່ງອີກຄືຖ້າເຈົ້າບ່າວບໍ່ສາມາດໄຫວ້ຟ້າດິນຍ້ອນສາເຫດໃດໜຶ່ງໃນມື້ແຕ່ງງານ, ກໍໃຫ້ເອື້ອຍຫຼືນ້ອງສາວອຸ້ມໄກ່ຜູ້ມາເຮັດພິທີແທນ.

ຄານຫາມສົມລົດ
ຫຼັງຈາກນັ່ງຄານຫາມແລະໄຫວ້ຟ້າດິນແລ້ວ, ຕໍ່ມາກໍຕ້ອງເຂົ້າຫ້ອງນອນ. ຫຼັງຈາກເຂົ້າຫ້ອງນອນແລ້ວ, ຕາມປະເພນີ, ຍາດພີ່ນ້ອງແລະເພື່ອນມິດຂອງເຈົ້າບ່າວເຈົ້າສາວຈະເຂົ້າໄປເຕົ້າໂຮມກັນຢູ່ໃນຫ້ອງນອນແລະເວົ້າຢອກໃຍເຈົ້າບ່າວເຈົ້າສາວ,ບາງທີເຖິງຂັ້ນເວົ້າຢອກແຮງໆກໍມີ, ແຕ່ເຈົ້າບ່າວເຈົ້າສາວກໍຈະບໍ່ໃຈຮ້າຍ, ມີແຕ່ຊອກຫາຄຳເວົ້າແກ້ເພື່ອໃຫ້ຍາດພີ່ນ້ອງແລະເພື່ອນມິດໄດ້ມ່ວນຊື່ນຄຶກຄື້ນ.

ຄານຫາມສົມລົດ

ເຈົ້າສາວໃນສະໄຫມບູຮານຈີນ

ໄຫວ້ຟ້າດິນ
1 2