ກ່ຽວ​ກັບ​ງານ​ປະ​ກວດ:

 

ງານປະກວດວີດີໂອສັ້ນລາວ-ຈີນ ທີ່ຈັດຂຶ້ນໂດຍສູນອາຊີ-ອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ເລີ່ມຂຶ້ນໃນວັນທີ 1 ກຸມພາ 2021 ນີ້ ໂດຍໄດ້ເປີດໂຕເຄື່ອງໝາຍ, ໂປສເຕີ ແລະວີດີໂອໂຄສະນາໃນມື້ດຽວກັນ. ງານປະກວດຄັ້ງນີ້ມີຫົວຂໍ້ວ່າ “ຄຽງຂ້າງກັນ”, ໄດ້ສຸມໃສ່ເລື່ອງລາວທີ່ມີຄວາມອົບອຸ່ນທີ່ເກີດຂຶ້ນໃນຮອບ 60 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ກັບ ສປ ຈີນ.

ງານປະກວດຄັ້ງນີ້ຈະຮັບປະກວດຜົນງານວີດີໂອ 5 ປະເພດໃນສັງຄົມລາວ ແລະຈີນ ຄື: ຮູບເງົາເລື່ອງສັ້ນ, Vlog, ການໂຄສະນາເພື່ອສາທາລະນະປະໂຫຍດ, MV ເພງມິດຕະພາບລາວ-ຈີນ ແລະຄຼິບສັ້ນທີ່ຖ່າຍດ້ວຍໂທລະສັບມືຖື. ຜູ້ເຂົ້າຮ່ວມການປະກວດຕ້ອງສົ່ງຜົນງານ ວີດີໂອ ຂອງຕົນໃຫ້ແກ່ຄະນະຈັດງານກ່ອນວັນທີ 28 ມີນາ 2021. ກຳມະການຂອງສອງປະເທດລາວ-ຈີນຈະຮ່ວມກັນປະກວດ ແລະຄັດເລືອກເອົາຜູ້ທີ່ໄດ້ຮັບລາງວັນຕ່າງໆ, ສ່ວນຜົນການປະກວດຈະເປີດເຜີຍໃນເດືອນເມສາ 2021.

 

 

ເງື່ອນໄຂການສ້າງຜົນງານ

 

ງານ​ປະ​ກວດ​ວີ​ດີ​ໂອ​ສັ້ນລາວ-ຈີນ ແມ່ນ​ຈັດ​ຂຶ້ນໂດຍ​ສູນ​ອາ​ຊີ​-ອາ​ຟ​ຣິ​ກາ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ(CMG) ແລະ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ລ​າວ ເພື່ອເພີ່ມ​ພູມ​​ມິດ​ຕະ​ພາບລາວ-ຈີນ, ສົ່ງ​ເສີມພະ​ລັງ​ບວກ​ໃນ​ສັງ​ຄົມ ແລະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ອັນ​ຈິງ​ໃຈ​ໃນ​ສັງ​ຄົມ​ມະ​ນຸດ.

  1.ຜູ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ຕ້ອງ​ເຊັນ​ໜັງ​ສື​ຮັບ​ປະ​ກັນ​ວ່າ ຜົນ​ງານ​ທີ່​ນຳ​ມາ​ເຂົ້າ​ຮ່ວມ​ການ​ປະ​ກວດ​ນັ້ນ​ແມ່ນ​ຜົນ​ງານ​ຂອງ​ຕົນ​ເອງແທ້​ທີ່​ສ້າງ​ຂຶ້ນ​ດ້ວຍ​ຕົນ​ເອງ, ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທັງ​ໝົ​ດ​ຕໍ່​ຜົນ​ງານ​ທີ່​ນຳ​ມາ​, ຫ້າມ​ບໍ່​ໃຫ້​ແມ່ນ​ຜົນ​ງານ​ທີ່ລັກ​ລອກ​ແບບ​ຜົນ​ງານ​ຄົນ​ອື່ນ ເຊິ່ງ​ບຸກ​ຄົນ ຫຼື​ທິມ​ງານ​​ໃດ​ໜຶ່ງ​ສາ​ມາດ​ນຳ​ມາ​ຫຼາຍ​ຜົນ​ງານ​ເຂົ້າ​ຮ່ວມ​ການ​ປະ​ກວດ​ໃນ​ຫຼາຍ​ລາຍ​ການໄດ້.

 

  2. ຜົນງານທີ່ນໍາເຂົ້າ​ປະ​ກ​ວດຫ້າມບໍ່ໃຫ້ມີຂໍ້ຄວາມ, ຄຳເວົ້າ, ສຽງດົນຕຼີ, ຄຳບັນຍາຍ, ສາກຫຼັງ, ສາກປະກອບໆ ແລະ​ອື່​ນໆ ທີ່ຜິດກັບກົດໝາຍແຫ່ງ ສປປ ລາວ ແລະ ສ​ປ ຈີນ; ຫ້າມບໍ່ໃຫ້ ມີເນື້ອຫາລາມົກ-ອານາຈານ, ຄວາມຮຸນແຮງ, ສິ່ງເສບຕິດ, ການພະນັນທີ່ເປັນເນື້ອຫາບໍ່ສ້າງສັນ ແລະ ຫ້າມບໍ່ໃຫ້ມີເນື້ອຫາ​ທີ່ຈຳ​ແນກເຊື້ອຊາດ, ຊົນເຜົ່າ, ສາສະໜາ ແລະ ສັງຄົມເປັນຕົ້ນ.

3.ຜົນ​ງານ​ຕ່າງໆ​ຕ້ອງມີ​ເນື້ອ​ຫາ​ຕິດ​ພັນ​ກັບ​ຫົວ​ຂໍ້​ວ່າ “ຄຽງ​ຂ້າງ​ກັນ”, ຄວາມລະອຽດວິດິ​ໂອຄວນໃຫ້​ຢູ່​ໃນຂະໜາດ 1920×1080, ນອກຈາກ​ຄຼິບ​ສັ້ນ​​ທີ່​​ຖ່າຍ​ດ້ວຍ​ໂທ​ລະ​ສັບ​ມື​ຖືແລ້ວ, ວິ​ດີ​ໂອ​ປະ​ເພດ​ອື່ນໆ ແມ່ນຕ້ອງໃຫ້ມີ ຄວາມລະອຽດບໍ່ຕໍ່າກວ່າ 1280×720(16:9) ຫຼື 960×720 (4:3),  bps(Bit Per Second) ບໍ່ໃຫ້ຕໍ່າກວ່າ 8 Mbps ໃນ​ຮູບ​ແບບ MP4 ຫຼື MOV.

     4.ຜູ້ຈັດງານ​ປະ​ກວດມີສິດໃນການນຳ​ໃຊ້, ຮຽບ​ຮຽງ, ຕັດຕໍ່ຜົນງານທີ່ນຳເຂົ້າປະກວດ ແລ້ວເຜີຍແຜ່ທາງວິທະຍຸ, ໂທລະພາບ, ອິນເຕີເນັດ​ແລະສື່​ສັງ​ຄົມ​ອອນ​ລາຍຕ່າງໆ; ມີ​ສິດນຳ​ໃຊ້ຜົນງານທີ່ໄດ້ຮັບລາງວັນນັ້ນໄປໃນທາງ ການຄ້າ ຫຼື ມີສິດທິພິເສດໃນການເປັນຕົວແທນ ແລະ​ມີ​ສິດ​ອື່ນໆ​ຕໍ່​ຜົນ​ງານ​ດັ່ງ​ກ່າວ.

    5. ຜົນງານ​ທີ່ໄດ້ຮັບລາງວັນຈະປະກາດຜ່ານສື່ອອນລາຍ. ຫາກຜົນງານໃດ​ທີ່​ເປັນ​ຜົນ​ງານ​ທີ່​ລັກ​ລອກ​ແບບ​ຜົນ​ງານ​ຂອງ​ຄົນ​ອື່ນ, ແລະ​ໄດ້​ທຳ​ລາຍ​ເຖິງ​ສິດ​ທິ​ຜົນ​ປະ​ໂຫຍດຂອງ​ຝ່າຍ​ທີ 3 , ຜູ້ຖື​ຜົນ​ງານເຂົ້າ​ຮ່ວມ​ງານ​ປະ​ກວດ​ຄັ້ງ​ນີ້ຈະຕ້ອງຮັບຜິດຊອບທາງກົດໝາຍທັງໝົດ. ແລະ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ​ຂອງຄະນະຈັດງານປະ​ກວດອີກດ້ວຍ.

6​.ຄະ​ນະ​ຈັດ​ງານ​ປະ​ກວດ​ຄັ້ງ​ນີ້​ມີ​ສິດ​ໃນ​ການ​ຕີ​ຄວາມ​ໝາຍ​ຕໍ່​ລະ​ບຽບ​ການ​ຂອງ​ງານ​ປ​ະ​ກວດ​ຄັ້ງ​ນີ້.

 

 

ເວ​ລາ​ກຳ​ນົດ​ການສົ່ງຜົນງານ

ວັນທີ 1 ກຸມ​ພາ--ວັນທີ 28 ມີນາ 2021

 

 

ວິທີເຂົ້າຮ່ວມການແຂ່ງຂັນ
ໃຫ້​ທ່ານດາວໂຫຼດແບບຟອມລົງສະໝັກຢູ່​ໜ້າຫຼັກ​ເວັບ​ໄຊ

ຈາກນັ້ນສົ່ງຜົນງານວິດີໂອ​ພ້ອມ​ກັບ​ແບບ​ຟອມມາທີ່ອີເມວ: cliff425@163.com
 
ຖ້າທ່ານມີບັນຫາຕ້ອງການສອບຖາມ ໃຫ້ຕິດຕໍ່ມາທາງອີເມວ ແລະເບີໂທຕິດຕໍ່ຂອງ ພວກເຮົາ: 021 454515

 


ກ່ຽວ​ກັບ​ປະ​ເພດ​ຜົນ​ງານ

 
1.ຮູບ​ເງົາ​ເລື່ອງ​ສັ້ນ: ໃຫ້ຖ່າຍ​ເປັນ​ເລື່ອງ​ທີ່​ມີເນື້ອໃນຄົບຖ້ວນ, ຄວາມຍາວບໍ່ໃຫ້ເກີນ 7 ນາທີ;
           2.VLOG: ໃຫ້​ມີ​ເນື້ອ​ໃນກ່ຽວກັບ​ຊີ​ວິດ​ຕົວ​ຈິງ, ​ເປັນ​ເລື່ອງ​ທີ່​ມີໂຄງສ້າງທີ່ຄົບຖ້ວນ ແລະ ມີ​ເນື້ອ​ໃນ​ຈິດ​ໃຈທີ່ຊັດເຈນ,
ຄວາມຍາວບໍ່ເກີນ 15 ນາທີ.
            3.ການໂຄ​ສະ​ນາ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ: ໃຫ້ມີເນື້ອຫາທີ່ສ້າງສັນທາງດ້ານ​ແນວ​ຄິດ​ຈິ​ດ​ໃຈ,
​ເປັນ​ການ​ສ່ອງ​ແສງ​ເຖິງ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ​ມະ​ນຸດ, ຄວາມຍາວບໍ່ເກີນ 3 ນາທີ.
              4.ເພງ​ມິດ​ຕະ​ພາບ​ລາວ-ຈີນ: ຕ້ອງເປັນບົດເພງ ແລະ​ທຳ​ນອງ​ເພງສ້າງຂຶ້ນເອງທີ່​ມີ
ເນື້ອໃນສະທ້ອນ​ໃຫ້​ເຫັນ​ເຖິງມິດຕະພາບລາວ-ຈີນ, ຄວາມຍາວຂອງ MV ບໍ່ໃຫ້ເກີນ 6 ນາທີ,
        5.​ຄຼິບສັ້ນທີ່​ຖ່າຍ​ດ້ວຍ​ໂທ​ລະ​ສັບ​ມື​ຖື, ຄວາມຍາວບໍ່ເກີນ 1 ນາທີ, ບໍ່ຈໍາກັດເນື້ອໃນ, 
ແຕ່ໃຫ້ເໝາ​ສົມກັບຫົວຂໍ້ “ຄຽງ​​ຂ້າງ​ກັນ”


ກໍາມະການ ແລະຂັ້ນຕອນການປະກວດ

 

ຄະນະກໍາມະການປະກອບດ້ວຍວິຊາການຂອງຝ່າຍລາວ ແລະຝ່າຍຈີນ 

ການປະກວດແບ່ງເປັນ 3 ຮອບ ຄື ຮອບທໍາອິດ, ຮອບທີສອງ ແລະຮອບສຸດທ້າຍ.


 


​ກ່ຽວ​ກັບາງວັນ


1.ລາງວັນພິເສດຈາກກໍາມະການ (2 ລາງວັນ)
2. ລາງວັນຮູບ​ເງົາ​ເລື່ອງ​ສັ້ນ​ທີ່ດີເດັ່ນ (1 ລາງວັນ)
3. ລາງວັນ VLOG ທີ່ດີ​ເດັ່ນ (1 ລາງວັນ)
4. ລາງວັນການໂຄ​ສະ​ນາ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດທີ່ດີເດັ່ນ (1 ລາງວັນ)
5. ຂວັນໃຈຜູ້ຊົມໃຊ້ທີ່​ໂຫວດຜ່ານ APP LAOS GRIP (1 ລາງວັນ)
6. ລາງວັນຜູ້ກຳກັບເດັ່ນ (2 ລາງວັນ)
7. ລາງວັນເນື້ອ​ຫາດີເດັ່ນ (2 ລາງວັນ)
8. ລາງວັນພາບ ແລະສຽງດີເດັ່ນ (2 ລາງວັນ)
9. ລາງວັນຕັດຕໍ່ດີເດັ່ນ (2 ລາງວັນ)
10. ລາງວັນ MV ​ເພງດີເດັ່ນ (2 ລາງວັນ)
11. ລາງວັນພິເສດ​ຄຼິດ​ສັ້ນທີ່ຖ່າຍດ້ວຍໂທລະສັບມືຖື (2 ລາງວັນ)
ມູນຄ່າລາງວັນທັງໝົດມີເຖິງ 17.000 ໂດລາສະຫະລັດ



ຂໍ​ຂອບ​ໃຈ:


ສະພາການຄ້າຊາວຈີນຕ່າງດ້າວປະຈຳສປປລາວ
ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ
ເຂດພັດທະນາກວມລວມໄຊເຊດຖາ ນະຄອງຫຼວງວຽງຈັນ
LANDMARK MEKONG RIVERSIDE HOTEL
ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ)​ ຈຳກັດຜູ້ດຽວ
ບໍລິສັດ ຮ່ວມພັດທະນາສີພັນດອນ ຈຳກັດ
ເຂດ​ເສ​ດ​ຖະ​ກິດ​ພິ​ເສດ​ບຶງ​ທາດຫຼວງ ສ​ປ​ປ ລາວ

 

ເບີໂທ:021-454515

ອີເມວ:cliff425@163.com