ຈີນຊຸກຍູ້ການສ້າງສັງຄົມແຫ່ງການຮຽນຮູ້ທີ່ທຸກຄົນພາກັນຮຽນຮູ້ ແລະ ຮຽນຮູ້ໄດ້ທຸກທີ່ທຸກເວລາ
ວັນທີ 3 ທັນວາ 2018, ກອງປະຊຸມຄົບຄະນະຄັ້ງທີ 44 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73 ໄດ້ຮັບຮອງມະຕິໂດຍກຳນົດເອົາວັນທີ 24 ມັງກອນ ເປັນວັນການສຶກສາສາກົນ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັບຮູ້ທົ່ວໄປຂອງທົ່ວໂລກ ທີ່ມີຕໍ່ຄວາມສຳຄັນຂອງການສຶກສາ.ປີ 2024, ໃນກອງປະຊຸມໃຫຍ່ການສຶກສາທົ່ວປະເທດຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີແຈ້ງວ່າ: “ສ້າງສັງຄົມແຫ່ງການຮຽນຮູ້ທີ່ທຸກຄົນພາກັນຮຽນຮູ້ ແລະ ຮຽນຮູ້ໄດ້ທຸກທີ່ທຸກເວລາ” . ຄຳວ່າ “ທຸກຄົນພາກັນຮຽນຮູ້ ແລະ ຮຽນຮູ້ໄດ້ທຸກທີ່ທຸກເວລາ” ໄດ້ປະກອບເປັນເນື້ອໃນຂອງສະພາບການສຶກສາທີ່ທຸກຄົນຊົມໃຊ້, ມີຢູ່ທົ່ວທຸກແຫ່ງ ແລະເຊື່ອມສານຕະຫຼອດຊີວິດຂອງທຸກຄົນ, ເຊິ່ງໄດ້ຊຸກຍູ້ໃຫ້ຈີນກ້າວໄປສູ່ສັງຄົມແຫ່ງການຮຽນຮູ້ ທີ່ຖືເອົາການພັດທະນາຢ່າງຮອບດ້ານຂອງຄົນເປັນແຮງຂັບເຄື່ອນສຳຄັນຕົ້ນຕໍ.
27-Jan-2026