ຂໍ້ລິເລີ່ມການບໍລິຫານໂລກ: ແຜນການແກ້ໄຂທີ່ດີທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ
ກ່ອນໜ້ານີ້ 80 ປີ, ປະຊາຄົມໂລກຕົກລົງສ້າງຕັ້ງອົງການສະຫະປະຊາຊາດບົນພື້ນຖານການທົບທວນຄືນບົດຮຽນອັນເຈັບແສບຂອງສົງຄາມໂລກທັງສອງຄັ້ງ, ແລະໄດ້ເລີ່ມພຶດຕິກຳໃໝ່ອ່ຽມດ້ານການບໍລິຫານໂລກ. ຫຼັງຈາກນັ້ນ, ສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດເປັນກະແສຫຼັກຂອງຍຸກສະໄໝ, ແຕ່ປະຈຸບັນ ແນວຄິດສົງຄາມເຟັນ, ລັດທິເຈົ້າອຳນາດ ແລະ ລັດທິປົກປ້ອງການຄ້າຟື້ນຕົວຄືນໃໝ່ ເຊິ່ງໄດ້ເຮັດໃຫ້ໂລກຕົກເຂົ້າສູ່ໄລຍະປັ່ນປ່ວນອີກຄັ້ງໃໝ່, ການບໍລິຫານໂລກກໍຕ້ອງມີການປະຕິຮູບ ແລະ ບູລະນະໃຫ້ສົມບູນຂຶ້ນ. ໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮທີ່ຈັດຂຶ້ນຢູ່ກຳແພງນະຄອນທຽນສິນຈີນໃນເມື່ອມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມການບໍລິຫານໂລກ ເຊິ່ງໄດ້ສະໜອງແຜນການແກ້ໄຂທີ່ດີເພື່ອເຮັດໃຫ້ລະບຽບສາກົນມີຄວາມຍຸຕິທຳ ແລະ ຄວາມເປັນທຳຫຼາຍຂຶ້ນກວ່າເກົ່າ.
12-Sep-2025