ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ
ຊາບໍາລຸງສຸຂະພາບອຸ່ນໆຈອກໜຶ່ງ, ເຂົ້າປຽກແບບຈີນອຸ່ນໆຖ້ວຍໜຶ່ງ, ລ້ວນແຕ່ສາມາດກາຍເປັນທູດແຫ່ງການແລກປ່ຽນດ້ານອະລິຍະທໍາໄດ້; ການເຂົ້າມາທ່ອງທ່ຽວຈີນທີ່ສະດວກສະບາຍຄັ້ງໜຶ່ງ, ຄວາມຮູ້ສຶກຮ່ວມທາງດ້ານວັດທະນະທໍາຄັ້ງໜຶ່ງ, ລ້ວນແຕ່ສາມາດເຕົ້າໂຮມຄວາມເປັນເອກະພາບກັນແຫ່ງການເປີດປະຕູ ແລະ ການຮ່ວມມືໄດ້. ກະແສນິຍົມ “ກາຍເປັນຄົນຈີນ” ຢູ່ຕ່າງປະເທດເປັນພາບສະທ້ອນທີ່ມີຊີວິດຊີວາແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນພຶດຕິກຳຕົວຈິງທີ່ປະສົບຜົນສໍາເລັດຈາກການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທໍາ. ໃນອະນາຄົດ, ຄຽງຄູ່ກັບການເປີດປະຕູສູ່ພາຍນອກຂອງຈີນກ້າວສູ່ລວງເລິກຢ່າງບໍ່ຢຸດຢັ່ງ, ປັດໄຈຕ່າງໆທີ່ຕິດແທດກັບຊີວິດປະຈໍາວັນຂອງຈີນຈະເຂົ້າສູ່ໂລກຫຼາຍຂຶ້ນກວ່າເກົ່າ, ເຮັດໃຫ້ແນວຄິດປະຊາຄົມຮ່ວມຊະຕາກໍາຂອງມວນມະນຸດຝັງຮາກເລິກໄວ້ຢູ່ໃນຈິດໃຈຂອງມະນຸດຢູ່ທ່າມກາງການແລກປ່ຽນ ແລະ ການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທໍາ.
26-Jan-2026