  
ໃນວົງການຮູບເງົາໂທລະພາບຈີນທ່ີມີນາງງາມຫລາຍປານເມກ,ສ່ວນນາງຊີ່ໄມຈວນ ພັດແມ່ນນັກສະແດງໄວກາງຄົນທ່ີບໍ່ງາມປານໃດ, ແຕ່ນາງຄ່ອຍໆໄດ້ຮັບຄວາມນິຍົມ ຊົມຊອບຍ້ອນເພິ່ນສະແດງໄດ້ດີ.
ນາງຊີ່ໄມຈວນປີນີ້ອາຍຸ 48 ປີ,ເກີດຢູ່ຄອບຄົວສາມັນເຂດຊານເມືອງຊຽງໄຮ້, ຍ້ອນມີ ອ້າຍເອື້ອຍນ້ອງຫລາຍຄົນ, ວັດຖຸເຄື່ອງຂອງກໍ່ຂາດເຂີນ, ແຕ່ຍາມນ້ອຍ, ນາງກໍ່ບໍ່ໄດ້ ຮັບຄວາມຮັກແພງຈາກພໍ່ແມ່.ແຕ່ນາງຊີ່ໄມຈວນພັດຮູ້ສຶກວ່າຕົນໂຊກດີຍ້ອນດຳລົງຊີ ວິດຢູ່ຊານເມືອງທ່ີມີທິວທັດນາສວນອັນສົດຊື່ນ,ໄດ້ສ້າງອໍ້ສິນລະປະຢ່າງຫລາກຫລາຍ ໃຫ້ແກ່ເພິ່ນ.ປີ 1973,ຍ້ອນໂຊກດີນາງຊີ່ໄມຈວນຈິ່ງເສັງເຂົ້າຮຽນໃນວິທະຍາຄານລະ ຄອນຊຽງໄຮ້,ຫລັງຈາກຮຽນຈົບແລ້ວ,ນາງກໍ່ໄດ້ສະແດງລະຄອນເວົ້າຢູ່ເທິງເວທີລະ ຄອນເວົ້າ ຊຽງໄຮ້ເປັນເວລາ 15 ປີ.ໄດ້ເປັນນາງເອກໃນລະຄອນເວົ້າເລື່ອງທ້າວໂຣ ມີໂອກັບນາງຈູລີເອ(ROMEO and JULIET) ເລື່ອງຄວາມຝັນຂອງຈີນແລະເລື່ອງ ອື່ນໆ.ນາງຊີ່ໄມຈວນໄດ້ອີງໃສ່ລີລາການສະແດງເທິງເວທີອັນແຫນ້ນຫນາແລະທ່ອງ ຄຳເວົ້າຢ່າງສຸກງອມ,ຈົນໄດ້ຮັບລາງວັນລະຄອນງິ້ວຈີນຕັ້ງຫລາຍເທື່ອ. ເວລານັ້ນ, ນາງຊີ່ໄມຈວນແມ່ນເມົານຳແຕ່ສິນລະປະເທິງເວທີ.
ນາງເວົ້າວ່າ:ຂ້າພະເຈົ້າເຄີຍຮູ້ສຶກວ່າຕົນເອງແມ່ນກຳເນີດເກີດຂຶ້ນເພື່ອເວທີ,ຕົວຢ່າງ ຄື,ນັກສະແດງອາວຸໂສເຄີຍເລົ່າຕົວແບບສິນລະປະສູ່ພວກເຮົາຟັງວ່າ, ມີນັກສະແດງ ຜູ່ໃດຜູ່ຫນຶ່ງກໍ່ຕາຍຄາເວທີ.ເມື່ອໄດ້ຟັງຄຳເວົ້າແນວນີ້ແລ້ວ, ກໍ່ເຮັດໃຫ້ຂ້າພະເຈົ້າຕື່ນ ຕັນໃຈແລະເຄົາລົບທ່ີສຸດ.
1 2 3 4
|