(ທ້າວໄອຣເກີນ)
ປີ 1999 ທ້າວໄອຣເກີນໄດ້ຮຽນຈົບຈາກມະຫາວິທະຍາໄລຊົນເຜົ່າສູນກາງຢູ່ນະຄອນປັກກິ່ງ, ໄດ້ກ້າວເຂົ້າເສັ້ນທາງເປັນຄົນແຕ່ງດົນຕີອາຊີບ,ສ້າງວົງດົນຕີເຂົ້າຮ່ວມການແຕ່ງເພງແລະການເຄື່ອນໄຫວສະແດງສິລະປະ.ເພິ່ນເຄີຍຫລິໜກິດຕາແບບຄຼາຊິກ,ເຄີຍເສບດົນຕີລົກແອນໂລ(rock & roll), ກອບປີແລະຮ້ອງເພງອັງກິດທ່ີໄພເລາະເພາະຫູຈຳນວນຫນຶ່ງ, ທ່ານກໍ່ພວມສະແຫວງຫາສີສັນພິເສດໃດຫນຶ່ງຂອງຕົນຄື ສີສັນພິເສດດົນຕີຊົສເຜົ່າແບບໃຫມ່.
ທ້າຍໄອຣເກີນກ່າວວ່າ, ຄວາມເຂົ້າໃຈຕໍ່ດົນຕີຂອງທ່ານແມ່ນຝັງຮາກຢູ່ນຳວັດທະນະທຳຊົນເຜົ່າທ່ີມີສີສັນພູມີພາກອັນເຂັ້ມຂຸ້ນ.
ເພິ່ນບອກນັກຂ່າວວ່າ, ຢູ່ເມືອງຄາຊື ມີຫລາຍສິ່ງຫລາຍຢ່າງແມ່ນເປັນຂອງຊົນເຜົ່າອ້ອຍຕ້ອຍ, ແຕ່ເພງຊົນເຜົ່າທ້ອງຖິ່ນຄື ຊັນມູກາມູ ແນວນີ້,ຮ້ອງສາມມື້ສາມຄືນກໍ່ຮ້ອງບໍ່ຫມົດ,ທັງມີທຳນອງຄ້າຍຄືກັນທ່ີສຸດ, ຢ່າວ່າເຜີຍແຜ່, ຊາວເອົ່າໄວອູເອີຮຸ້ນໃຫມ່ຢູ່ເຂດຊິນຈ່ຽງຈຳນວນຫລວງຫລາຍກໍ່ບໍ່ມັກຟັງ.ເຄື່ອງດົນຕີແລະທຳນອງດົນຕີທ່ີມີສີສັນພິເສດຂອງຊົນເຜົ່າແນວນີ້ຢາກໃຫ້ຄົນທັງຫລາຍຮັບຮູ້ນຳ,ກໍ່ຕ້ອງນຳໃຊ້ສິ່ງທ່ີໃຊ້ທົ່ວໄປແລະສະໄຫມນິຍົມ, ເພີ່ມມວນສານອັນໃຫມ່ເຂົ້າຕື່ມ.
ຜົນງານຂອງທ່ານໄອຣເກີນບໍ່ແມ່ນຊ້ຳຂອງດັັ້ງເດີມແບບງ່າຍດາຍ, ຫາກແມ່ນໄດ້ບຸກທະລຸແລະປະດິດສ້າງໃຫມ່ບົນພື້ນຖານດົນຕີຊົນເຜົ່າ.ທ່ານໄດ້ເຮັດໃຫ້ມວນສານດົນຕີຫລາຍເຄົ້າຂອງວິທີການຫລິ້ນກິດຕາແບບຟຼາເມນໂກຂອງແອສປາຍກັບດົນຕີເຂດຕາເວັນອອກກາງເປັນຕົ້ນເຊື່ອມໂຍງເຂົ້າກັນຢ່າງມີຫົວຄິດປະດິດສ້າງ,ເຮັດໃຫ້ຜົນງານຕ່າງກັນຫລາຍກົບດົນຕີເຂດຊິນຈ່ຽງໃນນິຍາມດັ້ງເດີມຂອງຄົນທັງຫລາຍ.
ທ້າວໄອຣເກີນເວົ້າວ່າ:ຢູ່ເຂດຊິນຈ່ຽງມີດົນຕີຫນ້າຟັງຫລາຍບໍ່ຢອກ,ແຕ່ວ່າມີຈຳນວນຫລວງຫລາຍຍັງບໍ່ໄດ້ຮັບການພັດທະນາ, ເມື່ອຄົນທັງຫລາຍເວົ້າເຖິງເພງຂອງເຂດຊິນຈ່ຽງ ຄືວ່າມີແຕ່ເພງຜູ່ສາວເມືອງຕ້າປານທໍ່ນັ້ນ.ຄວາມຄິດຂອງຂ້າພະເຈົ້າແມ່ນຢາກແນະນຳເພງແລະດົນຕີຊົນເຜົ່າທ່ີດີກວ່ຫມູ່ຂອງຊົນເຜ່ົາພວກເຮົາຕໍ່ໍຊາວໂລກໃຫ້ຫລາຍ.
1 2 3 4
|