ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-21 15:00:37    
​​ເມືອງ​ຫຼວງ​​ເກົາ​ໂກ​່​ລີ້ ສຸ​ສານ​ເຈົ້າ​ຊີ​ວິດ​ແລະ​ຂຸມ​ຝັງ​ສົບ​ເຈົ້າ​ຂຸນ​ມຸນ​ນາຍ(ສຽງ)

cri

                          

    
                        (ສຸສານນາຍພົນ)    
ຫວ່າງ​ມໍ່ໆ​ນີ້,ກອງ​ປະຊຸມ​ຄະນະ​ກຳມະການ​ມໍ​ລະ​ດົກ​ໂລກ​ຄັ້ງທີ28​ຂອງ​ອົງການ​​ຢູ​ເນັສ​ໂກ​ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ຊູ່​ໂຈ່ວ​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ.​ເມືອງ​ຫຼວງ​ເກົາ​ໂກ່ລີ້ ສ​ຸ​ສານ​ເຈົ້າ​ຊີ​ວິດ​ແລະ​ຂຸມ​ຝັງ​ເຈົ້າ​ຂຸນ​ມຸນ​ນາຍ​ຂອງ​ຈີນ​ໄດ້​ຮັບ​ອະ​ນຸ​ມັດ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

   
         (ຊຸມສຸສານເຈົ້າຊີວິດແລະຂຸມຝັງສົບເຈົ້າຂຸນມຸນນາຍໃຕ້ເມືອງພູ)
​ເກົາ​ໂກ​ລີ້​ແມ່ນ​ຊົນ​ເຜ່ົາ​ບູ​ຮານ​ທີ່​ດຳລົງ​ຊີວິດ​ຢູ່​ພາກຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ແຕ່​1​ສະ ຕະ​ວັດ​ກ່ອນ​ຄ.ສ.ຮອດ​ສະຕະວັດ​ທີ7,​ແມ່ນ​ສາ​ຂາ​ໜຶ່ງ​ຂອງ​ຊົນ​ເຜ່ົາ​ຟູ່​ຢູ.​ກ່ອນ​ຄ.​ສ.​37​ປີ, ທ່ານ​ຈູ່​ເມີງ ຊາວ​ຟູ່ຢູຜູ່​ໜຶ່ງຕັ້ງອະ​ນາ​ຈັກ​ຢູ່​ເມືອງ​ເກົາ​ໂກ່​ລີ້​ໃນ​ຄາວ​ນັ້ນ​(ຄື ຢູ່​​ໃນ​ເມືອງ​ຊິ່ນ​ປິ່ນ​ຂອງ​ແຂວງ​ລຽວ​ນີງ​ປະ​ຈຸ​ບັນ),​ເອີ້ນ​ວ່າ​ອະ​ນາ​ຈັກ​ເກົາ​ໂກ່​ລີ້.​ແລ້ວ​ຍ້າຍ​ເມືອງ​ຫຼວງ​ໄປ​ຕັ້ງ​ຢູ່ ເມືອງ​ກົວ​ເນ້​,​ຮອດ​ປີ​427​ຈຶ່ງ​ຍ້າຍ​ເມືອງ​ຫຼວງ​ໄປ​ຕັ້ງ​ຢູ່​ພຽງ​ຢາງ​.

       
             (ຂຸມຝັງສົບຜະໜວກເລກໜຶ່ງຂອງສຸສານນາຍພົນ)
​ໃນ​ໄລຍະ​ອະນາ​ຈັກ​ເກົາ​ໂກ່ລີ້ເຮືອງ​ອຳ​ນາດ​ນັ້ນ,ຂອບ​​ເຂດ​ອິດ​ທິກຳລັງ​​ແມ່ນ​ກວມ​ລວມ ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ຈີ​ລີນ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ແຂວງ​ລຽວ​ນີງ​ຂອງ​ຈີນ,​ແລະ​ພາກ​ເໜືອ​ຂອງ​ແຫຼມ​ເກົາ​ຫຼີ.​ປີ​ຄ.​ສ.​668,​ອະ​ນາ​ຈັກ​ເກົາ​ໂກ່​ລີ້​ຖືກ​ທະ​ຫານ​ປະ​ສົມ​ຊິ່ນ​ລໍ​ເຊິ່ງ ປະ​ກອບ​ດ້ວຍ​ທະ​ຫານ​ລາດ​ຊະ​ວົງ​ຖາງ​ກັບ​ແຫຼມ​ເກົາ​ຫຼີ​ນັ້ນ​ດັບ​ສູນ,​ແລະ​ຮັກ​ສາ​ການ​ພົວ​ພັນ​ຂຶ້ນ​ກັບ​ກັບ​ລາດ​ຊະ​ວົງ​ທຸກ​ສະ​ໄໝ,​ແມ່ນ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖ່ິນ​ທີ່​ຖືກ​ລາດ​ຊະ​ວົງ​ເຂດ​ຍ່ານ​ກາງ​ຍ່ານ​ໃຕ້​ແມ່ນ້ຳ​ເຫຼືອງ​ຈຳ​ກັດ​ແລະ​ຄຸ້ມ​ຄອງ,ບໍ່​ວ່າ​ທາງ​ດ້ານ​ການ​ເມືອງ​ຫຼື​ທາງ​ດ້ານ​ວັດທະນະທຳ,​ລ້ວນ​ແຕ່​ໄດ້​ຖືກ​ລາດ​ຊະ​ວົງ​ຢູ່​ເຂດ​ຍ່ານ​ກາງ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ​ກະ​ທົບ​ກະ​ເທືອ​ນຢ່າງ​ແຂງ​ແຮງ.

       
         (ດິນຂໍທີ່ຄວັດເປັນຮູບຫົວສັດໃນສະໄໝອະນາຈັກເກົາໂກ່ລີ້)
​ເສດຖະກິດ​ຂອງ​ອະນາ​ຈັກ​ເກົາ​ໂກ່​ລີ້​ແມ່ນ​ເອົາກະສິກຳ​ເປັນຫຼັກ,ທັງ​ມີ​ການ​ປະ​ມົງ​ແລະ​ການ​ລ່າ​ເນື້ອ.​ອະ​ນາ​ຈັກ​ເກົາ​ໂກ່​ລີ້​ໃຊ້​ຕົວ​ໜັງສື​ຈີນ​ບັນທຶກ​ເຫດ​ການ,​ທັງ​ນີ້​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ຕົວ​ໜັງສື​ຈີນ​ທີ່​ຄວັດ​ໄວ້​ຢູ່​ຕາມ​ອະນຸສາ​ວະ​ລ​ີ​ເຈົ້າ​ຊີ​ວິດ​ຮ້າວ​ໄທ້ ສີ​ລາ​ຈາ​ລຶກ​ລັດ​ຈ່ົງ​ຢວນ ​ເສ​ຂຸມ​ຝັງ​ສົບ​ຢານ​ໂມ​ພ້ອມ​ທັງ​ດິນ​ຈີ່​ຈຳນວນ​ຫຼວງ​ຫຼາຍ.​ເມືອງ​ພູ​ທີ່​ໝັ້ນ​ແກ່ນ ສຸ​ສານ​ທີ່​ສະ ຫງ່າ​ຜ່າ​ເຜີຍຮູບ​ແຕ້ມ​ຝາ​ຜະ​ໜັງ​ໃນ​ຂຸມ​ຝັງ​ສົບ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອະ​ນາ​ຈັກ​ເກົາ​ໂກ່​ລີ້​ແມ່ນ​ສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ອາລະຍະ​ທຳ​ສະ​ໄໝ​ບູຮານ​ຂອງ​ຈີນ.

       
               (ກາທອງໃນສະໄໝອະນາຈັກເກົາໂກ່ລີ້)
​ເມືອງ​ເກົາ​ໂກ່​ລີ້ ສຸສານ​ແລະ​ຂຸມ​ຝັງ​ສົບ​ເຈົ້າຂຸນ​ມຸນ​ນາຍ​ທີ່​ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​​ເທື່ອ​ນີ້​ຕົ້ນຕໍ​​ແມ່ນລວມ​ທັງ​ເມືອງ​ພູ​ອູ​ໜຸຍ​ຊ່ານ ​ເມືອງ​ກົວ​ເນ້ ​ເມືອງ​ວານ​ຕູ່​ຊ່ານ ສ​ຸສານ 12​ແຫ່ງ ຂຸມ​ຝັງ​ສົບ​ເຈົ້າຂຸນ​ມຸນ​ນາຍ​26​ແຫ່ງ ອະ​ນຸ​ສາ​ວະ​ລີ​​ເຈົ້າ​ຊ​ີ​ວິດ​ຮ້າວ​ໄທ້​ ຂຸມ​ຝັງ​ສົບ​ຜະ​ໜວກ​ເລກ​ໜຶ່ງ​ຂອງ​ສຸ​ສານ​ນາຍ​ພົນ,​ບ່ອນ​ເຫຼົ່າ​ນີ້​ຕົ້ນ​ຕໍ​ຕັ້ງ​ຢູ່​​ເມືອງ​ຈີ​ອ່ານ​ຂອງ​ແຂວງ​ຈີ​ລີນ​ແລະ​ເມືອງ​ຮວນ​ເຢິນ​ຂອງ​ແຂວງ​ລຽວ​ນີງ.

1  2