ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-27 09:20:24    
ບໍລິສັດ​ຊົນລະປະທານພະລັງ​ໄຟຟ້າ​​ຕໍ່​ຕ່າງປະ​ເທດຂອງຈີນ​ທີ່​ພັດທະນາ​ຢູ່​ຕ່າງ​ປະ​ເທດ

cri

ລາວ​ມີ​ພະລັງ​ນຳ້​ອຸດົມສົມບູນ,ການ​ສົ່ງ​ອອກ​​ໄຟຟ້າ​ນຳ້ຕົກແມ່ນ​ລາຍ​ຮັບ​​ເງິນຕາ​ຕ່າງປະ​ເທດ​ຕົ້ນຕໍ​ລາຍ​ໜຶ່ງຂອງ​ລາວ.ສ່ວນ​ໂຄງການ​ຊົນລະປະທານ​​ພະລັງໄຟຟ້າ​ຂອງ​ຈີນ​ຢູ່​ລາວ​ສ່ວນ​ຫຼາຍ​ແມ່ນ​ບໍລິສັດ​ຊົນ​ລະ​ປະທານ​ພະລັງໄຟຟ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ເປັນ​ຜູ່​ຮັບ​ເໝົາ​ກໍ່ສ້າງ.

ທ່ານ​ນາງ​ຈິ່ນ​ເຈີ​ພິງ ຫົວໜ້າ​ຫ້ອງການ​ບໍລິສັດ​ຊົນ​ລະ​ປະທານ​ພະລັງ​ໄຟຟ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ:"​ບໍລິສັດ​ຊົນ​ລະ​ປະທານ​ພະລັງ​ໄຟຟ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ​ໜຶ່ງ​ໃນ​ລັດ​ວິ​ສາ​ຫະກິດ​ຫຼັກ​ແຫຼ່ງທຶນ​ຈີນ​ຂະໜາດ​​ໃຫຍ່​190ຫຼັງ​ຂອງ​ສູນ​ກາງ​ທີ່ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຄະນະ​ກຳ​ມະ​ການ​ຕິດຕາມຄຸ້ມຄອງ​ຊັບ​ສິນແຫ່ງ​ລັດ​ຂອງ​ຄະນະ​ລັດຖະບານ​ຈີນ.ບໍລິສັດ​ດ່ັງກ່າວ​ຕົ້ນຕໍ​ຮັບ​ເໝົາ​​ໂຄງການກໍ່​ສ້າງ​ຢູ່​ຕ່າງປະ​ເທດ,ບໍລິການ​ດ້ານ​ແຮງ​ງານ,​ໂຄງການ​ຊ່ວຍ​ເຫຼືອ​​ເສດຖະກິດ​ຕໍ່​ຕ່າງປະ​ເທດ​ແລະ​ທຸລະ​ກິດການ​ຄ້າຂາ​ເຂົ້າຂາ​ອອກ​."

ໃນ​ກະ​ແສການ​ປະຕິ​ຮູບຂອງ​ຈີນ​ຊູ່​ມື້​ນີ້,ລັດຖະບານ​ຈີນ​ໄດ້​ສ່ົງ​ເສີມ​ແລະ​ສະໜັບ​ສະໜູນ​​ໃຫ້​ວິ​ສາ​ຫະກິດ​ທຸກ​ປະ​ເພດ​​ໄປພັດ​ທະນາ​ຢູ່​ຕ່າງປະ​ເທດ,​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​​​ຊົນລະປະ​ທານ​ພະລັງ​ໄຟຟ້າ​ຂອງ​ຈີນ.​ໃນ​ດ້ານ​ນີ້,ບໍ​ລິສັດ​ຊົນລະ​ປະ​ທານ​ພະລັງ​ໄຟ​ຟ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ນຳ​ໜ້າ​ວິ​ສາ​ຫະກິດ​ອື່ນໆ.

ໃນ10​ກວ່າ​ປີ​ມາ​ນີ້,ບໍລິສັດ​ດ່ັງກ່າວ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພະລັງ​ໄຟຟ້າ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ໂດຍ​ຕະຫຼອດ.ທ່ານ​ນາງ​ຈິ່ນ​ເຈີ​ພິງ​ບອກ​ນັກ​ຂ່າວ​ວ່າ:"ຕະຫຼາດ​ອາ​ຊຽນ​ເປັນ​ຕະຫຼາດ​ສຳຄັນ​ຂອງ​ບໍລິສັດ​ຊົນ​ລະ​ປະທານ​ພະລັງ​ໄຟຟ້າ​ຕໍ່ຕ່າງປະ​ເທດ​ຂອງ​ຈີນ​ໂດຍ​ຕະ​ຫຼອດ.​ບໍລິສັດ​ພວກເຮົາ​ໄດ້​ຮັບ​​ເໝົາ​ກໍ່ສ້າງ​ກິດຈະການ​ຊົນລະ​ປະທານ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ຫວຽດ​ນາມ,​ລາວ,​ກຳປູ​ເຈຍ,​ໄທ,​ຟີ​ລິບ​ປິນ​ແລະ​ສິງກະ​ໂປ,​ມີ​ຊື່​ສຽງ​ດົ່ງ​ດັງຢູ່​ປະ​ເທດ​ເຫຼົ່າ​ນີ້.​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ເໝົາ​ກໍ່ສ້າງ​​ໂຄງການ​ເຂື່ອນ​​​ໄຟຟ້າ​ນຳ້ຕົກ3​ໂຄງການຢູ່​ລາວ​​ເປັນ​ລຳດັບ."

ໂຄງການ​ເຂື່ອນ​ໄຟຟ້າ​ນຳ້​​ເລີກ​ຕັ້ງ​ຢູ່​ບ່ອນ​ຫ່າງ​ຈາກ​ວຽງ​ຈັນ​ນະຄອນຫຼວງ​ຂອງ​ລາວ​ໄປ​ທາງ​ທິດ​ເໜືອ135​ກິ​ໂລ​ແມັດ​.​​ແມ່ນໂຄງ​ການ​ເຂື່ອນ​ໄຟຟ້າ​ນຳ້ຕົກ​ທີ່​ທະນາ​ຄານ​ພັດທະນາ​ອາຊີ​ແລະ​ກອງ​ທຶນຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ຍີ່​ປຸ່ນຮ່ວມ​ກັນ​ລົງທຶນ​ຢູ່​ລາວ.​ເຂື່ອນ​ໄຟຟ້າ​​ແຫ່ງ​ນີ້​ມີ​ກຳລັງ​ຜະລິດ​ກະ​ແສ​ໄຟຟ້າ6​ໝື່ນ​ກິ​ໂລ​ວັດ.ບໍລິ​ສັດ​ຊົນລະ​ປະ​ທານ​ພະລັງ​ໄຟຟ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ປະມູນ​ໄດ້ກິດ​ຈະການ​ກໍ່ສ້າງ​​ດ່ັງກ່າວ​.​ໂຄງການ​ດ່ັງກ່າວ​ເລີ່​ມກໍ່ສ້າງ​ໃນ​ເດືອນ​ທັນວາ​ປີ1996,​ແລະ​ສ້າງສຳ​ເລັດ​ໃນ​ເດືອນ​ທັນວາ​ປີ1999.ຍ້ອນ​ວ່າ​ໂຄງ​ການ​ດ່ັງກ່າວ​ຕັ້ງ​ຢູ່​ໃນ​ເຂດ​ສະຫງວນ​ທຳ​ມະ​ຊາດ​ແຫ່ງ​ຊາດ​ລາວ.ຝ່າຍ​ລົງທຶນ​ມີ​ຄວາມ​ຮຽກ​ຮ້ອງ​ເຄັ່ງ​ຄັດ​ທີ່​ສຸດ​ຕໍ່​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,​​ພາຍຫຼັງ​ບໍລິສັດ​ຊົນລະ​ປະທານ​ພະລັງ​ໄຟຟ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ກໍ່ສ້າງ​ໂຄງການ​ດ່ັງກ່າວ​ແລ້ວ,​ໄດ້​ພະຍາ​ຍາມ​ເຮັດ​ໃຫ້​ຜົນ​ກະທົບ​ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​​ໃນ​ການ​ກໍ່ສ້າງ​​ຫຼຸດ​ໜ້ອຍ​ລົງ​ບົນ​ພື້ນຖານ​​ເອົາ​ໃຈ​ໃສ່​ຄຸນນະ​ພາ​ບຂອງ​ໂຄງການ.

1  2