ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-03 09:51:40    
ບໍ່​ໃຫ້​ເດັກນ້ອຍ​ຂອງ​ຄອບຄົວ​ທຸກ​ຈົນ​ຂອງ​ຈີນ​ພາດ​ໂອກາດ​ສຶກສາ​ຮ່ຳຮຽນ(ສຽງ)

cri

                    

ຈີນ​ປະຕິບັດ​ລະບອບ​ການ​ສຶກສາ​ພາກ​ບັງຄັບ9ປີ,​ການ​ຮັບປະກັນ​ໃຫ້​ເດັກນ້ອຍ​ໝົດ​ທຸກ​ຄົນ​ໂດຍ​ສະ​ເພາະ​​ແມ່ນ​ເດັກນ້ອຍ​ຜູ່​ທຸກ​ຈົນ​ລ້ວນ​ແຕ່​ໄດ້​ຮັບ​ໂອກາດ​ສຶກສາ​ຮ່ຳຮຽນແມ່ນ​ວຽກ​ງານ​ຈຸດ​ໜັກ​ອັນ​ໜຶ່ງ​ຂອງ​ຂະ​ແໜງ​ການ​ການ​ສຶກສາ​ຂອງ​ຈີນ.

ເລີ່​ມ​ແຕ່​ຊຸມ​ປີ90​ສະຕະ​ວັດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,ຢູ່​ຈີນ,ປະ​ຊາກອນ​ຊົນນະ​ບົດ​ຈຳນວນ​ຫຼວງ​ຫຼາຍ​ເລີ່​ມ​​​​ໄຫຼ​​ເຂົ້າຕົວ​ເມືອງ.​ໃນ​ນັ້ນ,​​ເດັກ​ໜ້ອຍ​ຜູ່​ຢູ່​ໃນ​ໄວ​ຮຽນຈຳ​ນວນ​ຫຼວງ​ຫຼາຍ​ທີ່​ເຂົ້າ​ເມືອງ​ຕາມພໍ່​ແມ່ຈິ່ງ​​ເຊົາ​ຮຽນ​ຍ້ອນ​ຊອກ​ຫາ​ໂຮງຮຽນ​ອັນ​ເໝາະ​ສົມ​ບໍ່​ໄດ້.ນອກ​ນີ້,​ເດັກນ້ອຍ​ໃນ​ຄອບ​ຄົວທຸກ​ຈົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຈຳນວນ​ໜຶ່ງ​ກໍ​ປະ​ເຊີນ​ກັບ​ການ​​ເຊົາ​ຮຽນ​ຍ້ອນ​ມູນ​ເຫດ​ຕ່າງໆ​ເຊັ່ນ​ທຸກ​ຈົນ​ເປັນ​ຕົ້ນ.​ໂດຍ​ແນ​ໃສ່​ບັນຫາ​ເດັກນ້ອຍ​​ເຊົາ​ຮຽນ,ອົງການ​ປົກຄອງ​ທຸກ​ຂັ້ນ​ຂອງ​ຈີນ​ໄດ້​ຊອກ​ຫາ​ທຸກ​ວິທີ​ແກ້​ໄຂ​ໂດຍ​ຕະຫຼອດ.10ກວ່າ​ປີ​ກ່ອນ,ອົງການ​ປົກ​ຄອງທຸກ​ຂັ້ນ​ແລະອົງ​ການຈັດ​ຕັ້ງ​ສັງຄົມຝ່າຍ​ພົນລະ​ເຮືອນ​ຂອງ​ຈີນ​ຜ່ານ​ຈາກ​ຮູບ​ການ​ບໍລິຈາກ​ເປັນ​ຕົ້ນ,ປະຕິບັດ​​ກິດຈະການ​ຄວາມ​ຫວັງ,​ແຜນການ​ຊຸນ​​ໄລ​​ແປ​ວ່າ​ "ແຜນການ​ດອກ​ຈູມ​ລະດູບານ​ໃໝ່"ທີ່​ແນ​ໃສ່​ຊ່ວຍ​ເຫຼືອ​ເດັກນ້ອຍ​ຜູ່​ທຸກ​ຈົນຂອງ​ຊົນນະບົດ​ເຂົ້າຮຽນ,ອັນ​​ໄດ້ຮັບ​ປະສິດທິຜົນ​ຢ່າງ​ໃຫຍ່​ຫຼວງ.ປະຈຸ​ບັນ,ອົງການ​ປົກຄອງທຸກ​ຂັ້ນ​ເລີ່​ມປະຕິບັດ​ກິດຈະການ​ກອບ​ກູ້​ທີ່​ຍົກ​​ເວັ້ນຄ່າ​ສຶກສາ3ລາຍ​ຄື​ຄ່າ​ປຶ້ມ​ຮຽນ,ຄ່າ​ອຸປະກອນ​ການຮຽນ​ແລະ​ຄ່າ​​ຮຽນຕ່າງໆ​​ໃຫ້​ແກ່​ເດັກ​ນ້ອຍ​ຜູ່​ທຸກ​ຈົນ,ເພື່ອ​ຮັບປະກັນ​ໃຫ້​ເດັກນ້ອຍຍິ່ງ​ຫຼາຍ​ກວ່າ​​ເກົ່າ​ທີ່​ອາດ​ຈະ​ເຊົາ​ຮຽນ​ສາມາດສຳ​ເລັດ​ການ​ຮຽນ.

ເມືອງ​ຄຸນ​ມິ​ງຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ເປັນ​​ເທດສະບານ​ແຂວງ​ຢຸນນານ.ຫວ່າງ​ມໍ່​ໆ​ນີ້,ອົງການ​ປົກຄອງ​ເມືອງ​ຄຸນ​ມິ​ງ​ໄດ້​ວາງ​ກິດຈະການ​ກອບ​ກູ້​ດ້ວຍ​ເງິນ​ຈຳ​ເພາະ​ເພື່ອ​ຍົກ​ເວັ້ນຄ່າ​ສຶກສາ3ລາ​ຍ​ໂດຍ​​ແນ​ໃສ່​ນັກຮຽນ​ຜູ່​ທຸກ​ຈົນ​ໃນ​ຕົວ​ເມືອງ.ອົງການການ​ເງິນ​ເມືອງ​ຄຸນ​ມິ​ງ​ໄດ້​ເບີກ​ເງິນ6​ລ້ານ​ຢວນ​ເປັນ​ເງິນ​ກອບ​ກູ້​​ໂດຍຈຳ​ເພາະ​ເພື່ອ​ສະ​ໜອງ​ການ​ສຶກສາ​ທີ່​ຍົກ​ເວັ້ນຄ່າ​ປຶ້ມຮຽນ,ຄ່າ​ອຸປະກອນ​ການຮຽນ​ແລະ​ຄ່າ​​ຮຽນຕ່າງໆ​ໃຫ້​ແກ່​ນັກຮຽນ​ມັດ​ທະຍົມ​ຕົ້ນ2​ໝື່ນ​ຄົນ​ແລະ​ນັກຮຽນ​ປະຖົມ5​000ຄົນ.ການ​ປະຕິບັດ​ການ​ສຶກສາ​ທີ່​ຍົກ​ເວັ້ນຄ່າ​ສຶກສາ3ລາ​ຍດັ່ງກ່າວ​ໄດ້​ລົບ​ລ້າງ​ປະກົດ​ການ​ທີ່​​ເດັກນ້ອຍ​ຢູ່​ໃນ​ໄວຮຽນຂອງ​ທ້ອງ​ຖິ່ນ​ເຊົາ​ຮຽນ.ທ່ານ​ຈ້າວ​ປາວ​ເຊິ້ງ ​ຊາວນາຜູ່​ໜຶ່ງ​ທີ່​​ໄດ້ເຮັດ​ວຽກ​ຢູ່​​ເມືອງຄຸນ​ມິ​ງ​ໄດ້​ຫຼາຍ​ປີ​​ບອກ​ນັກ​ຂ່າວ​ວ່າ,​ແຕ່​ກ່ອນ,ຄ່າ​​ໃຊ້​ຈ່າຍ​ໃນ​ການຮຽນຂອງ​ລູກ​ແມ່ນ​ລາຍ​ຈ່າຍ​ກ້ອນ​ໃຫຍ່​ຂອງ​ຄອບຄົວເຂົາ​ໂດຍ​ຕະຫຼອດ.ດຽວ​ນີ້,ລູກ​ຖືກ​ຈັດ​​ເຂົ້າ​ໃນກິດຈະການ​ກອບ​ກູ້​ການ​ສຶກສາ​ທີ່​ຍົກ​ເວັ້ນຄ່າ​ສຶກສາ3ລາ​ຍ,ຄ່າ​ໃຊ້​ຈ່າຍ​ໃນ​ການ​ຮຽນ​ຂອງ​ລູກ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,ທັງ​ນີ້​ເຮັດ​ໃຫ້​ໝົດ​ຄອບຄົວ​ຂອງ​ທ່ານ​ຈ້າວ​ປາວ​ເຊິ້ງດີ​ໃຈ​ຫຼາຍ.ທ່ານ​​ເວົ້າ​ວ່າ:

"ພວກ​ເຮົາ​ມາ​ເຮັດ​ວຽກ​ຢູ່​​ເມືອງຄຸນ​ມິ​ງ,ຂາຍ​ຜັກ,​ຂາຍຂອງ​ເລັກ​ໜ້ອຍ,​ແຕ່​ກ່ອນ​ຄ່າ​ຮຽນ​​ຂອງ​ລູກ​ຕ້ອງ​ພັນ​ກວ່າ​ຢວນຕໍ່​ປີ,ປະຈຸ​ບັນ,ນະ​ໂຍບາຍ​ຍົກ​ເວັ້ນຄ່າ​ສຶກສາ3ລາ​ຍ​ໄດ້​ຫຼຸດຜ່ອນ​ຄວາມ​ແບກ​ຫາບ​ຂອງ​ຄອບຄົວ​ເຮົາ,​ຈັ່ງ​ແມ່ນ​ດີ​ຫຼາຍ."

ພ້ອມ​ກັນ​ນັ້ນ,ອົງການ​ປົກຄອງ​ເມືອງ​ຄຸນ​ມິ​ງຍັງ​ຮຽກ​ຮ້ອງ​​ໃຫ້​ອົງການ​ປົກຄອງ​ບັນດາ​ເຂດ​ແລະ​ເມືອງ​ທີ່​ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ​ພ້ອມ​ກັນ​ຈັດການ​ເຄື​່ອນ​ໄຫວ,​ເບີກ​ເງິນ​ຈຳ​ເພາະ,​ເປີດ​ກວ້າງ​ເປົ້າ​ໝາຍ​ກອບ​ກູ້​ຊ່ວຍ​ເຫຼືອ.ທ່ານ​ທຽນ​ເວິ​ຍຕົ່ງ,​ເຈົ້າ​ໜ້າ​ທີ່​ພະ​ແນ​ກການ​ສຶກສາ​ເມືອງ​ຄຸນ​ມິ​ງກ່າວ​ວ່າ,​ເປົ້າ​ໝາຍ​ຂອງ​​ກິດຈະການ​ກອບ​ກູ້​ຊ່ວຍ​ເຫຼືອ​ລວມທັງ​ລູກ​ກຳພ້າ​ກຳ​ພອຍ​ທີ່​ພວມ​ຮຽນ​ຢູ່​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ຢູ່​ເມືອງ​ຄຸນ​ມິ​ງ,ລູກ​ເຕົ້າ​ຂອງ​ຜູ່​ຫວ່າງ​ງານ​ໃນ​ຕົວ​ເມືອງ​,ລູກ​ເຕົ້າ​ຂອງ​ຄອບ​ຄົວ​ທຸກ​ຈົນ​ຢູ່​ຊົນນະ​ບົດ​ເປັນ​ຕົ້ນ.ທ່ານ​ເຫັນ​ວ່າ,ອົງ​ການ​ປົກ​ຄອງ​ປະຕິບັດ​ການ​ສຶກສາ​ທີ່​ຍົກ​ເວັ້ນຄ່າ​ສຶກ​ສາ​3ລາ​ຍ​ໃຫ້​ແກ່​​ເດັກ​ນ້ອຍ​ຂອງ​ຄອບ​ຄົວທີ່​ທຸ​ກຈົນ​ເຫຼົ່າ​ນີ້​ໄດ້ຫຼຸດ​ຜ່ອນ​ກຳລັງ​ໜີບ​ແລະ​ຄວາມ​ແບກ​ຫາບ​ຂອງ​ຄອບ​ຄົວ,​ໂຮງ​ຮຽນ​ແລະ​ອົງການ​ຮາກ​ຖານ.ສະ​ນັ້ນ,​ເມື່ອ​ກິດຈະ​ການ​ກອບ​ກູ້​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ຫາ​ກໍ່​ປະຕິ​ບັດ,ກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ມວນ​ຊົນ​ທັງ​ຫຼາຍ.​ທ່ານ​ເວົ້າ​ວ່າ:

"ຖ້າວ່າ​ບໍ່​ປະຕິບັດ​ການ​ສຶກສາ​ທີ່​ຍົກ​ເວັ້ນຄ່າ​ຮຽນ3ລາ​ຍ,ຄ່າ​ປຶ້ມ​ຮຽນ,ຄ່າ​ອຸປະກອນ​ການ​ຮຽນ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ຕ້ອງການ​ເງິນ,​​ສຳລັບ​ເດັກນ້ອຍ​ຂອງ​ຄອບຄົວ​ທຸກ​ຈົນ,ພໍ່​ແມ່​ພວກ​ເຂົາ​ເຈົ້າ​​ພັດ​ບໍ່​ມີ​ເງິນ,​ເດັກ​ນ້ອຍ​ເຫຼົ່າ​ນີ້ຈິ່ງ​ເຂົ້າ​ຮຽນ​ບໍ່​ໄດ້.ປະຈຸ​ບັນ,ທາງ​ອົງການ​ປົກຄອງ​ຊ່ວຍ​ຈ່າຍ​ເງິນ​ເຫຼົ່າ​ນີ້,ພໍ່​ແມ່​ປະຊາຊົນ​ແມ່ນ​ຊົມ​ເຊີຍ​ທີ່​ສຸດ."

1  2