ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-03 09:51:40    
ບໍ່​ໃຫ້​ເດັກນ້ອຍ​ຂອງ​ຄອບຄົວ​ທຸກ​ຈົນ​ຂອງ​ຈີນ​ພາດ​ໂອກາດ​ສຶກສາ​ຮ່ຳຮຽນ(ສຽງ)

cri

ຕາມ​ກົດ​ບັນຍັດ​ການ​ສຶກສາ​ທີ່ກ່ຽວຂ້ອງ​ຂອງ​ຈີນ,​ເດັກນ້ອຍ​ທີ່​ຢູ່​ໃນ​ໄວຮຽນ​ທັງ​ໝົດ​ລ້ວນ​ແຕ່​ມີ​ສິດ​ຮັບ​ການ​ສຶກສາ​ພາກ​ບັງຄັບ.ຜູ່​ຊ່ຽວຊານ​ການ​ສຶກສາ​ຊີ້​ອອກ​ວ່າ,ຍ້ອນກໍລະນີ​ພິ​ເສດ​ຂອງເດັກນ້ອຍທຸກ​ຈົນ.ອົງການ​ປົກຄອງ​ແລະ​ສັງຄົມ​ຄວນ​ໃຫ້ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ຮັກ​ແພງ​ຍິ່ງ​ຫຼາຍ​ກວ່າ​ເກົ່າ​ແກ່​ພວກ​ເຂົາ​ເຈົ້າ,​ແລະ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ​​ໃຫ້​ພວກ​ເຂົາ​ເຈົ້າ​​ເຕີບ​ໃຫຍ່​ຢ່າງ​ປອດ​ໄສ.
ຫຼາຍ​ປີ​ກ່ອນ,ສາວ​ນ້ອຍ​ຕິ່ງ​ຢາ​ເວິນພ້ອມກັນ​ກັບ​ພໍ່​ແມ່​​ໄດ້​ຍ້າຍຈາກ​ຕ່າງ​ຖິ່ນ​ມາ​ປັກ​ກິ່ງ.ຍ້ອນຕົວ​ເມືອງ​ຈຳນວນ​ໜຶ່ງ​ໄດ້​ວາງ​ຂໍ້​ຈຳ​ກັດ​ຕ່າງໆ​ຕໍ່​ການ​ເຂົ້າ​ຮຽນ​ຂອງ​ນັກຮຽນ​ເຊັ່ນ​​ການ​ເຂົ້າ​ຮຽນ​ຕ້ອງ​ມີ​ສຳມະ​ໂນ​ຄົວ​ເປັນ​ຕົ້ນ.​ເດັກນ້ອຍ​ຫຼາຍ​ຄົນ​ທີ່ບໍ່​ມີ​ສຳມະ​ໂນ​ຄົວ​ປັກ​ກິ່ງ​ຄື​ກັນ​ກັບ​ນາງ​ຕິ່ງ​ຢາ​ເວິນຢາກ​ເຂົ້າ​ຮຽນຢູ່​ປັກ​ກິ່ງ​ຈິ່ງຍາກ​ຫຼາຍ.ປະຈຸ​ບັນ,ຫົວໜ່ວຍ​ທີ​່ກ່ຽວຂ້ອງ​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນ​ເຊັ່ນພະ​ແນ​ກຄຸ້ມ​ຄອງ​ການສຶກສາ​ແລະ​ພະ​ແນ​ກຄຸ້ມ​ຄອງ​ສຳ​ມະ​ໂນ​ຄົວ​​ເປັນ​ຕົ້ນ​ໄດ້​ຍົກ​ເລີກ​ການ​ຈຳກັດ​ດັ່ງກ່າວ​ຕາມໆ​ກັນ.ບາງ​ຕົວ​ເມືອງ​ຍັງ​​ໄດ້​ສ້າງ​ໂຮງຮຽນ​​ໂດຍຈຳ​ເພາະ​ສຳລັບ​ລູກ​ເຕົ້າ​ຂອງ​ຄົນ​ຕ່າງ​ຖິ່ນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ.ສອງ​ປີ​ກ່ອນ,ນາງ​ຕິ່ງ​ຢາ​​ເວິນ​ທີ່​ມີອາຍຸ10ຂວບໄດ້​ເຂົ້າ​ໂຮງຮຽນ​ຢ່າງ​ສະດວກ.ປະຈຸ​ບັນ,ນາງ​ພວມ​ຮຽນ​ຢູ່​ໂຮງຮຽນ​ປະຖົມ​ຖະໜົນ​ຢູສວນ​ປັກ​ກິ່ງ.ນາ​ງ​ເວົ້າ​ວ່າ:

"ຄູ​ອາຈານ​ຢູ່​ແຫ່ງນີ້​ປະຕິບັດ​ຕໍ່​ພວກ​ເຮົາ​​ເໝືອນ​ດັ່ງລູກ​ຂອງ​ຕົນ.​ເມື່ອພວກ​ເຮົາ​​ເຈັບ​ເປັນ​ແລ້ວ,ຄູ​ກໍ​​ເຕືອນ​ໃຫ້​ພວກ​ເຮົາ​ກິນ​ຢາ​ຕາມ​ເວລາກຳນົດ,ພວກ​ເຮົາ​ບາດ​ເຈັບ​ແລ້ວ,ຄູ​ກໍ​ພາ​ພວກ​ເຮົາ​ໄປ​ຫາ​ນາຍ​ໝໍ.ຄັນການ​ຮ່ຳ​ຮຽນ​ບໍ່​ທັນ​ໝູ່,ຄູ​ກໍ​​ສະ​ຫຼະ​ເວລາ​ພັກຜ່ອນ​ຂອງ​ຕົນ​ມາ​ສອນ​ພວກ​​ເຮົາ​ຕື່ມ.​ເມື​່ອ​ເລີກ​ຮຽນ​ແລ້ວ,ທາງ​ໂຮງຮຽນ​ຍັງ​ຈັດ​ລົດສ່ົງ​ພວກ​ເຮົາ​ເມືອ​​ເຮືອນ.ຢູ່​ແຫ່ງ​ນີ້,ພວກ​ເຮົາ​ບໍ່​ພຽງ​ແຕ່​ຮຽນ​ໄດ້​ຄວາມ​ຮູ້​ວັດທະນະທຳ​ວິທະຍາ​ສາດ​ທໍ່​ນັ້ນ,ພວກ​ເຮົາ​ຍັງ​ຮຽນ​ຮູ້​ຄວາມ​ຮັກ​ແພງ​ອີກ​ດ້ວຍ."

ຕາມສະຖິຕິ​ລາຍ​ໜື່ງຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ,​ໃນ10​ປີ​ຂ້າງ​ໜ້າ​ນີ້,​​​​ແຕ່ລະ​ປີ,​ຈະມີ​ແຮງ​ງານ15​ລ້ານ​ຄົນ​ຍ້າຍຈາກ​ຊົນນະບົດ​ເຂົ້າ​​ສູ່​ຕົວ​ເມືອງ,ມີ​ເດັກນ້ອຍປະມານ1​ລ້ານຄົນ​ພ້ອມ​ກັນກັບ​ພໍ່​ແມ່​ເຂົ້າ​​ສູ່ຕົວ​ເມືອງ.ທ່ານ​ນາງກູ້​ຊິວ​ຫຼຽນ​ຮອງ​ປະ​ທານ​ຄະນະ​ປະຈຳ​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ,ປະ​ທານ​ສະຫະ​ພັນ​ແມ່​ຍິງ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ເວົ້າ​ໃນ​ລະດັບ​ອັນ​ແນ່ນອນ​ແລ້ວ.​ລະດັບ​ຮັບ​ການ​ສຶກສາ​ຂອງປະ​ຊາກອນ​ຕ່າງ​ຖິ່ນ​​ໃນຕົວ​ເມືອງ​ພ້ອມ​ກັບ​ລູກ​ເຕົ້າ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຕັດສິນ​ລະດັບ​ຮັບ​ການ​ສຶກ​ສາກ​ວມລວມ​ຂອງ​ພົນລະ​ເມືອງ​ຈີນ​ແລະ​ການ​ພັດ​ທະນາ​​ສະພາບ​ແວດ​ລ້ອມ​ສັງຄົມ​ຢ່າງມີ​ອາລະຍະ​ທຳ​ແລະ​ປອດ​​ໄສ.ສະ​ນັ້ນ,ອົງ​ການ​ປົກຄອງ​ແຫ່ງ​ຕ່າງໆ​ຄວນ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ຕໍ່​ປະຊາ​ກອນ​ເຄື່ອນ​ທີ່​ແລະ​ປະຊາ​ກອນ​ທີ່​ຊີວິດ​ການ​ເປັນ​ຢູ່​ທຸກ​ຍາກ,​​ເອົາ​ໃຈ​ໃສ່​ນຳລູກ​ເຕົ້າ​ຂອງ​ພວກ​ເຂົາ​ເຈົ້າ,​ເຮັດ​ໃຫ້​ເດັກ​ນ້ອຍ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ສຶກສາ​ຢ່າງ​ສະ​ເໝີ​ພາບ​ກັນ.ທ່ານ​ນາງ​ກູ້​ຊິວ​ຫຼຽນ​ເວົ້າ​ວ່າ:

"ເດັກນ້ອຍ​ເຄື່ອນ​ທີ່​ຄື​ກັນ​ກັບ​ເດັກນ້ອຍ​ທັງ​ໝົດ,ຄວນ​ມີ​ສິດ​ສະ​ເໝີ​ພາບ​ໃນ​ການ​ຢູ່​ລອດ,ການ​ປົກ​ປ້ອງ,ການ​ພັດທະນາ​ແລະ​ການ​ເຂົ້າ​ຮ່ວມ.​ການ​ເຮັດ​ວຽກ​ງານ​ການ​ສຶກສາ​ຂອງ​ເດັກນ້ອຍ​​ເຄື່ອນ​ທີ່​ໃຫ້​ດີ​ແລະປົກປ້ອງ​ສິດປະ​ໂຫຍ​ດຊອບ​ກົດໝາຍ​ຂອງ​ພວ​ກ​ເຂົາ​ເຈົ້າ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຊຸກ​ຍູ້​ການພັດທະນາ​ເສດຖະກິດ​,ສັງຄົມ​ມີ​ສະຖຽນ​ລະ​ພາບ,ຄວາມ​ກ້າວໜ້າ​ດ້ານ​ອາລະຍະ​ທຳ​ຂອງ​ຈີນ.ທົ່ວ​ສັງຄົມ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ເດັກນ້ອຍ​ເຄື່ອນ​ທີ່,​ໃຫ້​ຄວາມ​ຮັກ​ແພງ​ຍິ່ງ​ຫຼາຍ​ກວ່າ​ເກົ່າ​ແກ່​ພວກ​ເຂົາ​ເຈົ້າ."

 ການ​ເຮັດໃຫ້​​ເດັກນ້ອຍ​ຢູ່​ໃນ​​ໄວ​ຮຽນ​ຮັບການ​ສຶກສາ​ພາກ​ບັງຄັບ9​ປີ​ແມ່ນ​ໜ້າ​ທີ່​ຮັບຜິດ​ຊອບ​ຍາວ​ນານຂອງ​ລັດ​ຖະ​ບານ​ຈີນ.ປະ​ຈຸ​ບັນ,ລັດ​ຖະບານ​ຈີນ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ໄດ້​ຮ່ວມ​ກັນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດ​ຊອບ​ດັ່ງກ່າວ.​ພະຍາ​ຍາມ​ເຮັດ​ໃຫ້​ເດັກ​ນ້ອຍ​ຢູ່​ໃນ​ໄວຮຽນ​ທັງ​ໝົດ​​ໃນ​ຄອບຄົວ​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ​ສາມາດໄດ້​​ເຂົ້າ​​ໂຮງ​ຮຽນ​ໝົດ.


1  2