ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-04 14:55:53    
ພູ​ຊິ່ງ​ເຊີງ​ຊ່ານ​ແລະ​ຝາຍ​ຕູ່​ຈ່ຽງ​ອ້ຽນ(ສຽງ)

cri

                    


               (ພູຊິ່ງເຊີງຊ່ານແລະຝາຍຕູ່ຈ່ຽງອ້ຽນ)
​ກິດຈະການ​ຊົນລະປະທານ​ທີ່​ກໍ່ສ້າງ​​ເມື່ອ​ສອງ​ພັນ​ກວ່າ​ປີ​ກ່ອນ,​ນັບ​ມາ​ຮອດ​ປະຈຸ​ບັນ​ຍັງ​ເສີມ​ຂະຫຍາຍ​ບົດບາດ​ທີ່​ລະບາຍນ້ຳ​​ເຂົ້ານາ​ສວນແລະ​ປ້ອງ​ກັນນ້ຳຖ້ວມ​,​ໃນ​ໂລກ​ນີ້ມີ​ແຕ່​ແຫ່ງ​ດຽວ,​ນັ້ນ​ກໍ​ຄື​ຝາຍຕູ່​ຈ່ຽງອ້ຽນຂອງ​ຈີນ.ປີ2000,ສິ່ງ​ກໍ່ສ້າງ​ອັນ​ດີ​ເລີດ​ດັ່ງກ່າວຂອງ​ມວນ​ມະນຸດ​ແລະ​ພູ​ຊິ່ງ​ເຊີງ​ຊ່ານ ບ່ອນ​ຕັ້ງຝາ​ຍຕູ່​ຈ່ຽງອ້ຽນ​ພ້ອມ​ກັນຖືກ​ຈັດ​ເຂົ້າບັນຊີ​ລາຍ​ຊື່​ມໍລະ ດົກ​ໂລກ.
     
                    (ປະຕູຂອງພູຊິ່ງເຊີງຊ່ານ)
ພູ​ຊິ່ງ​ເຊີງ​ຊ່ານ​ຕັ້ງຢູ່​ຫ່າງ​ຈາກ​ເມືອງ​ຕູ່​ຈ່ຽງອ້ຽນຂອງ​ແຂວງ​ເຊ​ສວນ​ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄປ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້15​ກິ​ໂລ​ແມັດ,​ແຫ່ງ​ນີ້​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ,​ແຕ່​ບູ ຮານ​ນະ​ການ​ມາ​ນີ້​ກໍ​ແມ່ນ​ບ່ອນ​ສົມ​ຫວັງສຳລັບ​ການທ່ອງທ່ຽວ​ແລະ​ດຳ​ລົງ​ຊີວິດ.ຄ.ສ.ປີ143, ທ່ານ​ຈ່າງ​ລີງ​ໄດ້​ປະດິດ​ສ້າງສາ​ສະໜາ​ເຕົາ​ສາສະໜາພື້ນເມືອງຂອງຈີນ​ຢູ່​ພູ​ຊິ່ງ​ເຊີງ​ຊ່ານ, ໄດ້​ສ້າງຖານະອັນສຳຄັນໃຫ້ພູ​ຊິ່ງ​ເຊີງ​ຊ່ານໃນ​ປະ​ຫວັດ​ສາ​ສະ​ໜາ​ເຕົາ​ຂອງ​ຈີນ.​ປະ​ຈຸ​ບັນ​ນີ້,ພູ​ຊິ່ງ​ເຊີງ​ຊ່ານ​ມີ​ຈຸ້ມ​ສິ່ງ​ກໍ່​ສ້າງ​ວັດ​ສາ​ສະ​ໜາເຕົາທີ່ໂຮມສູນກັນຫຼາຍກວ່າໝູ່,​ສິ່ງ​ທີ່​ຕ່າງ​ກັນ​ກັບ​ພູອູ​ຕ່າງ​ຊ່ານ ​ເຊ່ິງ​ເປັນ​ປູຊະນີ​ຍະສະ​ຖານ​ສາ​ສະ​ໜາ​ເຕົານັ້ນ​ແມ່ນ,ຈຸ້ມ​ສິ່ງ​ກໍ່​ສ້າງ​ສາ​ສະ​ໜາ​ເຕົາ​ຂອງ​ພູ​ຊິ່ງ​ເຊີງ​ຊ່ານເປັນແບບ​ທຳ​ມະ​ຊາດ​ແລະ​ແບບບູຮານ,ມີ​ສີ​ສັນ​ພິ​ເສດ​ອັນ​ເຂັ້ມ​ຂຸ້ນ​ຂອງ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ຈຸ້ມ​ສິ່ງ​ກໍ່ສ້າງ​ສາສະໜາ​ເຕົາ​ຂອງ​ພູ​ອູ​ຕ່າງ​ຊ່ານ​ພັດສະ​ແດງ​ໃຫ​້​ເຫັນ​ສີ​ສັນ​ພິ​ເສດທີ່ເປັນ​ສິ່ງ​ກໍ່ສ້າງ​ພະ​ລາຊະ​ວັງ,​ແລະ​ມີ​ປະ​ຫວັດ​ສັ້ນ​ກວ່າ​ພູ​ຊິ່ງ​ເຊີງ​ຊ່ານ.    
     
                       (ວັດຊ້າງຊິ່ງ)    
ວັດ​ສາສະໜາ​ເຕົາ​ຂອງ​ພູ​ຊິ່ງ​ເຊີງ​ຊ່ານ​ຖືຖ້ຳທ່ຽນ​ຊີ່​ທີ່​ທ່ານ​ຈ່າງ​ລີງ​ເຄີຍ​ພຳນັກ​ຢູ່​ນັ້ນ​ເປັນ​ແກນ​ກາງ,​ຍັງ​ມີ​​ວັດອື່ນໆ10​ກວ່າວັດ​ເຊັ່ນ ວັດຈ້ຽນຟູ​ແລະວັດຊ້າງ​ຊິ່ງ.ສິ່ງ​ກໍ່ສ້າງ​ເຫຼົ່ານີ້​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ແນວ​ຄິດ​ທີ່​ສະ​ແຫວ​ງຫາ​ທຳ​ມະ​ຊາດ​ຂອງ​ສາສະໜາ​ເຕົາ,ສ້າງ​ສິ່ງ​ກໍ່ສ້າ​ງ ນານາ​ຊະນິດ​ດ້ວຍຮູບ​ການ​ດັ້ງ​ເດີມ​ເຊັ່ນ​ຢອງ​ຢາຍ​ກັນຢູ່​ສອງ​ຂ້າງ​ເສັ້ນກາງ​ຢ່າງ​​ກຳ້ເກິ່ງ​ກັນ,​ແລະອາ​ໄສ​ພູມ​ສັນຖານຢ່າງ​ສະຫຼາດຫຼັກ​ແຫຼມ.ສິ່ງ​ປະດັບ​ປະດາ​ສິ່ງ​ກໍ່ສ້າງ​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ແນວ​ຄິດ​ທີ່​ສະ​ແຫວ​ງຫາ​ສິລິມຸງຄຸນ ອາຍຸ​ໝັ້ນຂວັນຍືນ​ແລະ​ເປັນ​ເທ​ວະ​ດາ​ຂອງ​ສາ​ສະ​ໜາ​ເຕົາ,​ມີ​ມູນ​ຄ່າ​ປະຫວັດສາດ​ແລະ​ສິລະ​ປະ​ອັນ​ສຳຄັນ​ສຳລັບ​ການ​ລົງ​ເລິກ​ຄົ້ນ​ຄວ້າ​ແນວ​ຄິດ​ປັດ​ຊະ​ຍາ​ສາ​ສະ​ໜາ​ເຕົາ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ.​ສິ່ງ​ທີ່​ໜ້າ​ກ່າວ​ເຖິງ​ນັ້ນ​ແມ່ນ,​ໃນ​ວັດ​ເຫຼົ່າ​ນີ້​ມີ​ຄະ​ຕິ​ຄູ່​ຈຳ​ນວນ​ຫຼວງ​ຫຼາຍ.​ບໍ່​ພຽງ​ແຕ່​​ໄດ້​ຍ້ອງຍໍ​ຄວາມ​ງາມ​ຂອງ​ພູ​ຊ່ິງ​ເຊີງ​ຊ່ານ​ທໍ່ນັ້ນ, ຍັງ​ໄດ້​ຍ້ອງ​ຍໍ​ແນວ​ຄິດ​ສາສະໜາ​ເຕົາ ຄຳ​ພີ​ສາສະໜາ​ເຕົາ,​ໃນ​ນັ້ນຈຳນວນ​ບໍ່​ໜ້ອຍ​ແມ່ນ​ບົດ​ປະພັນ​ຂຽນງາມ​ອັນ​ຍອດ​ຢ້ຽມຂອງ​ຈີນ.ນອ​ກນີ້,ຢູ່​ຕີນ​ພູ​ຕາ​ເວັນ​ອອກຂອ​ງພູ​ຊິ່ງ​ເຊີງ​ຊ່ານ​ມີ​ຮ່ອງຮອຍ​ເມືອງ​ມາງ​ເຊີງ​ຂອງ​ທ້າຍ​ຍຸກ​ເຄື່ອງມື​ຫີນໃໝ່ທີ່​ໄກຈາກ​ປະຈຸ​ບັນ​ປະມານ4500​ປີ,​​ຮ່ອງຮອຍ​ເມືອງ​ບູຮານໃນ​ຍຸກ​ດຽວ​ກັນ​ແມ່ນ​ເຫັນ​ໜ້ອຍ​ທີ່​ສຸດ​ຢູ່​ຈີນ.​ວັດ​ຖຸ​ບູ​ຮານ​ຈຳ​ນວນ​ຫຼວງຫຼາຍທີ່​ຂຸດ​ອອກຈາກບ່ອນນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ເປີດ​ເຜີຍ​ອາ​ລະ​ຍະ​ທຳ​ບູ​ຮານ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ.​ນອ​ກ​ນີ້,​ຍ້ອນ​ມີ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ອັນ​ດີ​ງາມ,​ພູ​ຊິ່ງ​ເຊີງ​ຊ່ານ​ຈຶ່ງ​ມີ​ໝີ​ແພນ​ດາ​ແຈກ​ຢາຍ​ຢູ່​ຫຼາຍ.
      
              (ທຳມະພິທີສາສະໜາເຕົາຢູ່ພູຊິ່ງເຊີງຊ່ານ)

1  2  3