ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 15:20:28    
ຄູ​ຝຶກ​ສັນຊາດ​ຕ່າງປະ​ເທດ​ໃນ​ຄະນະ​ກິລາ​ຈີນ(ພາບ)

cri

​ໃນ​ຄະນະ​ກິລາ​ຈີນ​ທ່ີ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ມີ​ຄູ​ຝຶກ​ສັນຊາດ​ຕ່າງປະ​ເທດຫຼາຍທ່ານ. ​ເຖິງ​ວ່າ​ພວກ​ທ່ານ​ມາ​ຈາກ​ປະ​ເທດ​ຕ່າງ​ກັນ​ ປາກ​ພາສາ​ກໍ່​ຕ່າງ​ກັນກໍ່ຕາມ, ​ແຕ່​ພວກ​ທ່ານ​ມີ​ຈຸດ​ຮ່ວມ​ຈຸດ​ໜ່ຶງ, ນັ້ນກໍ​ຄື ບຸກບືນ​ເພ່ືອ​​ຈີນ.

      

​ເມ່ືອ​ທ້າຍ​ປີ 1999, ທ່ານກິມຊາງ​ແບັກ ຄົນ​ສ.​ເກົາຫຼີທ່ີ​ຖືກ​ເອີ້ນ​ເປັນ "​ຄູ​ຝຶກຜີ​ຮ້າຍ" ​ໄດ້​ມາ​ຈີນ​​ເປັນ​ຄູ​ຝຶກ​ໃຫຍ່​ທີ​ມບານ​ຮອກ​ກີ​ເພດ​ຍິງ​ຈີນ. ​ໃນ​ການ​ຝຶກຫັດ, ຄວາມ​ຜິດພາດອັນ​ເລັກ​ໜ້ອຍ​ຂອງ​ນັກ​ກິລາ​ຈີນກໍ່​ຈະຫຼີກບໍ່ມົ້ມສາຍຕາ​ຂອງ​ເພ່ິນ; ​ແຕ່​ໃນ​ຊີວິດ​ປະຈຳ​ວັນ  ທ່ານກິມຊາງ​ແບັກຮັກ​ແພງນັກ​ກິລາຈີນ​ທຸກ​ຄົນ​ປານ​ລູກ​ສາວ​ຂອງ​ຕົນ. ຄວາມຂະຫຍັນ​ພຽນ ຄວາມ​ເຂັ້ມງວດ​ໃນ​ການ​ຝຶກຫັດ ຄວາມ​ເມດ​ຕາ​ແລະດູ​​ແລ​ຜູ່​ສາວ​ຈີນໃນ​ຊີວິດ​ການ​ເປັນ​ຢູ່, ​ໄດ້​ກາຍ​ເປັນ​ຜົນສຳ​ເລັດ​ຂອງ​ທີ​ມບານ​ຮອກ​ກີ​ເພດ​ຍິງຈີນ. ທີ​ມບານ​ຮອກ​ກີ​ເພດ​ຍິງ​ຈີນກໍ​ກາຍ​ເປັນ​ທີ​ມ​ເພດ​ຍິງອີກ​ທີ​ມໜ່ຶງ​ທ່ີຄົນ​ທັງຫຼາຍຝາກ​ຄວາມ​ຫວັງ​ນຳ​ຫຼັງທີ​ມບານ​ເຕະ​ເພດ​ຍິງ​ຈີນ. ດຽວນີ້ ​ທີ​ມບານ​ຮອກ​ກີ​ເພດ​ຍິງ​ຂອງ​ຈີນ​ໄດ້​ກາຍ​ເປັນ​ທີ​ມບານ​ໜ່ຶງ​ທ່ີ​ມີ​ຢູ່​ບໍ່ຫຼາຍ​ໃນ​ທີ​ມກິລາ​ປະ​ເພດ​ບານ​ທ່ີ​ຮ້ອງ​ຄຳ​ຂວັນ​ວ່າ​ຈະ​ຊິງ​ເອົາຫຼຽນຄຳ​ໃນ​ງານ​ໂອ​ລິ​ມປິກ​ອາ​ແຕນ.

​​ພາບເທິງແມ່ນພາຍຫຼັງທີ​ມບານ​ຮອກ​ກີ​ເພດ​ຍິງ​ຈີນ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ເອຊຽນ​ແກມ​ເມ່ືອ​ວັນ​ທີ 11 ຕຸລາ​ປີ 2002 ​ແລ້ວ, ນັກ​ກິລາ​ຈີນໂຍນ​ທ່ານກິມຊາງ​ແບັກ ຄູ​ຝຶກ​ຂຶ້ນ​ເພ່ືອ​ສະ​ເຫຼີມສະຫຼອງ.


1  2  3  4  5  6