ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 15:20:28    
ຄູ​ຝຶກ​ສັນຊາດ​ຕ່າງປະ​ເທດ​ໃນ​ຄະນະ​ກິລາ​ຈີນ(ພາບ)

cri

       

​ໃນ​ງານຊ່ວງ​ເຮືອ​ກາ​ໂນ​ຊິງ​ຂັນ​ໂລກ​ປີ 2004 ​ທ່ີ​ຫາ​ກໍ່ສິ້ນ​ສຸດ​ລົງ​ຢູ່​ເຢຍລະ​ມັນໃນ​ທ້າຍເດືືອນມິຖຸນາ, ທ້າວ​ເມີງ​ກວນ​ລຽງ​ກັບ​ທ້າວ​ຢາງ​ເວີນ​ຈຸນ ນັກ​ກິລາ​ຊ່ວງ​ເຮືອ​ກາ​ໂນ​ຈີນ​ຊິງ​ໄດ້​ແຊມ​ປຽນ​ໂລກ, ​ເຊ່ິງ​​ເປັນ​ການ​ບຸກທະລຸ​ຄັ້ງປະຫວັດສາດ. ທັງ​ນີ້​ແມ່ນ​ແຍກ​ອອກ​ຈາກ​ການ​ສອນ​ຂອງ​ຄູຝຶກ​ສັນຊາດ​ຕ່າງປະ​ເທດ​ສອງ​ທ່ານ​ຄື ທ່ານມາກ ປາ​ໂລ​ຊີ ຄົນ​ກາ​ນາ​ດາ​ເຊື້ອສາຍ​ໂປ​ໂລ​ຍ​ແລະ​ທ່ານຢັສຊີ​ໂນ ຄົນ​ຮົງ​ກາລີ​ບໍ່​ໄດ້​. ທ່ານ​ປາ​ໂລ​ຊີເຄີຍ​​ເປັນ​ຄູ​ຝຶກ​ໃຫຍ່​ຂອງທີ​ມຊາດ​ໂປ​ໂລ​ຍ​ເປັນ​ເວລາ​ 7 ປີ, ຕໍ່​ຈາກ​ນັ້ນທ່ານ​ເປັນ​ຄູ​ຝຶກ​ທີ​ມກາ​ນາ​ດາ 2 ປີ​ເຄ່ິງ, ​ເປັນ​ຄູ​ຝຶກ​ທີ​ມອາ​ເມ​ລິ​ກາ 2 ປີ, ກ່ອນ​ມາ​ສອນ​ຢູ່​ຈີນ ທ່ານ​ແມ່ນຄູຝຶກ​ທີມ​ໂປໂລ​ຍ. ທ່ານ​ເຫັນ​ວ່າ​ຄົນ​ຈີນ​ກັບ​ຄົນ​ຕ່າງປະ​ເທດ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ໃນ​ດ້ານ​ຮ່າງກາຍ, ​ຂໍ​ກະ​ແຈ​ແມ່ນ​ຕ້ອງ​ພະຍາຍາມ​ຝຶກ​ຫັດ​ແລະ​ຄຸ້ມຄອງ​ຕາມຫຼັກວິທະ​ຍາສາດ. ຄູ​ຝຶກ​ຄົນ​ຕ່າງປະ​ເທດ​ສອງ​ທ່ານ​ນີ້ໄດ້​ວາງ​ລະບົບ​ການ​ຝຶກ​ຫັດ​ອັນ​ສົມບູນ​ແລະ​ຕາມຫຼັກວິທະຍາສາດ​ໃຫ້​ແກ່​ນັກ​ກິລາ​​ທີ​ມຈີນ, ​ເຮັດ​ໃຫ້​ນັກ​ກິລາມີ​ຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ, ​​​ແລະໄດ້​ສ້າງ​ຄວາມ​ຫວັງ​ໃຫ້​ແກ່​ທີ​ມຊ່ວງ​ເຮືອ​ກາ​ໂນ​ຈີນ​​ໄປ​ຊິງ​ເອົາ​ຜົນ​ດີ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ.​​

ພາບ​: ​ເມ່ືອ​ວັນ​ທີ 12 ຕຸລາ​ປີ 2002, ທ່ານປາ​ໂລ​ຊີ(ຊ້າຍ)ພວມ​ກວດກາ​ທີ​ມຊ່ວງ​ເຮືອ​ກາ​ໂນ​ຈີນກ່ອນ​ຈະເຂົ້າຮ່ວມການ​ແຂ່ງຂັນ​ໃນ​ງານ​ເອຊຽນ​ແກມປູຊາ​ນ.


1  2  3  4  5  6