ເຜ່ົາສຸ້ຍເຊ່ິງແມ່ນເຜ່ົາສ່ວນຫນ້ອຍທີ່ອາໄສຢູ່ແຂວງກຸ້ຍໂຈວພາກຕາເວັນຕົກສ່ຽງໃຕ້ຂອງຈີນ,ເຜ່ົາສຸ້ຍຕົ້ນຕໍແມ່ນຕັ້ງພູມລຳເນົາຈຸ້ມກັນຢູ່ເມືອງຊັນຕູເຜົ່າສຸ້ຍປົກຄອງຕົນເອງຂອງແຂວງກຸ້ຍໂຈວ,ມີພາກສ່ວນຫນ້ອຍແມ່ນຢາຍກັນຢູ່ທ້ອງຖ່ິນອື່ນໃນແຂວງກຸ້ຍໂຈວແລະເຂດກວາງຊີເຜ່ົາຈ້ວງປົກຄອງຕົນເອງ,ລວມມີປະຊາກອນ 3 ແສນ 4 ຫມື່ນກວ່າຄົນ,ເຜ່ົາສຸ້ຍມີພາສາປະຈຳເຜ່ົາຂອງຕົນ,ດຽວນີ້,ເຜ່ົາສຸ້ຍກໍເວົ້າພາສາຫ້ານໂດຍທ່ົວໄປ.
ຕັ້ງແຕ່ກ່ອນສະໄຫມລາຊະວົງຊີນແລະລາຊະວົງຫ້ານພຸ້ນ(ຄື ປະມານ 2 ພັນ 200 ກວ່າປີກ່ອນ )ຢູ່ເຂດຕາເວັນຕົກສຽງໃຕ້ຂອງຈີນໄດ້ມີຫຼາຍກົກເຫຼ່ົາອາໃສຢູ່,ໃນນັ້ນ,ມີກົກເຫຼ່ົາຫນ່ຶງໄດ້ຂະຫຍາຍຕົວມາເປັນເຜ່ົາສຸ້ຍໃນປະຈຸບັນ,ໃນພຶດຕິກຳການຜະລິດແລະດຳລົງຊີວິດຢ່າງຍາວນານນັ້ນ,ເຜ່ົາສຸ້ຍໄດ້ປະດິດສ້າງສິນລະປະວັດທະນະທຳອັນອຸດົມສົມບູນ.
ຄັນຮອດຍາມບຸນກິນສິນກິນທານ,ການຟ້ອນຄ້ອງບ້າງແລະຟ້ອນຊົນງົວກໍແມ່ນລາຍການທີ່ຂາດບໍ່ໄດ້ຂອງເຜ່ົາສຸ້ຍໂດຍຕະຫຼອດ,ເນື້ອໃນຂອງການຟ້ອນຄ້ອງບ້າງຕົ້ນຕໍແມ່ຍສ່ອງແສງໃຫ້ເຫັນການເຮັດໄຮ່ເຮັດນາ,ຫວ່ານກ້າດຳນາ,ເກັບກ່ຽວແລະສະຫຼອງຜົນເກັບກ່ຽວໄດ້ຫຼາຍເຫຼ່ົານີ້ເປັນຕົ້ນ,ວາດຟ້ອນກໍຄ້າຍຄືກັນກັບການອອກແຮງງານ.
1 2 3 4 5
|