ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 17:03:42    
ຊີວະ​ປະຫວັດ​ຫຍ້ໍ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ

cri

ທ່ານ​ເຕິ້ງ​ສຽວ​ຜິ​ງ(1904-1997) ​ແມ່ນ​ນັກ​ລັດທິ​ມາກ​ຜູ່​ຍ່ິງ​ໃຫຍ່ ນັກ​ປະຕິວັດ​ຊົນ​ຊັ້ນກຳມາ​ຊີບ ນັກ​ການ​ເມືອງ ນັກ​ການ​ທະຫານ ນັກ​ການ​ທູດ, ​ແມ່ນ​ຜູ່​ນຳ​ສຳຄັນຜູ່​ໜ່ຶງ​ຂອງ​ພັກ​ກອມ​ມູນິດ​ຈີນ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະຂອງ​ສາທາລະນະລັດປະຊາຊົນ​ຈີນ, ​ແມ່ນ​ນາຍຊ່າງ​ໃຫຍ່​ທ່ີ​ອອກ​ແບບ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ສ້າງສາ​​ໃຫ້ສັງຄົມ​ນິຍົມທັນ​ສະ​ໄໝຂອງ​​ຈີນ​, ຜູ່​ສ້າງຕັ້ງທິດ​ສະ​ດີ​ເຕິ້ງ​ສຽວ
​ຜິ​ງ.

ທ່ານ​ເຕິ້ງ​ສຽວ​ຜິ​ງ​ເກີດ​ຢູ່​ເມືອງ​ກວາງ​ອານ​ແຂວງ​ເຊ​ສວນ​ເມ່ືອ​ວັນ​ທີ 22 ສິງຫາ​ປີ 1904. ຊ່ື​ເດີມຊ່ືວ່າ​ເຕິ້ງ​ຊຽນ​ເຊິ​ງ, ຊ່ື​ໃຊ້​ໃນ​​ໂຮງຮຽນ​ແມ່ນ​ເຕິ້ງ​ຊີ​ສຽນ. ທ່ານ​ເຂົ້າ​ໂຮງຮຽນ​ແຕ່ເວລາ 5 ຂວບ, ​ເມ່ືອ​ລະ​ດູ​ໃບ​ໄມ້ຫຼົ່ນປີ 1919 ທ່ານ​ໄດ້​ເສັງ​ເຂົ້າ​ໂຮງຮຽນ​ກຽມໄປ​ຮຽນ​ຕໍ່​ຢູ່​ຝຣ່ັງທ່ີເມືອງ​ຈຸ​ງກິ​ງ​ແບບ​ເຮ​ັດວຽກ​ໄປ​ນຳ​ເພ່ືອ​ຫາ​ທຶນ​ຮຽນ. ​ເມ່ືອລະດູ​ຮ້ອນ​ປີ 1920, ທ່ານ​ໄດ້​ໄປ​​ເຮັດ​ວຽກ​ຫາ​ທຶນຮຽນ​ຕໍ່​ຢູ່​ຝຣ່ັງ​. ປີ 1922 ທ່ານ​ເຂົ້າ​ເປັນ​ສະມາຊິກ​ຄະນະ​ຊາວ​ໜຸ່ມ​ສັງຄົມ​ນິຍົມ​ຈີນ, ປີ 1924 ​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ.

​ເມ່ືອ​ລະດູ​ໃບ​ໄມ້​ປ່ົງປີ 1927, ທ່ານສຳ​ເລັດ​ການ​ຮຽນ​ຢູ່​ໂຊ​ວຽດ​ແລ້ວ​ກັບ​ຄືນ​ປະ​ເທດ. ພາຍຫຼັງການ​ຮ່ວມ​ມື​ລະຫວ່າງ​ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູນິດ​ຈີນ​ແຕກ​ສະຫຼາຍ​, ທ່ານ​ໄດ້​ປ່ຽນ​ຊ່ື​ເປັນ​ເຕິ້ງ​ສຽວ​ຜິ​ງ. ​ເມ່ືອ​ລະດູ​ຮ້ອນ​ປີ 1929, ທ່ານ​ເດີນທາງ​ໄປ​ກວາງຊີ​ໃນ​ນາມເປັນ​ຕົວ​ແທນສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ໄດ້​ລະດົມຂົນຂວາຍກໍ່ການ​ລຸກ​ຮື​ຂຶ້ນຢູ່​ເມືອງ​​​ໄປ​ເຊີ້​ແລະ​ເມືອງຫຼົງ​ໂຈວ​ເມ່ືອ​ເດືອນ​ທັນວາ​ປີ 1929 ​ແລະ​ເດືອນ​ກຸມພາ​ປີ 1930, ສ້າງຕັ້ງກອງທັບສາຍ​ທີ 7 ​ແລະ​ສາຍທີ 8 ຂອງ​ກອງທັບ​ແດງ​ກຳມະກອນ​ຊາວ​ນາຈີນ​ແລະ​ສ້າງຕັ້ງ​ເຂດທ່ີ​ໝັ້ນປະຕິວັດ​​ຢູ່ແມ່ນ້ຳ​ຈໍ​ຈ່ຽງ​ແລະ​ແມ່ນ້ຳ​ອິ້ວຈ່ຽງ. ຫຼັງຈາກ​ປີ 1931, ທ່ານ​​ໄດ້ດຳລົງ​ຕຳ​ແໜ່​ງ​​ເລຂາທິການກົມ​ໃຫຍ່​​ການ​ເມືອງ​ກອງທັບ​ແດງ ບັນນາທິ ການ​ໃຫຍ່​ຂອງ​ໜັງສືພິມ "ຫົງ​ຊິງ" ສຽງ​ຂອງ​ກົມ​ໃຫຍ່ການ​ເມືອງ​. ​ເດືອນ​ຕຸລາ​ປີ 1934 ທ່ານ​​ໄດ້​ຕິດຕາມກອງທັບ​ແດງ​ສູນ​ກາງເດີນ​ທັບ​ທາງ​ໄກ.

ປີ 1938, ​ເລ່ີ​ມດຳ​ເນີນສົງຄາມ​ຕໍ່ຕ້ານ​ຍ່ີ​ປຸ່ນ, ທ່ານ​ດຳ​ລົງ​ຕຳ​ແໜ່​ງ​ການ​ເມືອງ​ກອງ​ພົນ​ທີ 129 ກອງທັບ​ສາຍ​ທີ​ 8. ພ້ອມກັນກັບ​ທ່ານ​ລິວ​ໂປ​ເສິງ ຫົວໜ້າ​ກອງ​ພົນ​ດັ້ນ​ເລິກເຂົ້າ​ໄປ​ຮອດ​ແນວຫຼັງສັດຕູ​ຢູ່ພາກ​ເໜືອ​ຂອງ​ຈີນ​, ສ້າງ​​ເຂດທ່ີ​ໝັ້ນຕໍ່ຕ້ານ​ຍ່ີ​ປຸ່ນ.

​ໃນ​ໄລຍະ​ສູ້​ລົບ​ຂັ້ນ​​ແຕກ​ຫັກທາງ​ຍຸດ​ທະ​ສາດ​​ໃນ​ສົງຄາມ​ປົດ​ປ່ອຍ​, ທ່ານ​ໄດ້ດຳລົງ​ຕຳ​ແໜ່​ງ​ເລຂາຄະນະ​ພັກແນວ​ໜ້າ ບັນຊາ​ກອງທັບ​ສະໜາມທ່ົງພຽງພາກ​ກາງ​ຈີນ​ແລະ​ກອງທັບ​​ສະໜາມ​ພາກ​ຕາ​ເວັນ​ອອກ​ຈີນ​ຢ່າ​ງ​ເປັນ​ເອກະ​ພາບ, ພ້ອມ​ກັນ​ກັບ​ຜູ່​ນຳ​ກອງທັບ​ສະໜາມສອງກອງ​ດ່ັງກ່າວ, ບັນຊາ​ບັ້ນລົບ​ຫວຍ​ຫາຍ​ແລະ​ບັ້ນລົບ​ຕູ້​ຈຽງ, ບຸກຍຶດ​ເອົາ​ເມືອງ​ນານ​ກິ​ງ ນະຄອນຫຼວງຂອງລັດຖະບານ​ກົກ​ມິນ​ຕັງ ​ແລະ​ເຂດ​​ກວ້າງຂວາງ​ຄື ຊຽງ​ໄຮ້ ​ແຂວງ​ຈຽງ​ຊູ ​ແຂວງ​ເຈີ​ຈຽງ ​ແຂວງ​ອານ​ຮຸຍ​ແລະ​ແຂວງ​ຈຽງ​ຊີ​ເປັນຕົ້ນ.

​ເມ່ືອ​ເດືອນ​ກັນຍາ​ປີ 1949, ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການລັດຖະບານປະຊາຊົນ​ຈີນສູນ​ກາງ​, ​ເຂົ້າຮ່ວມ​ພິທີ​ສະຖາປະນາປະ​ເທດ.ເດືອນ​ຕຸລາ​ປີ​ດຽວ​ກັນ, ທ່ານ​​ໄດ້ດຳລົງ​ຕຳ​ແໜ່​ງ​​ກຳມະການ​ຄະນະ​ກຳມະການ​ການ​ທະ​ຫານ​ປະຕິວັດ​ປະຊາຊົນ​ຈີນ. ຫຼັງຈາກ​ນັ້ນ ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ພ້ອມ​ກັນ​ກັບ​ທ່ານ​ລິວ​ໂປ​ເສິງ​ນຳພາ​ກອງທະຫານ​ເຄ່ືອນ​ທັບ​ໄປສູ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຍຶດ​ເອົາ​ແຂວງ​ຢຸນນານ ​ແຂວງ​ກຸ້ຍ​ໂຈ່​ວ ​ແຂວງ​ເຊ​ສວນ​​ແລະ​ພາກ​ໃຕ້​ເຂດ​ຕິ​ເບ​ດ​ເປັນຕົ້ນ, ​ເຂົ້າຮ່ວມ​ແລະ​ນຳພາ​ການ​ຍົກ​ທັບ​ເຂົ້າ​​ຕິ​ເບ​ດ​ແລະ​ວຽກ​ງານປົດ​ປ່ອຍ​ເຂດ​ຕິ​ເບ​ດ​ໂດຍ​ສັນຕິ, ບັນລຸ​ການ​ປົດ​ປ່ອຍ​ແຜ່ນດິນ​ໃຫຍ່​ຈີນຢ່າງ​ສົມບູນ.

1  2