ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 17:29:24    
ຜູ່​ຊູ​ທຸງຊາດ​ຂອງຄະນະ​ນັກ​ກິລາບັນດາ​ປະ​ເທດ​​ໃນ​ພິທີ​ໄຂງານ​ກິລາ​ໂອ​ລິ​ມປິກ(ພາບ)

cri

ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຈະ​ໄຂຂຶ້ນ​ໃນ​ໄວໆນີ້, ​ໃນ​ພິທີ​ໄຂ​ງານ​ຕອນ​ຄຳ່​ວັນ​ທີ 13 ​ເວລາ​ທ້ອງ​ຖີ່​ນ,ຜູ່​ຊູ​ທຸງຊາດ​ທ່ີ​ນຳພາ​ຄະນະ​ນັກ​ກິລາ​ບັນດາ​ປະ​ເທດ​ລົງ​ສະຫນາມ​ນັ້ນປະຈັກ​ຕາ​ຄົນ​ທ່ີ​ສຸດ.​ເພື່ອ​ນຳ​ຄວາມ​ຕື່ນ​ເຕັ້ນ​ໃຈ​ໃຫ້​ຄົນ​ທັງຫລາຍ,ຄະນະ​ນັກ​ກິລາ​ຂອງ​ຫລາຍ​ປະ​ເທດ​ບໍ່ປະກາດລາຍ​ຊື່​ຂອງ​ຜູ່​ຊູ​ທຸງຊາດ,​ເມື່ອ​​ໄດ້​ສອບ​ຖາມ​ຫລາຍຝ່າຍ, ນັກ​ຂ່າວ​ຈິ່ງໍ່​ໄດ້​ຮູ້​ລາຍ​ຊື່​ຜູ່​ຊູ​ທຸງຂອງ​ປະ​ເທດສ່ວນ​ຫນຶ່ງ, ​ໃນ​ນັ້ນ ກໍ່​ມີ​ດາລາ​ກິລາ​ຫລື​ນັກ​ກິລາ​ອາວຸ​ໂສທ່ີ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຫລາຍ​ຄັ້ງບໍ​່ຫນ້ອຍ.ມີ​ປະກົດ​ການ​ທ່ີ​ອັນ​ຫນຶ່ງ​ແມ່ນນັກ​ກິລາ​ຢູ​ໂດ​ໄດ້​ກວມ​ສ່ວນ​ຫລາຍ.        
         
         
ອາ​ເມ​ລິ​ກາ: ນາງສ໌ທາ​ລີ ນັກ​ກິລາ​ບານບ້ວງ ປີ​ນີ້​ອາຍຸ 34 ປີ ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ສາມ​ຄັ້ງຈະ​ກາຍ​ເປັນ​ຜູ່​ຊູ​ທຸງຊາດ​ຂອງ​ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ.​ໃນ​ນາມ​ເປັນ​ຫນຶ່ງ​ຂອງ​ສະມາຊິກ​ທິມບານບ້ວງ​ເພດ​ຍິງ​ອາ​ເມ​ລິ​ກາ​ທ່ີ​ຊີງ​​ໄດ້ແຊມ​ປຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອັກ​ລັງ​ຕາ​ແລະຊິດ​ນີ,ນາງສ໌ທາ​ລີ​ຍັງ​​ເປັນ​ນັກ​ກິລາ​ອາ​ເມ​ລິ​ກາ​ຊີງ​ໄດ້ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ບານບ້ວງ​ຊີ​ງຊະນະ​ເລີດ​ສາມ​ຄັ້ງ.ນາງສ໌ທາ​ລີ​ແມ່ນ​ນັກ​ກິລາ​ບານບ້ວງ​ທ່ີ​ເປັນ​ຜູ່​ຊູ​ທຸງ​ຜູ່​ທຳ​ອິດ​ໃນ​ປະຫວັດ​ໂອ​ລິ​ມປິກ​ອາ​ເມ​ລິ​ກາ.

1  2  3  4  5  6  7  8  9  10  11  12