 ຝຣ່ັງ:ທ້າວເຈັກເຊີນ.ລິຈາເຊັນ ຜູ່ຊູທຸງຊາດຝຣັ່ງ ປີນີ້ອາຍຸ 35 ປີ,ເປັນຫລັກແຫລ່ງໃນທິມແຮນບອນເພດຊາຍຝຣ່ັງ,ໃນຖານເປັນຫົວຫນ້າທິມ,ເພິ່ນ ໄດ້ນຳພາຫມູ່ເພື່ອນຊີງໄດ້ແຊມປຽນໃນງານແຂ່ງຂັນຊີງສະນະເລີດໂລກສອງເທື່ອແລະທີສາມໃນງານກິລາໂອລິມປິກເທື່ອຫນຶ່ງ.ເທື່ອນີ້ແມ່ນເທື່ອທີ 4 ກໍ່ແມ່ນເທື່ອສຸດທ້າຍທ່ີທ່ານນຳພາທິມແຮນບອນຝຣ່ັງເຂົ້າຮ່ວມງານກິລາໂອລິມປິກ. "ຂ້າພະເຈົ້າຈະອຳເອົາຄວາມຖາມຂ່າວຂອງພໍ່ຂ້າພະເຈົ້າລົງສະຫນາມ,ຂ້າພະເຈົ້າຂອບໃຈນຳພໍ່,ແມ່ນເພິ່ນໄດ້ຊັກນຳຂ້າພະເຈົ້າກ້າວຂຶ້ນເສັ້ນທາງກິລາ.ພໍ່ໄດ້ເຖິງແກ່ກຳໄປແລ້ວ,ຂ້າພະເຈົ້າຈະສະແດງຄວາມຮັກແລະຄວາມຂອບໃຈນຳພໍ່ດ້ວຍວິທີນີ້."ທ່ານເຈັກເຊີນໄດ້ກ່າວຄຳເວົ້າດ່ັງກ່າວໃນເມື່ອໄດ້ຮູ້ວ່າຕົນເອງຖືກເລືອກເປັນຜູ່ຊູທຸງຂອງຄະນະນັກກິລາຝຣ່ັງນຳພາຄະນະນັກກິລາຝຣ່ັງເຂົ້າຮ່ວມງານກິລາໂອລິມປິກ.
1 2 3 4 5 6 7 8 9 10 11 12
|