ຕົ້ນເຫດຂອງການສ່ົງຕໍ່ທວນໄຟງານກິລາໂອລິມປິກແມ່ນໄດ້ຈາກພິທີສາສະໜາຂອງການບວງສວງດວງເດືອນຂອງສາມັນຊົນອາແຕນໃນສະໄໝບູຮານ. ໃນວັນຄີສາມາຍັນ, ສາສະນິກກະຊົນທ່ີໄປນະມັດສະການພະເຈົ້າເຈິສຢູ່ອາແຕນໃຊ້ຮູບແບບແຂ່ງແລ່ນຕົກລົງຜູ່ໄຕ້ໄຟສັກສິດບົນເວທີບວງສວງ, ຜູ່ໄດ້ໄຊຊະນະຈະໄດ້ຮັບການມອບສິດຖືທວນໄຟຈາກພິທີກອນມາໄຕ້ທວນໄຟສັກສິດບົນເວທີບວງສວງ. ຕາມເອກະ ສານສຳເນົາປະຫວັດສາດບັນທຶກໄວ້ວ່າ, ກ່ອນຄ.ສ.ປີ 778, ໃນງານກິລາໂອລິມປິກໂບຮານຄັ້ງທຳອິດ, ມີຄົນຜູ່ໜ່ຶງທ່ີຊ່ືວ່າຄຼາບົສໄດ້ຊະນະໃນການແຂ່ງຂັນແລ່ນ, ແລະໄດ້ຮັບສິດໄຕ້ທວນໄຟສັກສິດຢ່າງມີກຽດ.
ພິທີໄຕ້ທວນໄຟສັກສິດຂອງງານກິລາໂອລິມປິກສະໄໝໃໝ່ເລ່ີມຂຶ້ນແຕ່ປີ 1920. ໃນຄາວນັ້ນ, ເພ່ືອລະລຶກນາຍແລະພົນທະຫານຂອງປະເທດເຊັນສົນທິສັນຍາທ່ີເສຍສະຫຼະໃນສົງຄາມໂລກຄັ້ງທີໜ່ຶງ, ໃນພິທີເປີດງານກິລາໂອລິມປິກຄັ້ງທີ 7 ທ່ີຈັດຂຶ້ນຢູ່ອານທ໌ເວິບແຫ່ງແບນຊິກ, ໄດ້ໄຕ້ທວນໄຟທ່ີເປັນສັນຍະລັກແສງສະຫວ່າງຄັ້ງທຳອິດ.
ປີ 1928, ຄະນະກຳມະການໂອລິມປິກສາກົນທຳການຕົກລົງວ່າ, ຕໍ່ໄປພາຍໜ້າ ໃນງານກິລາໂອລິມປິກທຸກຄັ້ງຕ້ອງໄຕ້ທວນໄຟຢູ່ສະໜາມກິລາກາງ. ໄຕ້ທວນໄຟຢູ່ໂອລິມເປຍແຫ່ງເກຼັກ, ແລ້ວແລ່ນຕໍ່ສ່ົງທວນໄຟໄປຮອດສະໜາມກິລາກາງຂອງງານກິລາໂອລິມປິກ. ໃນງານກິລາໂອລິມປິກທ່ີຈັດຂຶ້ນຢູ່ອຳສະແຕກດາມແຫ່ງໂຮນລັງໃນປີດຽວກັນໄດ້ໄຕ້ທວນໄຟຂຶ້ນເປັນຄັ້ງທຳອິດຢ່າງເປັນທາງການ, ແຕ່ບໍ່ໄດ້ແລ່ນຕໍ່ສ່ົງທວນໄຟ.
1 2
|