ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-19 15:04:55    
ຕົ້ນ​ເຫດ​ຂອງ​ການ​ສ່ົງຕໍ່ທວນ​ໄຟງານ​ກິລາ​ໂອ​ລິມປິກ(ສຽງ)

cri

ຈົນ​ຮອດ​ປີ 1936, ​ໃຕ້​ການ​ລິ​ເລ່ີ​ມຂອງ​ທ່ານ​ຄານ ດິມ ສາ​ສະ​ດາ​ຈານ​ເຢຍລະ​ມັນ, ​ເພ່ືອ​ສ່ົງ​ເສີມ​ນ້ຳ​ໃຈ​ກິລາ​ໂອ​ລິ​ມປິກ, ​ເພ່ີມ​ທະວີ​ການ​ພົວພັນ​ລະຫວ່າງ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄໝ​ໃໝ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ສະ​ໄໝ​ບູຮານ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທ່ີ​ຈັດ​ຂຶ້ນຢູ່​ແບກ​ແລງ​ໃນ​ປີ​ດຽວ​ກັນ ​ໄດ້​ຈັດ​ໃຫ້​ມີ​ການ​ແລ່ນ​ຕໍ່​ສ່ົງ​ທວນ​ໄຟ​ຢ່າງ​ເປັນ​ທາງ​ການຄັ້ງທຳ​ອິດ. ​ແຕ່​ນັ້ນມາ, ການ​ແລ່ນ​ຕໍ່​ສ່ົງ​ທວນ​ໄຟ​ແລະ​ການ​ໄຕ້​ທວນ​ໄຟ​ສັກສິດ​ໄດ້​ກາຍ​ເປັນ​ສັນຍາລັກ​ຂອງ​ການ​ເປີດ​ງານ​ກິລາ​ໂອ​ລິ​ມປິກ. ​ໄຟ​ສັກສິດ​ເປັນ​ສັນຍະລັກ​ແຫ່ງ​ຄວາມ​ກຽດ ຄວາມ​ກ້າຫານ​ແລະ​ອິດ​ທິພົນ, ​ແຕ່​ມື້ເປີດ​ຈົນ​ຮອດ​ມື້​ປິດ​, ​ໄຟ​ສັກສິດ​ຕ້ອງ​ຈູດ​ຕະຫຼອດ​ເວັນຄືນ, ສ່ົງ​ແສງ​ຢູ່​ເທິງ​ອາກາດ​ສະໜາມກິລາກາງ, ​ອວຍພອນ​ສັນຕິພາບ​ແລະ​ມິດຕະພາບ​ຂອງ​ມະນຸດ.

ການ​​​ແລ່ນ​ຕໍ່​ສົ່ງທວນ​ໄຟ​​ໂອ​ລິ​ມ​ປິກ​ສະ​ໄໝ​ໃໝ່​ແມ່ນ​​ເອົາ​​ເມັດ​ໄຟ​ທັງ​ໄຕ້​ທວນ​ໄຟ​ຢູ່​ໂບດ​ແອກກວິນທ່ີ​ພູ​ໂອ​ລິ​ມ​ເປຍ​ແຫ່ງ​ເກຼັກກ່ອນ, ​ແລ້ວ​ໃຊ້​ຮູ​ບການ​ແລ່ນ​ຕໍ່​ສ່ົງ​ທວນ​ໄຟ​ຈາກ​ໂບດ​ດ່ັງກ່າວ​ໄປ​ຮອດ​ອາ​ແຕນ ບ່ອນ​ກຳ​ເນີ​ດການ​ກິລາ​ໂອ​ລິ​ມ​ປ​ິກສະ​ໄໝ​ບູຮານ, ​ແລະ​​ໃນ​ທ່ີ​ສຸດສ່ົງ​ຕໍ່​ໄປ​ຮອດ​ຕົວ​ເມືອງ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​, ​ແລະ​ໄຕ້​ໄຟ​ສັກສິດ​ຢູ່​ສະໜາມກິລາ​ກາງຂອງ​ງານ​ກິລາ​ໂອ​ລິ​ມປິກ​ໃນ​ເວລາ​ເປີດ​ງານ.

​ຕາມ​ປະ​ເພນີ​ແລ້ວ, ​ຜູ່​ແລ່​ນຕໍ່​ສ່ົງ​ຕໍ່​ທວນ​ໄຟ​​ແມ່ນຂອງ​ປະ​ເທດ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ. ​ແຕ່​​ງານ​ກິລາ​ໂອ​ລິ​ມປິກ​ບາ​ເຊ​ໂລ​ນາ​ເມ່ືອ​ປີ 1992 ​ແມ່ນ​ຕ່າງ​ກັນ​ກັບ​ແຕ່​ກ່ອນ, ມີນັກ​ກິລາ 200 ຄົນ​ທ່ີ​ມາ​ຈາກ 50 ປະ​ເທດ​ໄດ້​ພ້ອມ​ກັນ​ກັບ​ຊາວ​ແອ​ສປາຍ​ເຂົ້າຮ່ວມ​ການ​​ແລ່ນ​ຕໍ່​ສ່ົງ​ຕໍ່​ທວນ​ໄຟ, ​ເຮັດ​ໃຫ້​ງານ​ກິລາ​ປະ​ເພດ​ນີ້​ມີ​ລັກສະນະ​ທ່ົວ​ໂລກ​.

ນັບ​ຕັ້ງ​ແຕ່​ມີ​ການ​ແລ່ນ​ຕໍ່​ສ່ົງ​ຕໍ່​ທວນ​ໄຟ​ໂອ​ລິ​ມ​ປິກ​ສະ​ໄໝ​ໃໝ່​ເປັນຕົ້ນມາ, ​ໄດ້​ມີ​ຄົນ​ເປັນ​ພັນ​ເປັນ​ໝ່ືນ​ທ່ີ​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ ​ເຂົາ​ເຈົ້າມີ​ເຊື້ອ​ຊາດ​ຕ່າງ​ກັນ​​ການ​ເຊ່ືອ​ຖື​ສາສະໜາຕ່າງ​ກັນ​ໄດ້​ເຂົ້າຮ່ວມ​ການ​ເຄ່ືອນ​ໄຫວ​​ແລ່ນ​ຕໍ່ສ່ົງ​ຕໍ່​ທວນ​ໄຟ. ສ່ວນ​ຖືກ​ຜົນ​ສະທ້ອນ​ໃຫຍ່​ກວ່າ​ໝູ່​ຈາກ​ການ​​ແລ່ນ​ຕໍ່ສ່ົງ​ຕໍ່​ທວນ​ໄຟ​ນັ້ນ​ແມ່ນ​ຕົວ​ເມືອງ​ທ່ີ​ທວນ​ໄຟ​ສ່ົງ​ຜ່ານ, ທວນ​ໄຟ​ເຮັດ​ໃຫ້​ໄທ​ເມືອງ​ໃນ​ຕົວ​ເມືອງ​ເຫຼ່ົານີ້​ຍ່ິງ​ສາມັກຄີ​ກັນ​ເຂົ້າ, ລ່ືມ​ຄວາມ​ລຳ​ຄານ​ແລະ​ການ​ເປັນ​ປໍ​ລະ​ປັກ​ໄປ​​ໝົດ, ນ້ຳ​ໃຈ​ໂອ​ລິ​ມ​ປິກກໍ​ໄດ້​ຮັບ​ການ​ສ່ົ​ງ​ເສີມ. ດັ່ງນັ້ນ, ຄົນ​ທັງຫຼາຍມັກ​ເວົ້າ​ວ່າການ​ແລ່ນ​ຕໍ່​ສ່ົງ​ທວນ​ໄຟ​ໂອ​ລິ​ມປິກ​ແມ່ນ​ສັນຍະລັກ​ແຫ່ງ​ເສັ້ນທາງ​ສັນຕິພາບ​ຂອງ​ໂລກ.


1  2