ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-25 20:54:01    
ບ້ານ​ຊີ່​ຕີ້​ແລະ​ບ້ານ​ຮົງ​ຊຸ່ນ​ຂອງ​ແຂວງ​ອ່ານ​ຮຸ່ຍ(ສຽງ)

cri

ບ້ານ​ຊີ່​ຕີ້​ແລະ​ບ້ານ​ຮົງ​ຊຸ່ນຂອງ​ແຂວງ​ອ່ານ​ຮຸ່ຍ ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ລືຊາ​ຜາ ກົດ​ໃນ​ທົ່ວ​ໂລກ​ດ້ວຍ​ທິວ​ທັດ​ທົ່ງນາອັນ​ສວຍ​ງາມ ບ້ານ​ຊ່ອງບູຮານທີ່​ຮັກສາ​ໄວ້​ຢ່າງ​ຄົບ​ຖ້ວນ ສິ່ງ​ກໍ່​ສ​້າງ​ເຮືອນ​ຢູ່​ທີ່​ມີ​ສີ​ໄມ້​ລາຍ​ມືຍອດ​ຢ້ຽມ​ແລະ​ມີເນື້ອ​ໃນ​ປະຫວັດ​ສາດວັດທະນະ ທຳ​​ອັນ​ຫຼາຍຫຼາຍສີສັນ.ປີ1999,ບ້ານ​ຊີ່​ຕີ້​ແລະ​ບ້ານ​ຮົງ​ຊຸ່ນຖືກ​ຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່​ມໍລະ​ດົກ​​ໂລກ.​

ກ່ອນ​ສະ​ເໜີ​ບ້ານ​ຊີ່​ຕີ້​ແລ​ະບ້ານ​ຮົງ​ຊຸ່ນ,​ເຮົາ​ຂໍ​ລົມ​ກ່ຽວ​ກັບ​ສິ່ງ​ກໍ່ສ້າງ​ຝ່າຍ​ຮຸ່ຍ​ທີ່​ມີ​ຊື່​ດັງ​ຂອງ​ຈີນ.ສິ່ງ​ກໍ່ສ້າງ​ຝ່າຍ​ຮຸ່ຍ​ແມ່ນ​ຮູບ​ການ​ສິ່ງ​ກໍ່ສ້າງ​ເຮືອນ​ຢູ່​ປະຊາຊົນ​ທີ່​ຈໍ່ຕົວ​ຂຶ້ນຢູ່​ເຂດ​ຮຸ່ຍ​ໂຈ່​ວ ​ແຂວງ​ອ່ານ​ຮຸ່ຍ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຖາງ​ແລະ​ຊົ້ງ.ຍ້ອນ​ວ່າ​ເຂດ​ຮຸ່ຍ​ໂຈ່​ວມີ​ພູ​ສູງ​ຜາ​ຊັນ, ນ້ຳຫ້ວຍ​ກ້ຽວ​ກອດ,ສະນັ້ນ,​ເຮືອນ​ຢູ່​​ໄທ​ບ້ານ​ບູຮານ​ທີ່​ມີ​ສີສັນ​ສິ່ງ​ກໍ່ສ້າງ​ຝ່າຍ​ຮຸ່ຍ​ສ່ວນ​ຫຼາຍ​ກໍ່ສ້າງ​ຢູ່​ຕາມ​ພູ​ແລະ​ແຄມ​ນ້ຳ,ສະ​ແຫວ​ງຫາ​ຄວາມ​ເປັນ​ທຳ​ມະ​ຊາດ​ແລະ​​ພຶ້ນບ້ານ.

ບ້ານ​ຊີ່​ຕີ້​ແລະ​ບ້ານ​ຮົງ​ຊຸ່ນທີ່​ຕັ້ງຢູ່​​ເມືອງ​ອີ່ ພາກ​ໃຕ້​ແຂວງ​ອ່ານ​ຮຸ່ຍກ​ໍ​ແມ່ນ​ບ້ານ​ບູຮານ​ສອງ​ແຫ່ງ​​ທີ່​ເປັນຕົວ​ແທນ​​ໃຫ້ແກ່​ສິ່ງ​ກໍ່ສ້າງ​ຝ່າຍ​ຮຸ່ຍ.

ບ້ານ​ຊີ່​ຕີ້​ເລີ່​ມກໍ່ສ້າງ​ແຕ່​ລາດ​ຊະ​ວົງ​ຊົ້ງ​ເໜືອ,​ຈົນ​ຮອດ​ປະຈຸ​ບັນ​ນີ້ໄດ້​ມີ​ປະຫວັດ​ມາ​ພັນ​ປີ​ແລ້ວ.ໝົດບ້ານ​ເປັນ​ຮູບ​ເຮືອ,ມີ​ພູ​ອ້ອມ​ສີ່​ດ້ານ,​ແລະ​ມີນ້ຳຫ້ວຍ​ສອງ​ສາຍ​ໄຫຼຜ່ານບ້ານ​ໄປ. ຖະໜົນ​ຫົນທາງ​ໃນ​ບ້ານ​​ແມ່ນ​ສ້າງ​ຂຶ້ນຢູ່​​ແຄມ​ນ້ຳຫ້ວຍ​ແລະປູ​ດ້ວຍ​ຫີນ.ສ່ິງ​ກໍ່ສ້າງບູຮານ​ທີ່ຢູ່​ສອງ​​ຟາກຖະໜົນ​ສ່ວນ​ຫຼາຍ​ແມ່ນ​ປຸກ​ດ້ວຍ​ໄມ້,ມີຫຼັງຄາຮູບ​ແຫຼມ​ສີມົ່ນ,​ແລະອ້ອມ​ດ້ວຍ​ກຳ​ແພງ​ດິນ​ຈີ່​ສີຂາວ​ອັນ​ສູງ​ສະຫງ່າ​,​​ເປັນ​ວາດ​ງາມ​ສະອາດ​ຕາ,​ປະສານກັນ​ກັບ​ທິວ​ທັດ​ພູ​ຜາ​ແມ່ນ້ຳອັນ​ສວຍ​ງາມ,ກາຍ​ເປັນທິວ​ທັດ​ທີ່​ເປັນ​ເອກະ​ພົບ​ດຽວ.

ປະຈຸ​ບັນ​ນີ້,ບ້ານ​ຊີ່​ຕີ້​ຍັງ​​ໄດ້​ອະນຸລັກ​ເຮືອນ​ຢູ່​​ໄທບ້ານ​ລາດ​ຊະ​ວົງ​ມີ​ງ​ແລະ​ເຊັ່ງ120​ກວ່າ​ຫຼັງ, ສິ່ງ​ກໍ່ສ້າງ​ຊະນິດ​ຕ່າງໆ ​ເຊັ່ນສາລາ ສວນ ຫໍ​ແລະ​ປະຕູ​ໂຂງ​​​ເປັນຕົ້ນລ້ວນ​ແຕ່​ແມ່ນ​ແບບ ຢ່າງ​​ອັນ​ດີ​ເດັ່ນຂອງສິລະ​ປະ​ສິ່ງ​ກໍ່ສ້າງຝ່າຍ​ຮຸ່ຍ.ສວນ​ດອກ​ໄມ້​ທີ່​ງາມ​ປານີດ ຂອບ​ປະຕູ​ທີ່​ກໍ່​ດ້ວຍ​ຫີນ​ອ່ອນ​ສີດຳ ຕຶກ ສາລາ​ແລະ​ຫໍ​ທີ່ຄວັດ​ດ້ວຍ​ດີ​ນຈີ່,ພ້ອມ​ດ້ວຍ​ຮູ​ບຄວັດ​ຫີນ ຮູບ​ຄວັດ​ໄມ້​ທີ່​ສວຍ​ງາມ,ຮູບ​ແຕ້ມ ຮູບ​ແຕ້ມ​ຝາ​ພະ​ໜັງ​ທີ່​ສວຍ​ສົດງົດ​ງາມລ້ວນ​ແຕ່​ແມ່ນ​ສ່ິງ​ຍອດ​ຢ້ຽມ​ຂອງ​ສິລະ​ປະ​ສະ​ໄໝ​ບູຮານຈີນ.ສະນັ້ນ,ບ້ານ​ຊີ່​ຕີ້​ຖືກຂະໜານນາມ​ເປັນ​ພາບ​ຫຍໍ້​ຂອງ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ແລະ​ຫໍພິພິດທະພັນ​ເຮືອນ​ຢູ່​ປະຊາຊົນ​​ໃນລາດ​ຊະ​ວົງ​ມີ​ງ​​ເຊັ່ງ​ຂອງ​ຈີນ.


1  2