ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 15:43:56    
ການ​ເປັນ​ມາ​ຂອງ​ບ້ານ​​ໂອ​ລິ​ມປິ​ກ(ສຽງ)

cri

 
   (ບ້ານໂອລິມປິກອາແຕນ)

ບ້ານ​ໂອ​ລິ​ມປິກ​ກໍ​ເອິ້ນ​ເປັນ​ບ້ານ​ງານ​ໂອ​ລິ​ມປິກຫຼືບ້ານ​ນັກ​ກິລາ,  ​​ແມ່ນ​ບ່ອນ​ພັກ​ເຊົາທ່ີ​ເຈົ້າພາບ​ຈັດ​ງານ​ກິລາຈັດ​ໄວ້​ໃຫ້​​ນັກ​ກິລາ ​ເຈົ້າໜ້າ​ທ່ີ​ແລະຜູ່​ປະຕິບັດ​ງານ​ທ່ີ​ເຂົ້າຮ່ວມ​ງານ​ກິ​ລາ​ໂອ​ລິ​ມປິກ. ​​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ໄລ​ຍະ​ຕົ້ນ, ນັກ​ກິລາ​ແລະ​ເຈົ້າໜ້າ​ທ່ີ​ທ່ີ​ມາ​ຈາກບັນດາ​ປະ​ເທດ​​ໄດ້​​ແຍກ​ກັນ​ພັກ​ເຊົາຢູ່​ຫໍ​ພັກ​ຕ່າງໆ, ບໍ່​ສະ​ດວກຕໍ່​ວຽກ​ຈັດຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ການ​ແລກປ່ຽນຕິດ​ຕໍ່​ພົວພັນ​ລະຫວ່າງ​ນັກ​ກິລາ​ປະ​ເທດ​ຕ່າງໆ. ງານ​ກິລາ​ໂອລິ​ມປິກ​ຄັ້ງທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ປາ​ຣີ​ໃນ​ປີ 1924, ເຈົ້າພາບຈັດ​ງານ​ເທ່ືອ​ນັ້ນ​ໄດ້​​ໃຫ້​ຜູ່​ເຂົ້າຮ່ວມ​​ໂຮມກັນພັກ​ເຊົາ​ຢ​່​ູ​ໃນ​ເຮຶອນ​ໄມ້​ທ່ີ​ປຸກ​ຂຶ້ນ​​ໂດຍ​ສະ​ເພາະ, ນີ້​ກໍ​ແມ່ນ​ບ້ານ​ງານກິ​ລາ​ໂອ​ລິ​ມປິກ​ທ່ີ່ສ້າງ​ຂຶ້ນກ່ອນ​ໝູ່.
    
                          (ບ້ານໂອລິມປິກອາແຕນ)


​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລົອສ​ແອນ​ເຈີ​ລິສ໌ປີ 1932, ອົງການ​ປົກຄອງ​ເມືອງ
​ໄດ້​ປຸກ​ເຮືອນ​ໂດຍ​ສະ​ເພາະ​ສຳລັບໃຫ້​ນັກ​ກິລາ​ແລະຜູ່​ປະຕິບັດ​ທາງ​ການພັກ​ເຊົາຢູ່​ບ່ອນ​ມໍ່​​ສະໜາມກິລາກາງ. ​ແຕ່​ນັ້ນມາ, ການ​ປຸກ​ສ້າງ​ບ້ານ​ນັກ​ກິ​ລາໄດ້​ກາຍ​ເປັນ​ມູນ​ເຊື້​ອ, ​ແລະ​ໄດ້​ກຳ​ນົດ​ໄວ້ໃນ​ກົ​​ດບັດ​ໂອ​ລິ​ມປິກວ່າ, "​ເພ່ືອ​ໃຫ້​ນັກ​ກິລາ ​ເຈົ້າໜ້າ​ທ່ີ​ແລະຜູ່​ປະຕິບັດ​ງານອ່ືນໆ​ໄດ້​​ຢູ່​ນຳກັນ, ຄະນະ​ກຳ​ມະ​ການ​ຈັດງານ​ກິລາ​ໂອ​ລິ​ມປິກ​ຄວນ​ຈັດ​ໃຫ້​ມີ​ບ້ານ​ໂອ​ລິ​ມປິ​ກ​ແຫ່ງ​ໜ່ຶງທ​່​ີຢູ່​ໄດ້​ກ່ອນຈັດ​ພິທີ​​ໄຂ​ງານ​ກິລາ​ໂອ​ລິ​ມປິກ 2 ອາທິດ​ຮອດ 3 ມື້ຫຼັງຈາກຈັດ​ພິທີ​ປິດ​ງານ."

1  2