ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 15:43:56    
ການ​ເປັນ​ມາ​ຂອງ​ບ້ານ​​ໂອ​ລິ​ມປິ​ກ(ສຽງ)

cri


ບ້ານ​ໂອ​ລິ​ມປິກ​ຄວນ​ສອດຄ່ອງ​ກັບ​ຄວາມຮຽກຮ້ອງ​ໃນ​ " ຂໍ້​ຄວນ​ຮູ້​ຂອງບ້ານ​ໂອ​ລິ​ມປິກ " ​ທ່ີ​ຄະນະ​​ບໍລິ​ຫານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນວາງ​ອອກ.​ ຈຳນວນ​ເຈົ້າຫນ້າ​ທ່ີ​​ແລະຜູ່​ປະຕິບັດງານ​ອື່ນໆ​ທ່ີ​ຢູ່​ບ້ານ​ໂອ​ລິ​ມປິກ​ຈະ​ກຳນົດ​ໂດຍ​ຄະນະ​​ບໍລິ​ຫານ​ງານ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ເຊິ່ງບໍ່​ຄວນ​ກາຍ 50% ຂອງ​​ຈຳນວນ​ນັກ​ກິລາ​ທ່ີ​ສະໝັກ​ເຂົ້າຮ່ວມ.
 
       (ບ້ານໂອລິມປິກປັກກິ່ງ)                            (ບ້ານໂອລິມປິກຊິດນີ)


ບ້ານ​ໂອ​ລິ​ມປິກ​ຄວນ​ຕັ້ງຢູ່​ບ່ອນ​ມໍ່​ສະຫນາມກິລາ​ກາງແລະ​ສະຫນາມ​​ເຝິກ​ແອບ.​ໃນ​ບ້ານ​ໂອ​ລິ​ມປິກ, ຕ້ອງ​ມີ​ຫ້ອງ​ອາຫານ ​ຄຼິນນິກ ຮ້ານ​ຄ້າ​ແລະ​ສູນວັດທະນະທຳ​ລື້​ນ​ເລີງ​ແລະ​ອື່ນໆ.

ກົດ​ບັດ​ໂອ​ລິ​ມປິກ​ຍັງ​ກຳນົດ​ວ່າ, ຄະນະ​ກຳມະການຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ຄວນ​ຫາບ​ແບກ​ຄ່າ​ໃຊ້​ຈ່າຍ​ທາງ​ດ້ານອາຫານ​ກາ​ນກິນ​ແລະ​ທາງ​ຄົມ ມະນາຄົມ​ທັງ​ຫມົດຢູ່​ທ້ອງ​ຖິ່ນ​ນັ້ນຂອງ​ນັກ​ກິລາ ​ເຈົ້າຫນ້າ​ທິ່​ແລະ​ຜູ່​ປະຕິບັດ​ງານ​ທ່ີ​ພັກ​ເຊົາທ່ີ​ຢູ່​ບ້ານ​ໂອ​ລິ​ມປິກ. ຄະນະ​ຜູ່​ແທນ​ຂອງ​ບັນດາ​ປະ​ເທດ​ເຂົ້າຢູ່​ບ້ານ​ໂອ​ລິ​ມປິກ​ລ້ວນ​ແຕ່​ຕ້ອງ​ຈັດ​ພິທີ​ເຂົ້າປະຈຳແບບ​ງ່າຍໆ. ກ່ອນ​ອື່ນ​​ນາຍບ້ານ​ຕ້ອງກ່າວ​ຄຳ​ຍິນ​ດີ​ຕ້ອນຮັບ, ​ແລະ​ໃຫ້​ຫົວຫນ້າ​ຄະນະ​ຜູ່​ແທນ​ກ່າວ​ຄຳ​ຂອບ​ໃສ​,​ ແລ້ວ​ເສບ​ເພງ​ຊາດ​ຂອງຄະນະ​ຜູ່​ແທນ​ນັ້ນ,ສຸດ​ທ້າຍ​ຍັງ​ຕ້ອງ​ຊັກ​ທຸງຊາດ​ຂອງ​ຄະນະ​ຜູ່​ແທນຂຶ້ນ​ເສົາ.

​ປີ 1952 ​ໃນ​ເວລາ​ຄະນະ​ນັກ​ກິລາ​ຈີນ​ເດີນທາງ​ໄປ​ຮອດ​ແຮນ​ຊິງ​ກີນັ້ນ, ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ມໍ​່ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ​ແຕ່​ກໍຍັງ​​ຈັດ​ພິທີ​ຊັກ​ທຸງຊາດ​ຢ່າງ​​ເຄັ່ງ​ຂືມຢູ່​ໃນ​ບ້ານ​ໂອ​ລິ​ມປິກ,ນີ້​ແມ່ນ​ທຸງ​ແດງ​ຫ້າ​ດາວ​ປະກົດ​ຕົວ​ຢູ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ເປັນຄັ້ງທຳ​ອິດ.


1  2