ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-30 15:49:56    
ນາງ​ເສິນ​ຈົງ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​​ເທຄວນ​ໂດ​ເພດ​ຍິງ ທ່ີ​ເປັນຫຼຽນຄຳຫຼຽນທີ 32 ຂອງ​ທີ​ມຈີນ(ພາບ)

cri


        ນາງເສິນຈົງ ນັກກິລາຈີນຊິງໄດ້ຫຼຽນຄຳໃນການແຂ່ງຂັນເທຄວນ
        ໂດລຸ້ນ 67 ກິໂລຂຶ້ນໄປເພດຍິງ

 ຕອນ​ຄ່ຳ​ວັນ​ທີ 29 ສິງຫາ​ນີ້, ​ໃນ​ການ​ແຂ່ງຂັນ​​ເທຄວນ​ໂດ​ລຸ້ນ 67 ກິ​ໂລ​ຂຶ້ນ​ໄປ​ເພດ​ຍິງ​ທ່ີ​ຈັດ​ຂຶ້ນ​ໃນມື້​ສຸດ​ທ້າຍຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ນາງ​ເສິນ​ຈົງ ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນ ຄຳ, ​ເປັນຫຼຽນຄຳຫຼຽນສຸດ​ທ້າຍ​ຂອງ​ຄະນະ​ນັກ​ກິລາ​ຈີນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຄັ້ງນີ້.

ບວກກັບຫຼຽນຄຳ​ທ່ີ​ນາງ​ເສິນ​ຈົງ​ຊິງ​ໄດ້, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນຄຳ​ລວມ 32 ຫຼຽນ, ບໍ່​ພຽງ​ແຕ່​ໄດ້​ບຸກທະລຸ 28 ຫຼຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີຄັ້ງກ່ອນທໍ່ນັ້ນ, ຫາກ​ຍັງ​​ເປັນ​ທີ​ສອງ​ໃນ​ຕາລາງຫຼຽນຄຳ, ​ເລ່ືອນ​ຂຶ້ນຊັ້ນໜ່ຶງ​ເມ່ືອ​ທຽບ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງກ່ອນ.


    ນາງເສິນຈົງ ນັກກິລາຈີນ(ຂວາ)ພວມແຂ່ງຂັນກັບນາງບາວີເຣນ ນັກກິລາຝຣ່ັງ

​ໃນ​ການ​ແຂ່ງຂັນ​ຊິງ​ຊະນະ​ເລີດ, ນາງ​ເສິນ​ຈົງ​ມີ​ການສະ​ແດງ​ອັນ​ດີ​ເດ່ັນ, ຄູ່​ແຂ່ງຂັນ​ຂອງ​ນາງ​ແມ່ນ​ນາງ​ມີ​ຣຽມ ບາ​ວີ​ເຣນຂອງຝຣ່ັງ. ​ເມ່ືອ​ການ​ແຂ່ງຂັນ​ນັດ​ທີ​ສາມ​ຜ່ານ​ໄປ​ກວ່າ​ເຄ່ິງໜ່ຶງ, ນາງ​ບາ​ວີ​ເຣນ​ອອກ​ແຮງ​ເຕະ​ບາດ​ໜ່ຶງ, ນາງ​ເສິນ​ຈົງ​ລົ້ມລົງ. ຢູ່​ທ່ົວ​ສະໜາມ​ມີ​ສຽງຮ້ອງ​ແບບ​ຕົກສະ​ເງີ້​ດັງ​ຂຶ້ນ.

​ໃນ​ເວລາ​ນັ້ນ, ນາງ​ເສິນ​ຈົງ​ໄດ້​ນຳ​ໜ້າ​ດ້ວຍ​ຄະ​ແນນ 9 ຕໍ່ 5, ຖ້າ​ຖືກ​ບາດ​ເຈັບ, ຈະ​​ເສຍທ່າ​​ແຮງໝົດ. ຄູ​ຝຶກ​ທີ​ມຈີນ​ທ່ີ​ຢູ່​ຂ້າງ​ສະໜາມ​ແຂ່ງຂັນ​ຟ້າວ​ຂຶ້ນ​ໄປ​ກວດ​ເບ່ິງ.

ນາງ​ເສິນ​ຈົງ​ຢືນ​ຂຶ້ນອີກ! ​ໃບ​ໜ້າ​ມີ​ຮອຍ​ຍິ້ມ ນາງ​ຕັ້ງທ່າ​ສູ້​ກັນ​ໃໝ່. 10 ຕໍ່ 5, ດີຫຼາຍ ​ໄດ້​ຄະ​ແນນ​ໜ່ຶງ​ອີກ.


    ນາງເສິນຈົງ ນັກກິລາຈີນ(ຂວາ)ພວມແຂ່ງຂັນກັບນາງບາວີເຣນ ນັກກິລາຝຣ່ັງ


1  2  3