ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-30 15:49:56    
ນາງ​ເສິນ​ຈົງ​ຊິງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​​ເທຄວນ​ໂດ​ເພດ​ຍິງ ທ່ີ​ເປັນຫຼຽນຄຳຫຼຽນທີ 32 ຂອງ​ທີ​ມຈີນ(ພາບ)

cri

​ໃນ​ເວລາ 10 ວິນາທີ​ສຸດ​ທ້າຍ, ນາງ​ເສິນ​ຈົງ​ເຕະ​ຖືກຫົວ​ຂອງ​ຝ່າຍ​ກົງກັນຂ້າມ, ດີ​ແທ້! ອິລິຍະບົດ​​ເຕະຫົວ​ທ່ີ​ມີ​ຄວາມ​ຫຍຸ້ງຍາກຫຼາຍບາດ​ນີ້, ​ເຮັດ​ໃຫ້​ຄະ​ແນນ​ສຸດ​ທ້າຍ​ກາຍເປັນ 12 ຕໍ່ 5 ​ໃນ​ທ່ີ​ສຸດ.

​ເວົ້າສຳລັບ​ຕະຫຼອດຂະ​ບວນການ​ແຂ່ງຂັນ​ແລ້ວ, ນາງ​ບາ​ວີ​ເຣນ​ທ່ີ​ຕ່ຳ​ກວ່າ​ນາງ​ເສິນ​ຈົງ​​ເຄ່ິງຫົວນັ້ນຈ່ັງ​ແມ່ນ​ເຕະ​ແຮງແທ້, ນາງ​ໄດ້​ບຸກ​ຊ້ຳ​ແລ້ວຊ້ຳ​ອີກ. ຫາ​ກໍ​ເຂົ້າ​ແຂ່ງຂັນ​ກັນ​ຍັງ​ໄດ້​ເຕັ້ນ​ຂຶ້ນ​ເຕະ​ບາດ​ໜ່ຶງ, ​ແຕ່​ນາງ​ເສິນ​ຈົງ​ໄດ້ຜີກ​ຕົວຢ່າງ​ຄ່ອງ​ແຄ້ວ.


      ກໍແມ່ນເຕະບາດນີ້ແຫຼະ ໄດ້ຕັດສິນນາງເສິນຈົງຊິງໄດ້ຫຼຽນຄຳໃນທ່ີສຸດ

​ເຖິງ​ວ່າ​ນາງ​ບາວີ​ເຣນ​ເບ່ິງ​​ຄື​ວ່າ​ມີ​ທ່າ​ແຮງ​ແທ້, ​ແຕ່​ການ​ບຸກຂອງ​ນາງ​ບໍ່​ໄດ້ຜົນ​ຫຍັງ, ​ນາງເຕະ​ບໍ່​​ໄດ້ຜົນຫຼາຍ​ເທ່ືອ. ສ່ວນ​ນາງ​ເສິນ​ຈົງ​ພັດ​ບໍ່​​ໃຈຮ້ອນ​, ​ເຖິງ​ວ່າ​ເບ່ິງ​ຄື​ບໍ່​ມີ​ທ່າ​ແຮງປານ​ໃດ​ກໍ​ຕາມ, ​ແຕ່​ພັດ​ເຕະ​​ຖືກ​ບ່ອນ​ແລະບັງ​ເກີດ​ຜົນ, ນີ້​ແມ່ນ​ຂໍ​ກະ​ແຈ​ຂອງ​ນາງ​ເສິນ​ຈົງ​ທ່ີໄດ້​ຊະນະ.

​ນາງ​ເສິນ​ຈົງ​ປີ​ນີ້​ອາຍຸ 22 ປີ, ​ເມ່ືອ​ນາງມີ​ອາຍຸ 13 ປີ, ​ກໍຫຼິ້ນບານ​ບ້ວງຢູ່​ໂຮງຮຽນ​ກິລາ​ສະໝັກຫຼິ້ນ​ເມືອງ​ຈຽວ​ຈ້ໍ ​ແຂວງ​ເຫີ​ນານ, ຫຼັກຈາກ​ປີ 1995 ນາງ​ໄດ້​ປ່ຽນຝຶກ​​ເທຄວນ​ໂດ, ຮ່າງ​ກາຍ​ຂອງ​ນາງ​​ແຂງ​ແຮງ​ດີ ​​ເຕະໄວ ​ສະໝອງ​ໄວ, ​ເທຄວນ​ໂດ​ຂອງ​ນາງ​ງ່າຍດາຍ​ແຕ່​ບັງ​ເກີດ​ຜົນ, ​ເມ່ືອ​ນາງອາຍຸ 18 ປີ​ກໍ​ຊິງ​ໄດ້ຫຼຽນທອງ​ໃນ​ງານ​ແຂ່ງຂັນ​​ເທຄວນ​ໂດ​ຊິ​ງຊະນະ​ເລີດ​ໂລກ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີປີ 2000, ນາງ​ກໍ​ຊິງ​ໄດ້ຫຼຽນຄຳຫຼຽນທຳ​ອິດ​​ໃຫ້​ແກ່​ຈີນ​ໃນ​ການ​ແຂ່ງຂັນ​​ເທຄວນ​ໂດ​ງານ​ກິລາ​ໂອ​ລິ​ມປິກ.​

         
           ນາງເສິນຈົງ(ຜູ່ຢືນ)ເອົາຊະນະນາງບາວີເຣນ ນັກກິລາຝຣ່ັງ


1  2  3