ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-01 15:02:17    
​ເຂດ​ທ່ອງ​ທ່ຽວ​ມັງ​ກອນ​ເຫຼືອງ​(ສຽງ)

cri Author: zs

  

​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງທີ່​ຕັ້ງຢູ່​ແຂວງ​ເຊ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ລືຊາ​ຜາກົດ​​ໄປທົ່ວ​ໂລກ​ດ້ວຍ​ທິວ​ທັດ​ອັດສະຈັນ​ສີ່​ຢ່າງ ​ເຊັ່ນ​ສະນ້ຳມີ​ສີ ພູ​ຫິມະ ຮ່ອມ​ພູ​ແລະ​ປ່າ​ໄມ້.ປີ1992,​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງຖືກ​ຈັດ​​ເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ.

      
  
​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຕັ້ງຢູ່​ພາກ​ເໜືອ​ແຂວງ​ເຊ​ສວນ,​ແມ່ນ​ແຖບ​ຮ່ອມ​ພູ​ຜືນໃຫຍ່​ທີ່​ປະກອບ​ດ້ວຍ​ພູ​ຫິມະ​ແລະ​ລານ​ນ້ຳກ້າມ,​ເນື້ອ​ທີ່​ທັງ​ໝົດກວ້າງ​ປະມານ 1000ຕາລາງ​ກິ​ໂລ​ແມັດ.
   
      

ສະນ້ຳມີ​ສີ​ແມ່ນ​ທິວ​ທັດ​ອັດສະຈັນ​ແຫ່ງ​ທຳ​ອິດ​ຂອງ​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງ.ສະນ້ຳມີ​ສີ​ແມ່ນ​ຈໍ່​ຕົວ​ຂຶ້ນຍ້ອນ​ທໍລະນີ​ອັນ​ພິ​ເສດ​ຂອງ​​ແຫ່ງ​ນີ້.​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງມີ​ທິວທັດ​ທີ່​ໜ້າດິນ​ເປັນປູນ​ເຊິ່ງ​ເຫັນ​ໜ້ອຍ​ໃນ​ໂລກ,ໜ້າດິນ​ທີ່​​ເປັນປູນ​ເຫຼົ່ານີ້​ປະກົດ​ມີ​ສີ​ຕ່າງໆ,​ໃຕ້​ແສງ​ຕາ​ເວັນກໍ​ຈໍ່​ຕົວ​ຂຶ້ນ​ເປັນ​ສະນ້ຳມີ​ສີ​ທີ່​ສວຍ​ງາມ​ຢ່າງ​ຫຼວງຫຼາຍ. ​ໃນ​ເຂດ​ທ່ອງ​ທ່ຽວ​ມັງ ກອນ​ເຫຼືອງ,ມີ​ເຂດ​ໜຶ່ງຍາວ4​ກິ​ໂລ​ແມັດ,ກວ້າງ30​ແມັດ​ຫາ170​ແມັດ,ຍ້ອນ​ໜ້າດິນ​ເປັນ​ປູນ​ຈຶ່ງ​ເປັນ​ສີຄຳ,ຄືຮູບມັງກອນ​ເຫຼືອງ​ໂຕ​ໃຫຍ່,ສະນັ້ນ,ຄົນ​ທັງຫຼາຍຈຶ່ງ​ເອີ້ນ​ເປັນ​ເຂດ​ທ່ອງ​ທ່ຽວ​ມັງກອນ​ເຫຼືອງ.ຢູ່​ເຂດ​ທ່ອງ​ທ່ຽວ​ແຫ່ງ​ນີ້ມີ​ສະນ້ຳມີ​ສີ​3400ກວ່າ​ແຫ່ງ,​ໃນ​ນັ້ນ,ສະນ້ຳທີ່​ໃຫຍ່​ກວ່າ​ໝູ່​ກວ້າງ​ເກືອບ​1ໝື່ນ​ແມັດ​ຕາ,ສະນ້ຳທີ່​ນ້ອຍ​ກວ່າ​ໝູ່​ມີ​ແຕ່​ສອງ​ສາມ​​ແມັດ​ຕາທໍ່​ນັ້ນ. ສະນ້ຳ​ເຫຼົ່ານີ້​ມີ​ຮູບ​ຕ່າງ​ກັນ​ຈົນ​ນັບ​ບໍ່​ຖ້ວນ,ມີ​ບາງ​ແຫ່ງ​ຄື​ຕີນ​ມ້າ ບາງ​ແຫ່ງ​ຄື​ຝ່າມື ບາງ​ແຫ່ງ​ຄືໝາກ​ຖົ່ວ​ຍາວ ຍັງ​ມີ​ບາງ​ແຫ່ງ​ຄື​ຫົວ​ງົວ.ຢູ່​ອ້ອມ​ສະນ້ຳ​ມີ​ປ່າ​ໄມ້ອນັຕຶບໜາ,ຂຽວ​ອຸ່ມ​ທຸ່ມ​ຕະ​ຫຼອດປີ,​ແມ່ນ​​ແດນສະຫວັນ​ຂອງ​ນົກ​ນ້ຳຢ່າງ​ຫຼວງຫຼາຍ.

1  2  3