

ຫວ່າງກ່ອນນີ້ບໍ່ດົນ,ງານສິລະປະອາຊີຄັ້ງທີ6ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແລະແຂວງຈີລີນຂອງຈີນພ້ອມກັນ.ສິນລະປິນພັນກວ່າຄົນທີ່ມາຈາກ17ປະເທດອາຊີໄດ້ຟ້ອນລຳທຳເພງພ້ອມກັນສະເຫຼີມສະຫຼອງງານສິລະປະອາຊີຄັ້ງນີ້ທີ່ໃຫຍ່ໂຕມະໂຫລານ.
 ທີ່ທ່ານພວມຟັງຢູ່ນີ້ແມ່ນສະພາບອັນຄຶກຄື້ນຂອງການສະແດງໃນພິທີໄຂງານສິລະປະອາ ຊີຄັ້ງທີ6ທີ່ເມືອງຊາງຊຸ່ນ.ຕອນບ່າຍວັນທີ22ສິງຫາ,ໄລຍະທາງທີ່ຍາວເກືອບ2ກິໂລແມັດແຕ່ຫໍຮັບແຂກແຂວງຈີລີນຮອດສູນເຄື່ອນໄຫວວັດທະນະທຳແຂວງຈີລີນໄດ້ກາຍເປັນເວທີສະແດງຂອງສິນລະປິນອາຊີ.ສິນລະປິນທີ່ມາຈາກ17ປະເທດອາຊີ ເຊັ່ນຈີນ ລາວ ໄທ ສິງ ກະໂປ ສປປເກົາຫຼີ ຟິລິບປິນ ມາເລເຊຍ ອິນໂດເນເຊຍ ຫວຽດນາມແລະມຽນມ້າເປັນຕົ້ນໄດ້ພ້ອມກັນກັບປະຊາຊົນຈີນ,ທັງຟ້ອນທັງລຳ,ສະເຫຼີມສະຫຼອງງານສິລະປະອາຊີອັນໃຫຍ່ໂຕຄຶກຄື້ນ.

1 2 3 4
|