ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-15 14:20:45    
ພະ​ລາ​ຊະ​ສຸ​ສານ​ລາ​ຊະ​ວົງ​ມີງ​ແລະ​ລາ​ຊະ​ວົງ​ເຊັ່ງ​(ພາບ)(ສຽງ)

cri Author: zs
      
           (ປະຕູໂຂງຂອງເຂດພະລາຊະສຸສານຊີ່ຫຼິງລາຊະວົງເຊັ່ງ)

ໃນລາຊະ​ວົງ​ສັກ​ດິ​ນາຈີນທຸກ​ສະ​ໄໝ​​,​ໃນ​ເມື່ອ​ເຈົ້າ​ຊີ​ວິດ​ຂຶ້ນ​ສະ​ຫວີຍ​ລາດ,​ກໍ​ບໍ່​ເສຍ​ດາຍ​ຊັບ​ສິນ​ເງິນ​ຄຳ​ແລະ​ແຮງ​ງານ​ຢ່າງ​ຫຼວງ​ຫຼາຍ,​ກໍ່​ສ້າງ​ສຸ​ສານ​ອັນ​ກວ້າງ​ໃຫຍ່​ໃຫ້​ພະ​ອົງ​​ເອງ​ແລະ​ພະ​ບໍ​ລົມ​ມະ​ວົງ​ສາ​ນຸ​ວົງ.ພະ​ລາ​ຊະ​ສຸ​ສານ​ລາ​ຊະ​ວົງ​ມີງ​ແລະ​ລາ​ຊະ​ວົງ​ເຊ່ັງ​ທີ່​​​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ກໍ​ເປັນ​ຕົວ​ແທນ​ອັນ​ໜຶ່ງ.

ພະ​ລາຊະ​ສຸ​ສານ​ລາ​ຊະ​ວົງ​ມີງ​ແລະ​ລາຊະວົງ​ເຊ່ັງ​ທີ່​ເປັນ​ມໍ​ລະ​ດົກ​ໂລກ​ລວມ​ທັງ​ສຸ​ສານ​ສຽນ​ຫຼິງ​ຂອງ​ລາ​ຊະ​ວົງ​ມີງ ສຸ​ສານ​ຕົ່ງ​ຫຼິງ​​ແລະ​ສຸສານ​ຊີ່​ຫຼິງ​ຂອງ​ລາ​ຊະ​ວົງ​ເຊັ່ງ.

ສຸສານ​ສຽນ​ຫຼິງ​ຂອງ​ລາ​ຊະ​ວົງ​ເຊັ່ງ​ຕັ້ງຢູ່​ເມືອງ​ຈົ່ງ​ຊຽງ​ ​ແຂວງ​ຫູ​ເປ​ຂອງ​ຈີນ,ສ້າງ​ຂຶ້ນ​ເມື່ອ​ກາງ​ສະຕະວັດ​ທີ16,​ແມ່ນ​ສຸສານ​ຂອງ​ເຈົ້າຊີວິດ​ອົງ​ທີ12​ໃນສະ​ໄໝ​ລາ​ຊະ​ວົງ​ມີ​ງ.

ສຸສານ​ສຽນ​ຫຼິງ​ກວມ​ເນື້ອ​ທີ່​ປະມານ4ກິ​ໂລ​ແມັດມົນທົນ,​ໃນ​ເຂດ​ອັນ​ກວ້າງ​ຂວາງ​ແຫ່ງ​ນີ້, ໜ່ວຍ​ພູ ​ແມ່​ນ້ຳ​ລຳ​ເຊ​ແລະ​ປ່າ​ໄມ້ທັງ​ໝົດ​ລ້ວນ​ແຕ່​ຖືກ​ຖື​ເປັນ​ພາກ​ສ່ວນ​ປະ​ກອບ​ຂອງ​ສຸ ສານ​ແລະ​ຖືກ​ຈັດ​ວາງ​ຢ່າງ​ເປັນ​ເອກະ​ພາບ​ກັນ​. ພູ​ຈູ​ຊ່ານ​ທີ່​ຕ​ັ້ງ​ຢູ່​​ເບື້ອງ​ຫຼັງ​ເຂດ​ສຸ​ສານ​ແມ່ນ ສິ່ງ​ເພິ່ງ​ພາ​ອາ​ໄສ​ຂອງ​ທົ່ວ​ສຸ​ສານ,​ໜ່ວຍ​ພູ​ທີ່ຢູ່​ສອງ​ຂ້າງ​ອ້ອມ​ຮັກ​ສາ​ທ່ົວ​ສຸ​ສານ,​ຢູ່​ພາກ​ກາງ​ໄດ້​ປຸກ​ສິ່ງ​ກໍ່​ສ້າງ​ຕ່າງໆ​ທັງ​ມີ​ແມ່​ນ້ຳ​ເກົ້າ​ຈິວ​ທີ່​ຄົດໆ​ລ້ຽວ​ໄຫຼ​ຜ່ານ​ຢູ່​ລະ​ຫວ່າງ​ສິ່ງ​ກໍ່​ສ້າງ​ເຫຼົ່າ ນີ້,​ສ່ວນ​ໜ່ວຍ​ພູ​ທີ່ຢູ່​ເບື້ອງ​ໜ້າ​​ໃຊ້​ເປັນ​ສິ່ງ​ກຳ​ບັງ​ສຸ​ສານ.
      
ພະ​ລາຊະ​ສຸສານ​ສຽນ​ຫຼິງ​ລາ​ຊະ​ວົງ​ມີ​ງ​​ແມ່ນລອກ​ແບບ​ການຈັດ​ວາງ​ຂອງ​ພະ​ລາ​ຊະ​ວັງ,​ເຊັ່ນ ພາກ​ໜ້າ​ແມ່ນ​ເຂດ​ທີ່​ເຈົ້າ​ຊີ​ວິດ​ຊົງ​ພະ​ລາຊະ​ກິດ,ພາກ​ຫັຼງ​ແມ່ນ​ເຂດທີ່​ເຈົ້າ​ຊ​ີ​ວິດ​ຊົງ​ພະ​ລາ​ຊະ​ພຳ​ນັກ.​ໃນ​ສຸ​ສານ​ສຽນ​ຫຼິງ,​ພາກ​ໜ້າ​ແມ່ນ​ບ່ອນ​ທີ່​ຈັດການ​ເຄື່ອນ​ໄຫວ​ເຊັ່ນ​ໄຫວ້​ບູ​ຊາ​ຕ່າງໆ,​ພາກ​ຫຼັງ​ແມ່ນ​ບ່ອນ​ປະ​ດິດ​ສະ​ຖານ​ໂລງ​ສົບ​.

​ໃນ​​ສຸ​ສານ​ສຽນ​ຫຼິງ,ຈຸດ​ພິ​ເສດ​ແມ່ນ​ແມ່ນ້ຳ​ເກົ້າຈິ​ວ ​ເຊິ່ງ​ເປັນ​ລະ​ບົບ​ລະບາຍ​ນ້ຳ​ຂອງ​ສຸ​ສານ.​ແມ່​ນ້ຳ​ສາຍ​ນີ້​ໄດ້​ລະ​ບາຍ​ນ້ຳ​ທີ່​ໄຫຼ​ລົງ​ຈາກ​ພູ​ທີ່ຢູ່​ອ້ອມ​ຂ້າງ​​ໃຫ້​ອອກ​ຈາກ​ເຂດ​ສຸ​ສານ,ຍັງ​ສາ ມາດ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ສຸ​ສານ​ສະ​ອາດ​ສະ​ອາງ.​ເຖິງ​ວ່າ​ພະ​ລາ​ຊະ​ສຸ​ສານ​ທຸກໆ​​ແຫ່ງ​​ໃນ​ສະ​ໄໝ​ລາ​ຊະ​ວົງ​ມີ​ງລ້ວນ​ແຕ່​ເອົາ​ໃຈ​ໃສ່​ການ​ລະ​ບາຍ​ນ້ຳ​ທີ່​ສຸດ​ກໍ​ຕາມ,​ແຕ່​ລະ​ບົບ​ລະ​ບາຍ​ນ້ຳ​ຂອງ​ສ​ຸ​ສານ​ສຽນ​ຫຼິງ​ມີ​ຈຸດ​ພິ​ເສດ​ພົ້ນ​ເດ່ັນ​ກວ່າ​ໝູ່​ຍ້ອນ​ຄວາມ​ຄົບ​ຖ້ວນ​ແລະ​ຈົບ ງາມ​ຂອງ​ມັນ.

1  2  3