ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-22 17:54:37    
ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ​7​ມີ​ລາຍ​ການ​ຍອດ​ຢ້ຽມ​ໜ້າ​ຊົມ(ພາບ)(ສຽງ)

cri Author: zs

​ວັນ​ທີ10ກັນຍາ,ງານ​ສິລະ​ປະ​ຈີນ​ຄັ້ງທີ7​ໄດ​້​ໄຂ​ຂຶ້ນຢູ່​ເມືອງ​ຮາງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ ພາກ​ໃຕ້​ຂອງ​ຈີນ.​ໃນ​ເວລາ​ເຄິ່ງ​ເດືອນ​ປາຍ,ງານ​ສິລະ​ປະຄັ້ງນີ້​ໄດ້ຈັດການ​ສະ​ແດງເກືອບ​ຮ້ອຍ​​ເທື່ອ​ແລະ​ຈັດ​ການ​ເຄື່ອນ​ໄຫວ​ຕ່າງໆເຊັ່ນງານ​ສຳ​ມະ​ນາແລະ​ການ​ວາງ​ສະ​ແດງ​ເປັນຕົ້ນ,​ໄດ້​ໂຮມ​ສູນ​ວາງສະ​ແດງ​ໝາກຜົນ​ຫຼ້າສຸດ​ແຫ່ງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສິລະ​ປະວັດ​ທະ​ນະ​ທຳ​ຂອງ​ຈີນ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ.

ທີ່​ທ່ານ​​ພວມ​ຟັງ​ຢູ່​ນີ້​ແມ່ນ​ອັດ​ສຽງ​ຂອງ​ງານ​ລາຕີ​ພິທີ​ໄຂ​ງານ​ສິລະ​ປະຄັ້ງນີ້.

ງານ​ສິລະ​ປະ​ຈີນ​ແມ່ນ​ງາ​ນສິລະ​ປະ​ແຫ່ງ​ຊາດ​ທີ່​ມີ​ລະດັບ​ສູງ​ກວ່າ​ໝ່​ູ​ແລະ​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ.​ແຕ່​ສ້າງຕັ້ງຂຶ້ນ​ເມື່ອປີ1987​ເປັນຕົ້ນມາ,​ໄດ້​ຈັດ​6ຄັ້ງຢ່າງ​ສຳ​ເລັດ​ຜົນ,​ແລະ​ໄດ້​ກາຍ​ເປັນ​ປ່ອງຢ້ຽມ​ອັນ​ສຳຄັນ​ທີ່​ສ່ອງ​ແສງ​ໃຫ້​ເຫັນການສະ​ແດງ​​ຂອງ​ວົງ​ການ​ສິລະ​ປະ ວັດ​ທະນະ​ທຳ​ຂອງຈີນ​ແລະສະ​ແດງ​​ໃຫ້​ເຫັນທິດ​ຂະຫຍາຍ​ຕົວຂອງ​ສິລະ​ປະ​ຈີນ.ງານ​ສິລະ​ປະ​ທຸກ​ຄັ້ງ​ໄດ້​ດູດ​ດຶງ​ຜູ່​ຊົມຈຳນວນ​ຫຼວງຫຼາຍດ້ວຍລາຍການ​ອັນ​ຍອດ​ຢ້ຽມ​ຢ່າງ​ຫຼວງ​ຫຼາຍ,​ແລະ​ມີ​ສີ​ສັນ​ພິ​ເສດ​ແຫ່ງ​ຍຸກ​ສະ​ໄໝ​ອັນ​ພົ້ນ​ເດັ່ນ,​ໄດ້​ກາຍ​ເປັນງານ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ຈີນ​ທຸກ​ຊົນ​ເຜ່ົາ.​ໃນ​ພິທີ​ໄຂ​ງານ,ທ່ານ​ເຊິນ​ສຽວ​ກວ່າງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ ຫົວໜ້າ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ສິ​ລະ​ປະ​ຈີນ​ຄັ້ງ​ທີ​7​ກ່າວ​ຄຳ​ປາ​ໄສ​ວ່າ:​"ງານ​ສິ​ລະ​ປະ​ຈີນ​ແມ່ນ​ງານສິລະ​ປະທີ່​ໃຫຍ່​ໂຕ​ມະ​ໂຫລານ,​ແມ່ນ​ວັນ​ບຸນ​ຂອງ​ປະ​ຊາ​ຊົນ,​ມັນ​ໄດ້​ກາຍ​ເປັນ​ຮູບ​ການ​ອັນ​ສຳຄັນ​ທີ່​ສ້າງ​ພາລະກິດ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​​ໃຫ້​ຈະ​ເລີນ​ດ້ວຍ​ສີ​ສັນ​ພິ​ເສດ​ຕ່າງໆ ​ເຊັ່ນ​ການ​ເຄື່ອນ​ໄຫວ​ສິລະ​ປະ​ທີ່​ມີ​ຫຼາຍ​ສີ​ຫຼາຍ​ສັນ​ແລະ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ,​ການ​ສະ​ແດງ​ອັນ​ຍອດ​ຢ້ຽມໜ້າ​ຊົມ,​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ​ຂອງ​ປະ​ຊາ​ຊົນ​ແລະ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂອງ​ປວງ​ຊົນ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ."

ຕາມ​ການ​ສະ​ເໜີ,​ງານ​ສິ​ລະ​ປະ​ຈີນ​ຄັ້ງທີ7​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ ມີຜູ່​ເຂົ້າ​ຮ່ວມ​ຫຼາຍກວ່າ​ໝູ່​ແລະ​ມີລາຍການສະ​ແດງ​ຫຼາຍກວ່າ​ໝູ່​ເມື່ອ​ທຽບ​ໃສ່​ທຸກ​ຄັ້ງທີ່​ຜ່ານ​ມາ.ມີ​5​0ກວ່າລາຍ ການທີ່​ມາ​ຈາກ​20ກວ່າ​ແຂວງ ກຳ​ແພ​ງນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​​ໄດ​້​ເຂົ້າ​ຮ່ວມ​ການ​ສະ​ແດງ.​ໃນ​ນັ້ນລວມທັງ​ຮູບ​ການ​ສິລະ​ປະ​ຕ່າງໆ​ເຊັ່ນ​ລະ​ຄອນ​ຟ້ອນ ລະ​ຄອນ​​ເສົ້າ ​ງິ້ວ​ປັກ​ກິ່ງ ​ລະ​ຄອນ​ຮ້ອງ​ແລະ​ງິ້ວ​ທ້ອງ​ຖິ່ນ​ເປັນ​ຕົ້ນ.​ໂດຍ​ສະ​ເພາະ​​ແມ​່ນ​ລາຍ​ການ​ງິ້ວ​ທີ່​ຕາງໜ້າສີສັນ​ຊົນ​ເຜົ່າ​ຂອງ​ຈີນ,ມີ​ງິ້ວທ້ອງ​ຖິ່ນ20ກວ່າ​ຊະນິດ​​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງ. ງິ້ວທ້ອງ​ຖິ່ນ​ທຸກ​ຊະນິດ​ລ້ວນ​ແຕ່​​ໄດ​້ສະ​ແດງລາຍການ​ທີ່​ດີກ​ວ່າ​ໝູ່​ຂອງ​ຕົນ,ອາດ​ເວົ້າ​ໄດ້ວ່າ,​ງານ​ສິລະ​ປະຄັ້ງນີ້​ໄດ້​ໂຮມ​ສູນ​ການສະ​ແດງ​ຍອດ​ຢ້ຽມ​ດ້ານສິລະ​ປະ​ທີ່​ຂົງ​ເຂດ​ສິລະ​ປະ​ເວທີ​ສະ​ແດງ​ຂອງ​ຈີນ​​ແຕ່ງ​ອອກ​ມາ​ໃນ​ຫຼາຍປີ​ມາ​ນີ້.ຕົວຢ່າງຄື​ລະ​ຄອນ​ດົນ​ຕີ​ເລື່ອງ​《​ຫ້າ​ນາງ​ສາວ》​ໄດ​້​ເອົາລະ​ຄອນ​ດົນຕີ​ທີ່​​ແຜ່​ລາມ​ເຂົ້າມາຈີນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ປະ​ສານ​ກັນ​ກັບ​ເພງ​ພື້ນ​ເມືອງ​ຈີນ​ປະ​ສານ​ກັນ​ທີ່​ມີ​ກິ່ນ​ອາຍ​ຊົນນະບົດ,​ເຮັດ​ໃຫ້​ຄົນຮູ້​ສຶກ​ໃໝ່​ອ່ຽມທີ່​ສຸດ.

1  2