ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-22 19:09:49    
​ງິ້ວ​ຄຸ່ນ​ຊູຍ​(ພາບ)(ສຽງ)

cri Author: zs

ວັນ​ທີ​18ພຶດສະພາ​ປີ2001,ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ໄດ້​ປະກາດ​ບັນຊີ​ລາຍ​ຊື່ "ບົດ​ປະພັນ​ຕົວ​ແທນມໍລະດົກ​ທາງ​ປາກ​​ເວົ້າແລະ​ບໍ່​ແມ່ນ​ວັດຖຸ​ຂອງ​ມະນຸດ"​ງວດ​ທຳ​ອິດ​ຢູ່​ທີ່​ປາຣີ,​ລວມມີ​19​ລາຍການ​ຖືກ​ຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່​ດັ່ງກ່າວ,​ໃນ​ນັ້ນ​ມີ​ສິລະປະ​ງິ້ວຄຸ່ນ ຊູ​ຍ​ຂອງ​ຈີນ.

ງິ້ວຄຸ່ນຊູ​ຍ​ກຳ​ເນີ​ດຢູ່​ເມືອງ​ຄຸ່ນຊ່ານ​ແຂວງ​ຈ່ຽງຊູ່ ພາກ​ໃຕ້​ຂອງ​ຈີນ,ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ປະ​ຫວັດ​ມາ600ກວ່າ​ປີ.​​ແຕ່​ເດີມ​ງິ້ວຄຸ່ນຊູ​ຍ​ມີ​ແຕ່​ນິຍົມ​ກັນ​ຮ້ອງຢູ່​ແຖບ​ຄຸ່ນຊ່ານທໍ່​ນັ້ນ,​ພາຍຫຼັງມາ​ຄ່ອຍໆ​​ເຜີຍແຜ່​​ໄປ​ສູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ.

ຄຸນ​ຄ່າ​ວັດທະນະທຳ​ຂອງ​ງິ້ວຄຸ່ນຊູ​ຍ​ຕົ້ນຕໍ​ສະ​ແດງ​​ໃຫ້​ເຫັນໃນ​ສາມ​ດ້ານ​ເຊັ່ນ ບົດ​ງິ້ວ ດົນ​ຕີ​ແລະ​ການສະ​ແດງ.

ບົດ​ງິ້ວຂອງ​ງິ້ວຄຸ່ນຊູ​ຍໃຊ້ອົງປະກອບງິ້ວຂອງ​ຈີນທີ່ໄດ້ຈໍ່ຕົວຂຶ້ນ​ໃນ​ສະຕະວັດ​ທີ10,ທຳ​ມະ​ດາ​ແລ້ວ,ງິ້ວ​​ແຕ່​ລະ​ເລື່ອງ​ແບ່ງ​ເປັນ​24​ພາກ,​ແຕ່​ລະ​ພາກ​ໄດ້​ບັນ​ລະ​ຍາຍ​ເລື່ອງ​ໜຶ່ງ​ທີ່​ທັງ ຂຶ້ນ​ກັບ​ໝົດ​ເລື່ອງ​ທັງ​ເປັນ​ອິດ​ສະ​ລະ,​ສະ​ນັ້ນ,ແຕ່​ລະ​ພາກ​ສາ​ມາດ​ສະ​ແດງ​ຢ່າງ​ເປັນ​ອິດ ສະ​ລະ​ໄດ້.​ໃນ​ດ້ານ​ພາ​ສາ​ວັນ​ນະ​ຄະ​ດີ,​ງິ້ວ​ຄຸ່ນ​ຊູຍ​ມັກ​ໃຊ້​ປະ​ໂຫຍ​ກຍາວ​ກັບ​ປະ​ໂຫຍກ​ສັ້ນ ປະ​ສານ​ສົມ​ທົບ​ກັນ,​ມັກ​ໃຊ້​ສັບ​ສຸ​ພາບ​ຈົບ​ງາມ,​ທຳ​ນອງ​ຮ້ອງ​ອ່ອນ​ຫວານ​ແລະ​ມ່ວນ​ຊື່ນ,​ອອກ​ສຽງ​ແຈ່ມ​ແຈ້ງ​ທີ່​ສຸດ.​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ,​ດົນ​ຕີ​ທີ່​ໃຊ້​ໃນ​ງິ້ວ​ຄຸ່ນ​ຊູຍ​ມີ​ປະ​ມານ​ພັນ​ກວ່າ​ຊະ​ນິດ.​ໃນ​ນັ້ນ​ບໍ່​ພຽງ​ແຕ່​ມີ​ດົນຕີ​ການ​ຟ້ອນ​ໃນ​ສະ​ໄໝ​ບູຮານ​ທໍ່​ນັ້ນ,​ຫາກ​ຍັງ​ມີ​ເພງ​ພື້ນ​ເມືອງ​ແລະ​ດົນ​ຕີ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຈຳ​ນວນ​ຫຼວງ​ຫຼາຍ​ອີກ​ດ້ວຍ.​ງິ້ວ​ຄຸ່ນ​ຊູຍ​ຕົ້ນຕໍ​ເສບ​ດ້ວຍ​ຂຸ່ຍ,​ແລະ​ເອົາ​ມະ​ໂຫ​ລີ​ດັ້ງ​ເດີມ​ອື່ນໆ​ຂອງ​ຈີນ ເຊັ່ນ​ແຄນ ປີ່​ແລະ​ພິນ​ຜີ​ຜາ​ເປັນ​ຕົ້ນ​ເປັນ ເຄື່ອງ​ເສບ​ສຳ​ຮອງ.

ການສະແດງຂອງງິ້ວຄຸ່ນຊູ​ຍມີລະບົບແລະທຳນອງພິເສດ.ຈຸດພິເສດໃຫຍ່ກວ່າໝູ່ຂອງ ມັນແມ່ນຊ່າງໃຊ້ກິລິຍາອັນລະອຽດມາສະແດງອາລົມຈິດໃຈ.ໃນເວລາສະແດງ,ທັງຟ້ອນ ທັງຮ້ອງ,ການຮ້ອງ​ແລະການຟ້ອນປະສານກັນຢ່າງຈົບງາມ.ຮູບການສະແດງຂອງງິ້ວ ຄຸ່ນ​ຊູຍ​ແມ່ນ​ເຮັດ​ໃຫ້ການຮ້ອງ ອ່ານແລະຟ້ອນປະສານກັນ.​ເມື່ອ​ທຽບ​ກັບງິ້ວອ່ືນໆຂອງ​ຈີນ​ແລ້ວ,ງິ້ວຄຸ່ນຊູຍ​ມີ​ຄວາມ​ຮຽກ​ຮ້ອງ​ຢ່າງ​ເຄ່ັງຄັດກວ່າໝູ່ໃນດ້ານນີ້.ນັກ​ສະ​ແດງ​ງິ້ວ​ຄຸ່ນ ຊູຍ​ທີ່​ດີ​ເລີດ​ຜູ່ໜຶ່ງ​ຕ້ອງ​​ຊ່າງ​ຮ້ອງ ຊ່າງ​ຟ້ອນ​ແລະ​ຊ່າງ​ອ່ານ,ຈຶ່ງ​ສາ​ມາດ​ສ້າງ​ຕົວ​ສະ​ແດງ​ທີ່​ຈົບ​ງາມ​ເທິງ​ເວທີ​ສະ​ແດງ.​ນັກ​ສະ​ແດງ​ຂອງ​ງິ້ວ​ອື່ນໆ​ທີ່​ຢາກ​ຍົກ​ສີ​​ມື​ການ​ສະ​ແດງ​ແລະ​ຄຸນ​ນະ​ທາດ​ສິ​ລະ​ປະ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ,ມັກໄປ​ຮຽນ​ງິ້ວ​ຄຸ່ນ​ຊູຍ​ຢ່າງ​ເປັນ​ເຈົ້າ​ການ.ທ່ານ​ເມ​ລັນ​ຟ່າງ ມະຫາ​ອາ​ຈານ​ສິ​ລະ​ປະ​ການ​ສະ​ແດງ​ງິ້ວ​ປັກ​ກິ່ງ​ທີ່​ລືຊາ​ຜາກົດ​ໃນ​ທົ່ວ​ໂລກ​ກໍ​ເຄີຍ​ຕັ້ງ​ໜ້າ​ຝຶກ​ແອບ​ງິ້ວ​ຄຸ່ນ​ຊູຍ​ເປັນ​ເວລາ​ຍາວ​ນານ.​ໃນ​ງິ້ວ​ປັກ​ກິ່ງ​ຫຼາຍ​ເລື່ອງ​ທີ່​ທ່ານ​ສະ​ແດງ​ນັ້ນ, ຜູ່​ຊົມ​ສາ​ມາດ​ພົບ​ເຫັນ​ວິ​ທີ​ການ​ສະ​ແດງ​ຂອງ​ງິ້ວ​ຄຸ່ນ​ຊູຍ.

1  2