ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 17:05:01    
ວິວັດທະນາ​ການ​ແຫ່ງ​ສ.ປ.ຈີນ​ໃນ55​ປີ

cri

ປີ​ນີ້​ແມ່ນ​ປີ​ສະຖາປະນາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 55 ປີ.​ໃນ 55 ປີ​ມາ​ນີ້, ຈີນ​ໄດ້​ຊອກຫາ​ເສັ້ນທາງ​ພັດທະນາ​ທ່ີ​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດ​ຂອງ​ຕົນ​ຕະຫລອດ​ມາ, ​ໃນ​ຕະຫລອດ​ວິວັດທະນາ​ການ​ນີ້,ຈີນ​ໄດ້​ຮັບ​ຜົນງານ​ທ່ີ​ປະຈັກ​ຕາ​ຊາວ​ໂລກ,ທັງ​ປະສົບ​ຄວາມ​ລະ​ອິດລະ​ອ້ຽວ​ຈຳນວນ​ຫນຶ່ງ.​
ວັນ​ທີ 1 ຕຸລາ​ປີ 1949 ພິທີ​ສະຖາປະນາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ຜູ່​ນຳ​ຮຸ້ນ​ທຳ​ອິດ​ຂອງ​ຈີນ​​ຄື​ທ່ານມາວ​ເຈີ​ຕົງ ຜູ່​ນຳ​ສະຖາປະນາ​ສ.ປ.ຈີນ​ເປັນຕົ້ນ​ໄດ້​ນຳພາ​ປະຊາຊົນ​ຈີນ​ເລີ່​ມ​ເປີດຂະ​ບວນການ​ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ.


ການ​ສ້າງສາ​ປະ​ເທດ​ຈີນ​ໃຫມ່ ທຳ​ອິດ​ແມ່ນ​ລຳບາກຫຍຸ້ງຍາກ​ທ່ີ​ສຸດ.ຍ້ອນຈັກກະພັດ​ນິຍົມຮຸກ​ຮານ​ແລະ​ປຸ້ນ​ສະດົມ​ຈີນ​ໃນ​ເວລາ​ຍາວ​ນານ, ​ບັນດາຂຸນ​ເສິກ​ໄດ້​ເລວ​ເສິກ​ຫລາຍ​ປີ​ແລະ​ການ​ປົກຄອງ​ອັນຊຸດ​ໂຊມ​ເປື່ອຍ​ເຍື່ອຍ​ຂອງ​ພັກ​ກົກ​ມິ​ນຕັງ,​ດັ່ງນັ້ນ ພື້ນຖານ​ອຸດສາຫະກຳ​​ໃນ​ທົ່ວ​ປະ​ເທດ​ອ່ອນ​ແອ​ທ່ີ​ສຸດ, ຜົນ​ຜະລິດ​ກະສິກຳ​ຫນ້ອຍ​ທ່ີ​ສຸດ,ວັດຖຸ​ສິ່ງ​ຂອງ​ຊະນິດ​ຕ່າງໆ​ຂາດ​ເຂີນ​ຫລາຍ.


​ໃນດ້ານ​ສະພາບ​ແວດ​ລ້ອມ​ສາກົນ, ກຸ່ມ​ຝ່າຍ​ຕາ​ເວັນ​ອອກ​ກັບ​ກຸ່ມ​ຝ່າຍ​ຕາ​ເວັນ​ຕົກ​ທ່ີ​ເປັນ​ປໍ​ລະ​ປັກ​ກັນ​ໄດ້​ຈໍ່​ຕົວ​ຂຶ້ນ​ໃນຕົ້ນຊຸມ​ປີ 50, ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທ່ີ​ມີ​ອາ​ເມ​ລິ​ກາ​ເປັນ​ຫົວ​​ໂປ່​ໄດ້​ປະຕິບັດ​ນະ​ໂຍບາຍ​ອັດ​ຕັນ​ແລະ​ສະກັດ​ກັ້ນປະ​ເທດ​ຈີນ​ໃຫມ່​ທ່ີ​ເປັນປະ​ເທດ​ສັງຄົມ​ນິຍົມ, ຈີນຈຳ​ເປັນໄປມາຫາ​ສູ່​ກັນ​ກັບປະ​ເທດ​ສັງຄົມ​ນິຍົມ​ທ່ີ​ມີ​ສະຫະພາບ​ໂຊ​ວຽດ​ເປັນ​ຫົວຫນ້າ,​ແລະ​ກໍ່ມີ​ແຕ່​ສະຫະພາບ​​ໂຊ​ວຽດທໍ່​ນັ້ນທ່ີ​ຊ່ອຍ​ເຫລືອ​ຈີນ​ໄດ້. ​ເມື່ອ​ຮອດ​ທ້າຍ​ຊຸມ​ປີ 50 ຄຽງ​ຄູ່​ກັບການ​ພົວພັນ​ລະຫວ່າງ​ຈີນ​ສະຫະພາບ​ໂຊ​ວຽດຊຸດ​ຮ້າຍ​ລົງ, ສະຫະພາບ​ໂຊ​ວຽດກໍ່​ໄດ້​​ເຊົາ​​ໃຫ້ການ​ຊ່ອຍ​ເຫລືອ​ຈີນ.ຫລັງ​ຈາກ​ນັ້ນ 20 ປີ, ຈີນ​​ອາ​ໃສ​​ກຳລັງ​ຂອງ​ຕົນສ້າງສາ​ປະ​ເທດຕົນ,​ແລະປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນເກືອບ​ຢູ່​​ໃຕ້ສະພາບ​ປິດ​ປະຕູ​ຕໍ່​ພາຍ​ນອກ,.


​ໃນ​ໄລຍະ​ຕົ້ນທ່ີ​ຫາ​ກໍ່​ສະຖາປະນາ​ປະ​ເທດ,ຍ້ອນ​ວ່າຈີນ​ຖື​ການ​ສ້າງສາ​ປະ​ເທດ​ທ່ີ​ມີ​ລັກສະນະ​ສັງຄົມ​ນິຍົມ​ເປັນ​ເປົ້າຫມາຍ, ​ໃນ​ຄາວ​ນັ້ນ ຈີນ​​ແມ່ນລອກ​ແບບ​ລະບອບ​ສັງຄົມ​ແລະ​ເບົ້າ​ແບບ​ເສດຖະກິດ​ຂອງ​ສະຫະພາບ​ໂຊ​ວຽດ​​ເກືອບ​ຫມົດແລະ​ໄດ້ປະຕິບັດ​ມາ​ຢ່າງ​ຫນ້ອຍ 20 ປີ.​ແຕ່​ພາຍຫລັງ​ມາ, ຂໍ້​ຂາດ​ຕົກ​ຜົກ​ຜ່ອງ​ຂອງ​ເບົ້າ​ແບບ​ນີ້​ຂອງ​ສະຫະພາບ​ໂຊ​ວຽດກໍ່​ນັບ​ມື້​ນັບ​ພົ້ນ​ເດັ່ນ​ອອກຄື: ສິດ​ຄຸ້ມ​ຄອງ​ເສດຖະກິດ​ແລະ​ວຽກ​ງານ​ລາຍ​ຕ່າງໆ​ໂຮມ​ສູນ​ຢູ່​ນຳ​ສູນ​ກາງ​ແລະ​ອົງການ​ປົກຄອງ​ທຸກຂັ້ນຫລາຍ​ເກີນ​ໄປ, ບົດ​ບາດດັດສົມ​ຂອງ ຕະຫລາດ​ແລະ​ສັງຄົມ​ຢ່າງ​ທຳ​ມະ​ຊາດ​ນັ້ນ​ເກືອບ​ຖືກ​ປະຕິ​ເສດ​ຫມົດ,ກົນ​ໄກ​ຫມນູ​ເດີນຕາຍ​ຕົວ, ບໍ່​ມີ​ຊີວິດ​ຊີວາ.ບໍ່​ຫນຳ​ໃນ​ສະພາບ​ແວດ​ລ້ອມ​ສາກົນກໍ່​ມີປັດ​ໄຈ​ທ່ີບໍ່​ມີ​ຜົນ​ດີ​ຫລວງຫລາຍ, ​ຜູ່​ນຳ​ຈີນ​​ໄດ້​ມີ​ຄວາມ​ຜິດພາດ​ໃນ​ດ້ານ​ນະ​ໂຍບາຍ​ແລະ​ມູນ​ເຫດ​ຕ່າງໆ,ສະນັ້ນ ​​ເລີ່​ມ​ແຕ່​ທ້າຍ​ຊຸມ​ປີ 50, ​ເສດຖະກິດ​ແຫ່ງ​ຊາດ​ຈີນ​ໄດ້​ຕົກຢູ່​ໃນ​ສະພາບ​ສົນລະວົນ​ໃນຊົ່ວ​ໄລຍະ​ຫນຶ່ງ.


​ເຖິງ​​ເປັນ​ແນວ​ນີ້​ກໍ່ຕາມ,ຊຸມ​ປີ 60-70, ຈີນ​ກໍ່​ຍັງ​ຄົງ​ໄດ້​ຮັບ​ຜົນງານກໍ່ສ້າງ​ບໍ່​ຫນ້ອຍ.ຕົວ​ເມືອງ​​ໃຫມ່​ງວດ​ຫນຶ່ງ​ໄດ້​ສ້າງສາ​ຂຶ້ນ, ອາຍຸ​ສະ​ເລ່ຍຕາມ​ຫົວ​ຄົນ​ສູງ​ຂຶ້ນ.ຈີນ​ຍັງ​ໄດ້​ຄົ້ນຄວ້າ​ຜະລິດ​ລູກ​ລະ​ເບີດປະລະມານູແລະ​ລູກ​ສອນ​ໄຟ​ນຳ​ວິຖີ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ຍິງ​ສ່ົງ​ດາວ​ທຽມຂຶ້ນ​ສູ່​ອະວະກາດ.ພ້ອມ​ກັນນັ້ນ ຖານະ​ຂອງ​ຈີນ​ໃນ​ສາກົນ​ກໍ່​ສູງ​ຂຶ້ນ​ຢ່າງ​ຫລວງຫລາຍ.​ເມື່ອ​ມາຮອດ​ທ້າຍ​ຊຸມ​ປີ 70, ຈີນ​​ໄດ້ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບທຸກປະ​ເທດ​ໃຫຍ່​ໃນ​ໂລກ, ສະ ພາບ​ແວດ​ລ້ອມ​ຊົງ​ຕົວ​ຂອງ​ຈີນ​ໃນ​ສາກົນ​ກໍ່​​ໄດ້ດີ​ຂຶ້ນ​ຢ່າງ​ຫລວງຫລາຍ.

1  2