ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 17:05:01    
ວິວັດທະນາ​ການ​ແຫ່ງ​ສ.ປ.ຈີນ​ໃນ55​ປີ

cri


ປີ 1976 ທ່ານ​ມາວ​ເຈີ​ຕົງ ຜູ່​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ລ່ວງ​ລັບ​ໄປ.ຈາກ​ນັ້ນບໍ່​ດົນ, ທ່ານ​ເຕິ້ງ​ສຽວ​ຜິ​ງກໍ່​ໄດ້ກາຍ​ເປັນ​ແກນ​ກາງການ​ນຳ​ຜູ່​ໃຫມ່​ຂອງ​ຈີນ.ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ກຶກກອງ​ພິຈາລະນາ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ການ ພັດທະນາ​ຂອງ​ຈີນ​ໃນ 30 ປີ​ຜ່ານ​ມາ​ແລ້ວ​ເຫັນ​ວ່າ, ຄັນຈີນ​ຢາກພັດທະນາ​ອ່າວ​ໄວ​ກໍ່​ຕ້ອງ​ນຳ​ໃຊ້​ເບົ້າ​ແບບ​ພັດທະນາ​ໃຫມ່, ຈະ​​ເຮັດຕາມ​ເບົ້າ​ແບບ​ພັດທະນາ​ຂອງ​ສະຫະພາບ​ໂຊ​ວຽດບໍ່​ໄດ້​ອີກ​ແລ້ວ.ບົນ​ພື້ນຖານ​ແນວ​ຄິດ​ດັ່ງກ່າວ, ທ່ານ​ຕົກລົງ​ວ່າ,​ໃນ​ດ້ານ​ນະ​ໂຍບາຍ​ຕໍ່ພາຍ​ໃນ,ຕ້ອງ​ປະຕິ​ຮູບ​ການ​ກະທຳ​​ແຕ່​ກ່ອນ;​ໃນ​ດ້ານ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ, ຕ້ອງ​ເປັນ​ເຈົ້າການ​ປະຕິບັດ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ.


ການ​ປະຕິ​ຮູບ​ນະ​ໂຍບາຍ​ພາຍ​ໃນ​ຂອງ​ທ່ານ​ເຕິ້ງ​ສຽວຜິ​ງຕົ້ນຕໍ​ມີ​ຢູ່ສອງ​ດ້ານດ່ັງ​ລຸ່ມ​ນີ້ ​ຄື ຫນຶ່ງ:ທ່ານ​ເຫັນ​ວ່າ, ຕ້ອງ​​ເຮັດ​ໃຫ້​ສະພາບ​ເປີດ​ຂະ​ບວນການ​ເມືອງ​ຢູ່​ຈີນ​ຢ່າງ​ບໍ່​ຂາດ​ສາຍ​ໃນ​ຫລາຍ​ສິບ​ປີຜ່ານມາ​ນັ້ນສິ້ນ​ສຸດ​ລົງ,​ເພາະ​ມັນ​ລົບ​ກວນ​ການ​ກໍ່ສ້າງ​ເສດຖະກິດ​ບໍ່​ເປັນ​ປົກກະຕິ.ຕ້ອງ​ຖື​ການ​ກໍ່ສ້າງ​ເສດຖະ ກິດ​ເປັນ​ໃຈ​ກາງ​ວຽກ​ງານ​ຂອງ​ພັກ​ກຳ​ອຳນາດ​ແລະ​ວຽກ​ງານ​ທົ່ວ​ທັງ​ຊາດ​ຢ່າງ​ສະ​ເຫມີ​ຕົ້ນສະ​ປາຍ;ສອງ,ທ່ານ​ເຫັນ​ວ່າ, ຕ້ອງ​ປ່ຽນ​ແປງ​ວິທີ​ຄຸ້ມ​ຄອງ​ວຽກ​ງານ​ເສດຖະກິດ​ຂອງ​ລັດ​ເປັນ​ກ້າວໆ, ດຳ​ເນີນການ​ປະຕິ​ຮູບ​ທ່ີ​ກ່ຽວຂ້ອງກັນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເສດຖະກິດ​ຕະຫລາດ.


​ໃນ​ດ້ານ​ການພົວພັນ​ກັບ​ຕ່າງປະ​ເທດ, ທ່ານ​ເຕິ້ງ​ສຽວ​ຜິ​ງສະ​ເຫ​ນີອອກ​ມາ​ວ່າ,ຕ້ອງ​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃນ​ລວງ​ກວ້າງ​ແລະ​ລວງ​ເລິກ​ດ້ວຍ​ທ່າ​ທີ​ຕັ້ງຫນ້າ​ແລະ​ເປັນ​ເຈົ້າການ;ຕ້ອງມີ​ເນື້ອ​ໃນ​ກ່ຽວ​ກັບ​ເສດ ຖະກິດ​ໃນ​​ເວລາ​ໄປມາຫາ​ສູ່​ກັບພາຍ​ນອກ;ຕ້ອງ​ຖອດ​ຖອນ​ບົດຮຽນທັງ​ຫມົດ​ທ່ີ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ບົດຮຽນ​ກ້າວຫນ້າ​ຂອງ​ປະ​ເທດ​ທຶນ​ນິຍົມ​ທ່ີ​ຈະ​ເລີ​ນ​ໃນ​ດ້ານ​ຄຸ້ມຄອງ​ເສດຖະກິດ,ພ້ອມ​ກັນນັ້ນກໍ່ຕັ້ງຫນ້າ​ນຳ​​ເຂົ້າ​ເທັກ​ນິກ​ກ້າວຫນ້າ​ແລະ​ທຶນ​ຮອນ​ຂອງ​ເຂົາ​ເຈົ້າ.


​ແຕ່​ທ້າຍ​ປີ 1978 ມາຮອດ​ປະຈຸ​ບັນ​ນີ້້ ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາ​ຍນອກ​ຂອງ​ຈີນ​ໄດ້​ດຳ​ເນີນ​ມາ 26 ປີ​ແລ້ວ, ການ​ປະຕິ​ຮູບ​ອັນ​ເລິກ​ເຊິ່ງບັ້ນນີ້​ໄດ້​ຊຸກ​ຍູ້​ເສດຖະກິດ​​ແລະ​ດ້ານ​ຕ່າງໆ​ຂອງ​ຈີນ​ພັດທະນາ​ຢ່າງ​ຫລວງຫລາຍ.​ໃນ 26 ປີ​ມາ​ນີ້ ​ເສດຖະກິດ​ຈີນ​​ໄດ້​ມີ​ການເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຕະຫລອດມາ, ​ອັດຕາ​ເຕີບ​ໂຕ​ສະ​ເລ່ຍ​ເປັນ​ທີ​ຫນຶ່ງຂອງ​ໂລກ.ຈີນ​ໄດ້​ອຳ​ລາປະຫວັດ​ຂາດ​ເຂີນ​ສິນຄ້າ​ໃນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມາຫລາຍ​ປີນັ້ນ​ແລ້ວ​ເຂົ້າສູ່​ໄລຍະ​ທ່ີ​ມີ​ວັດຖຸ​ອຸດົມສົມບູນ​ໂດຍ​ທຽບ​ຖານ.


​ ​ໂດຍ​ອີງ​ຕາມ​ໂຄງ​ຄວາມ​ຄິດ​ປະ​ເທດ​ຫນຶ່ງ​ສອງ​ລະບອບ​ທ່ີ​ສະ​ເຫ​ນີ​ໂດຍ​ທ່ານ​ເຕິ້ງ​ສຽວ​ຜິ​ງ ຮົງ​ກົງ​ແລະ​ມາ​ກາວ​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຕາມໆ​ກັນໃນປີ 1997 ​ແລະ​ປີ 1999,​ແລະ​ໄດ້​ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ.​ໃນ​ຂະນະ​ດຽວ​ກັນ​ນີ້ ກຳລັງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ຈີນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ,ທົ່ວ​ທັງສັງຄົມ​ຈີນ​ມີ​ສະຖຽນ​ລະ​ພາບ.
​ເບົ້າ​ແບບ​ພັດທະນາ​ທ່ີ​ຈີນ​ນຳ​ໃຊ້​ໃນ 20 ປີ​ມາ​ນີ້​ມີ​ຈຸດ​ພິ​ເສດ​ຫລາຍ​ຂໍ້​ມີດັ່ງ​ລຸ່ມ​ນີ້ ຫນຶ່ງ,​ໃນບັນຫາ​ກົກ​ຮາກ​ທ່ີ​ສຸດ​ທ່ີ​ຕົກລົງຊີ້​ຂາດ​ສັງຄົມ​ຄື ຮູບ​ການ​ລະບອບ​ກຳມະ​ສິດ​ນັ້ນ, ​ໄດ້​ຍຶດຫມັ້ນຖື​ເສດຖະກິດ​ລະບອບ​ກຳ​ມະ​ສິດ​ສ່ວນ​ລວມ​ເປັນ​ອັດຕະພາບ​ໃນ​ເສດຖະກິດ​ແຫ່ງ​ຊາດ, ​ແລະ​ສ່ົງ​ເສີມ​ພັດທະນາ​ເສດຖະກິດ​ລະບອບ​ກຳມະ​ສິດ​​ພາກສ່ວນ​ອື່ນໆ, ​ເຮັດ​ໃຫ້​ພວກ​ມັນ​ກາຍ​ເປັນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ໃນ​ເສດຖະກິດ​ແຫ່ງ​ຊາດ;ສອງ,ສັງຄົມ​ນິຍົມ​ກັບ​ເສດຖະກິດ​ຕະຫລາດ​ໄດ້​ຕິດພັນ​ກັນ​ຢ່າງ​ບັງ​ເກີດ​ຜົນ, ປະ​ຕິ​ບັດ​ຮູບ​ການ​ຫມູນ​ເດີນ​ຂອງເສດຖະກິດ​ທ່ີ​ສັບ​ຊ້ອນດ້ວຍ​ຕະຫລາດ​​ເປັນຕົ້ນຕໍ​ທັງ​ມີ​ການ​ດັດສົມ​ໂດຍ​ລັດຖະບານ​ເປັນ​ສຳຮອງ.


ປີ 2003 ຜູ່​ນຳ​ຈີນ​ໄດ້​ສຳ​ເລັດ​ການ​ປ່ຽນ​ຮຸ້ນ​ຢ່າງ​ສະດວກ.ຜູ່​ນຳ​ຈີນ​ຮຸ່ນ​ໃຫມ່​ທ່ີ​ມີ​ທ່ານ​ຫູ​ຈີນ​ທາວ​ເປັນ​ຫົວຫນ້າ​ໄດ້​ເພີ່ມ​ທະວີ​ການ​ເສີມ​ສ້າງ​ຄວາມ​ສາ ມາດ​ກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດ​ຈີນ, ກ່າວ​ເນັ້ນວ່າ​ຕ້ອງ​ຖື​ຄົນ​ເປັນ​ຫລັກ,​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ມວນ​ຊົນ, ​ເຮັດ​ໃຫ້​ມວນ​ຊົນ​ມີ​ສິດ​ແລະຮັບ​ຜົນ​ປະ​ໂຫຍ​ດຍິ່ງ​ຫລາຍ.


55ປີ, ​ເວົ້າສຳລັບ​ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ປະຊາ​ຊາດ​ຈີນ 55 ປີ​ເປັນ​ໄລຍະ​ອັນ​ສັ້ນ​​ສັ້ນ,​ ແຕ່​ເວົ້າສຳລັບ​ປະ​ເທດ​ຈີນ​ໃຫມ່​ແລ້ວ​ພັດ​ແມ່ນ​ວິວັດ ທະນາ​ການ​ບໍ່​ທຳ​ມະ​ດາ.ຊູ່​ມື້​ນີ້ ​​ໃນ​ເວລາຫວນ​ຄືນ​ປະຫວັດສາດ, ປະຊາຊົນ​ຈີນ​ຍິ່ງ​ມີ​ຄວາ​ມຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ.
 


1  2