ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-29 15:15:53    
ຄວາມ​ເປັນ​ມາ​ຂອງ​ບຸນ​ໄຫວ້​ພະ​ຈັນ​ຂອງ​ຈີນ​(ພາບ)(ສຽງ)

cri Author: zs
   

ມື້​ນີ້​ແມ່ນ​ບຸນ​​ໄຫວ້​ພະຈັນ​ຂອງ​ຈີນ.ຕາມ​ປະຕິທິນ​ຈັນທະຄະຕິ​ຂອງ​ຈີນ​ແມ່ນ​ກົງ​ກັບ​ມື້​ເພັງ15​ຄຳ່​ເດືອນ8,​ເດືອນ8​ຈັນທະຄະຕິ​ພໍດີ​ແມ່ນ​ເຄິ່ງກາງຂອງ​ລະດູ​ໃບ​ໄມ້​ລົ່ນ,​ມື້​ເພັງ15​ຄຳ່​ກໍ​ຄ້ອມ​ພໍດີ​ແມ່ນ​ກາງ​ເດືອນ8​ອີກ,ສະນັ້ນ,ຄົນ​ຈີນ​ຈຶ່ງ​ເອີ້ນ​ບຸນ​ໄຫວ້​ພະຈັນ​ເປັນ​ບຸນ "ຈົ່ງ​ຊິ່ວ​ເຈ" ໝາຍ​ຄວາມ​ວ່າ​ບຸນ​ກາງ​ລະດູ​ໃບ​ໄມ້​ລົ່ນ.

​ໃນ​ມື້ບຸນ​ໄຫວ້​ພະຈັນ,ປະຊາຊົນ​ຈີນ​ມີ​ຮີດຄອງ​ກິນ​ເຂົ້າໜົມ​ເປ້ຍ​ໄຫວ້​ພະຈັນ.ຕາມ​ເລົ່າ​ລື​ກັນ​ວ່າ,​ເມື່ອ300​ກວ່າ​ປີກ​່ອນ,​ເຈົ້າຈັກກະພັດ​ສຽນ​ຫຼົງ​ແຫ່ງ​ລາດ​ຊະ​ວົງ​ເຊັ່ງ​ໄປ​ກວດ​ລາດຊະ​ການ​ຢູ່​ພາກ​ໃຕ້,​ໃນ​ເວລາ​ເພ່ິນ​ສະ​ເດັດ​ໄປ​ເຖິງ​ເມືອງ​ຮາງ​ໂຈ່​ວນັ້ນພໍດີ​ແມ່ນ​ມື້​ບຸ​ນ​ໄຫວ້​ພະ​ຈັນ,ປັນຍາ​ຊົນ​ໝູ່​ໜ່ຶງ​ຖະຫວາຍ​ເຂົ້າໜົມ​ເປ້ຍ​ໃຫ້​ພະ​ອົງ​ສະ​ເຫວີຍ,ພະ​ອົງ​ຊົມ​ພະຈັນ​ໄປ​ນຳ, ສະ​ເຫວີຍ​ເຂົ້າ​ໜົມ​ໄປ​ນຳ,​ແລ້ວ​ຊົມ​ເຊີຍ​ວ່າ, "ພະຈັນ​ງາມ ​ເຂົ້າໜົມກໍ​ແຊບ!" ​ແຕ່​ນັ້ນມາ,​ເຂົ້າ ໜົມ​ເປ້ຍ​ກໍ​ເລີຍ​ກາຍ​ເປັນ​ເຂົ້າໜົມ​ໄຫວ້​ພະຈັນ.ທີ່​ຈິ່ງ​ແລ້ວ,ຮີດຄອງ​ກິນ​ເຂົ້າໜົມ​ໄຫວ້​ພະຈັນ​ນັ້ນ​ເມື່ອ1000​ປີ​ກ່ອນ​ສະ​ໄໝ​ລາດ​ຊະ​ວົງ​ຊົ້ງກໍ​ມີ​ແລ້ວ.

​ເຂົ້າໜົມ​ໄຫວ້​ພະຈັນ​ທີ່​ຄົນ​ຈີນ​ເຮັດ​ນັ້ນມີຫຼາຍຢ່າງ​ຫຼາຍ​ແນວ​,​ໃນ​ເວລາ​ເຮັດ​​ເຂົ້າໜົມ,ຊ່າງ​ເຮັດ​ເຂົ້າ​ໜົມ​ມັກ​ປັ້ນ​ແຕ່ງ​ຮູບ​ໂສມ​ສິ​ລະ​ປະ​ນາງ​ຟ້າ​ຊາງ​ເອີ​ເຫາະ​ເຫີນ​ຂຶ້ນສູ່​ດວງ​ພະຈັນ​ໃນ​ເທບ​ນິຍາຍ​ອັນ​ໜ້າ​ສະອອນ.ຕາມ​ເລ່ົາ​ລື​ກັນ​ວ່າ,​ໃນສະ​ໄໝ​ດຶກ​ດຳ​ບັນ,ຢູ່​ເທິງ​ຟ້າ​ມີ​ຕາ​ເວັນ​10​ດວງ,ຮ້ອນ​ແຜດ​ເຜົາ,ຈົນ​ນ້ຳທະ​ເລ​ເຫີ​ຍ​ເຫືອດ​ແຫ້ງ​ໄປ​ໝົດ,ປະຊາຊົນ​ໄຮ້​ທາງ​ທຳ​ມາ​ຫາ​ກິນ.​ໃນ​ຄາວ​ນັ້ນ,ມີ​ວິລະ​ຊົນ​ຜູ່​ໜ່ຶງ​ຊື່ວ່າ​ໂຮ້ອີ້,ມີ​ກຳລັງ​ແຂງ​ແຮງ​ຢ່າງ​ບໍ່​ມີ​ໃຜ​ປຽບປານ,ທ້າວ​​ໂຮ້ອີ້ໄດ້​ໃຊ້ທະນູ​ຍິງ​ຕາ​ເວັນ9​ດວງ​ໃຫ້​ຕົກລົງ​ມາ,ຈົ່ງ​ໄວ້​ດວງ​ໜຶ່ງ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາ​ຊົນ.​ແຕ່​ນັ້ນມາ,ຊື່​ຂອງ​ໂຮ້ອີ​ຊ່າ​ລື​ທົ່ວ​ໃຕ້​ຟ້າ​​ເມືອງ​ຄົນ,ຜູ່​ໃດ​ກໍ​ເຄົາລົບ​ນັບຖື​ເຂົາ.ພາຍ​ລຸນມາ,ທ້າວ​ໂຮ້ອີ້​ໄດ້​ເອົາ​ເມຍ​ຜູ່​ອ່ອນ​ໂຍນ​ສວຍ​ງາມ​ຊື່ວ່າ​ຊາງ​ເອີ.ມີ​ມື້ໜຶ່ງ,​ເທວະ​ດາ​ອົງ​ໜ່ຶງ​ເອົາ​ຢາ​ອາຍຸ​ຍືນ​ຫໍ່​ໜ່ຶງ​ໃຫ້​ທ້າວ​ໂຮ້ອີ້​ແລະ​ບອກ​ວ່າ,ຖ້າ​ກິນ​ແລ້ວ,ກໍ​ຈະ​ເຫາະ​ຂຶ້ນ​ເທິງ​ຟ້າ​ກາຍ​ເປັນ​ເທວະ​ດາ.ບໍ່​ນຶກ​ບໍ່​ຝັນ​ວ່າ,​ໃນ​ມື້​ເພັງ15​ຄຳ່​ເດືອນ8,ນາງ​ຊາງ​ເອີ​ທີ່​ປະຫຼາດ​ໃຈ​ໄດ້​ລັກ​ກິນ​ຢາ​ອາຍຸ​ຍືນ​ຫໍ່​ນັ້ນ,​ເລີຍ​ເຫາະ​ຂຶ້ນ​ເທິງ​ຟ້າ​ໄປ​ເປັນ​​ເທ​ວະ​ນາ​ລີ​ຢູ່​ໃນ​ວັງ​ພະຈັນ.​ແຕ່​ວ່າ​ຢ່​ໃນ​ວັງ​ພະຈັນ​ງຽບ​ເຫງົາ​ເຍືອກ​ເຢັນ,ມີ​ແຕ່​ຕົ້ນດອກ​ແຄ​ຕົ້ນ​ດຽວ​ແລະ​ກະຕ່າຍ​ໂຕ​ດຽວ​ເປັນ​ເພື່ອນ​ນາງ.

1  2  3