ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-08 17:13:33    
​ໄພ​ຮ້າຍ​ທີ່​ເນື່ອງ​ຈາກ​ອາ​ກາດ​ໃນ​ທ່ົວ​ໂລກ​ອຸ່ນ​ຂຶ້ນ

cri Author: sayvanny
ແຕ່​ບູ​ຮານ​ນະ​ການ​ມາ​ນີ້,ດິນ​ຟ້າ​ອາ​ກາດ​ແມ່ນ​ມີ​ການ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນ​ກັບ​ການ​ຜະລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ມະ​ນຸດ.ສ່ວນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ເລື້ອງ​ທີ່​ຄົນ​ເຮົາ​ໂຈ​ຕະນາ​ກັນ​ຫຼາຍ​ໃນ​ຫຼາຍ​ປີ​ມາ​ນີ້.

ດິນ​ຟ້າ​ອາກາດ​ຕາມ​ແຫ່ງ​ຕ່າງໆ​ໃນ​ໂລກ​ແມ່ນ​ຜິດ​ແຜກ​ແຕກ​ຕ່າງ​ກັນ​ຫຼາຍ​ແລະ​ມີ ການ​ຜັນ​ປ່ຽນ​ເລື້ອຍໆ.ດິນ​ຟ້າ​ອາກາດ​ຄື​ອຸນຫະພູມ ປະລິມານ​ຝົນຕົກ​ໃນ​ປີ​ປົກກະຕິ ຢູ່​ຕາມ​​ແຫ່ງ​ຕ່າງໆ​ແມ່ນ​ມີ​ການ​ປ່ຽນ​ແປງ​ຂຶ້ນໆ​ລົງໆ​ຈາກ​ຕົວ​ເລກ​ສະ​ເລ່ຍ​ໃນ​ຫຼາຍ​ປີ ຖ້າ​ປະກົດ​ມີ​ສະພາບ​ເກີນ​ຈາກ​ຕົວ​ເລກ​ສະ​ເລ່ຍຫຼາຍ,ກໍ່​ມັກ​ເກີດ​ມີ​ໄພ​ຮ້າຍ​ທາງ​ອາ ກາດ,ຄື​ໄພ​ນ້ຳ​ຖ້ວມ,ຫຼື​ໄພ​ແຫ້ງ​ແລ້ງ​ເປັນ​ຕົ້ນ,​ແລະ​ຈະ​ນຳ​ເອົາ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ສົມຄວນ​ມາ​ສູ່​ການ​ສ້າງສາ​ເສດຖະກິດ​ແລະ​ຊີວິດ​ພ້ອມ​ທັງ​ຊັບ​ສົມບັດ​ຂອງ​ປະຊາຊົນ.

​ເມື່ອ​ສັງ​ເກດ​ຈາກ​ສັດຕະວັດ​ທີ 20 ​ແລ້ວ​ເຫັນ​ວ່າ:ດິນ​ຟ້າ​ອາກາດ​ຂອງ​ຫນ່ວຍ​ໂລກ​ແມ່ນ​ເຢັນ​ກັບ​ຮ້ອນ​ສັບ​ປ່ຽນ​ກັນ,ທ່ວງທ່າ​ລວມ​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ປະ​ເທດ​ຈີນ​ໃນ​ສັດຕະວັດ​ທີ 20 ຄື:ກ່ອນ​ກາງ​ຊຸມ​ປີ 80 ຮອດ​ຊຸມ​ປີ 90 ພັດ​ອຸ່ນ​ຄືນ​ມາ​ອີກ,ຫວ່າງ​ບໍ່​ດົນ​ນີ້,ອົງການ​ອຸຕຸນິຍົມ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ປະກາດ​ວ່າ,10 ປີ​ທີ່​ອຸ່ນ​ແດ່​ໃນ​ສັດ​ຕະວັດ​ທີ 20 ລ້ວນ​ແຕ່​ຢູ່​ຫລັງ​ປີ 1983 ,​ໃນ​ນັ້ນ, ມີ 7 ປີ​ແມ່ນ​ໃນ​ຊຸມ​ປີ 90 ,ປີ 1998 ​ແມ່ນ​ປີ​ທີ່​ອຸ່​ນກວ່າ​ຫມູ່​ໃນ​ສັດຕະວັດ​ທີ 20,ຜົນ​ຂອງ​ການ​ໄຈ້​ແຍກ​ຂອງ​ສູນ​ອາກາດ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ປີ 1987 ມາ​ນີ້,ພາກ​ເຫນືອ​ຂອຈີນ​ໄດ້​ປະກົດ​ມີ​ຍາມຫນາວ​ອຸ່ນ​ແປວ​່າບໍ່​ຫນາວ​ປານ​ໃດ​ຕິດໆ​ກັນ 13 ປີ,ອູ​ນຫະພູມ​ສະ​ເລ່ຍ​ໃນ​ຍາມຫນາວ​ສູງ​ກວ່າ​ປີ​ທຳ​ມະ​ດາ​ແຕ່ 1 ຫາ 2 ອົງສາ,​ໃນ​ປີ​ຈຳນວນ​ຫນ່ຶງ​ຂອງ​ເຂດ​ສ່ວນ​ຫນ່ືງ​ໄດ້​ສູງ​ຂຶ້ນ​ກວ່າ 3 ອົງສາ,ທ່ວງທ່າ​ອາກາດ​ອຸ່ນ​ຂຶ້ນ​ດ່ັງກ່າວ​ນີ້​ແມ່ນ​ເປັນ​ເອກະສັນ​ກັນ​ກັບ​ທ່ວງທ່າ​ອາກາດ​ໃນ​ທົ່ວ​ໂລກ​ທີ່​ອຸ່ນ​ຂຶ້ນ,ສົມ​ພໍ​ເມື່ອ​ອູ​ນຫະພູມ​ສະ​ເລ່ຍຢູ່​ຈີນ​ໃນ​ຍາມຫນາວ​ປີ 1999 ຟື້ນ​ຟູ​ເປັນ​ປົກກະຕິ​ຄືນ​ແລ້ວ,ຄົນ​ທັງຫຼາຍ​ພັດ​ຮູ້ສຶກ​ຫນາວ​ພິລຶກ.

1  2  3