|
![](/images/spacer.gif) |
(GMT+08:00)
2004-11-26 16:34:48
|
![](/images/shim.gif) |
ຈີນແມ່ນໝູ່ຄູ່ຮ່ວມມືທາງເສດຖະກິດການຄ້າສຳຄັນຂອງລາວ
cri
Author: huachunmei
ຕາມໄດ້ຊາບ, ໃນປີ 2003 ຫາປີ 2004, ຈີນເປັນປະເທດທີໜຶ່ງທີ່ລົງທຶນຫຼາຍຢູ່ລາວ. ຫວ່າງມໍ່ໆນີ້, ທ່ານບຸນລຽນ ເຜົ່າຄຳແກ້ວ ທີ່ປຶກສາເສດຖະກິດແລະການຄ້າສະຖານທູດລາວປະຈຳຈີນເວົ້າວ່າ, ລາວຈີນເປັນປະເທດບ້ານໃກ້ເຮືອນຄຽງ, ມີພູຜາແມ່ນ້ຳຕິດຕໍ່ກັນ, ທັງສອງປະເທດມີອຸດົມການແລະເປົ້າໝາຍສູ້ຊົນຄືກັນ, ປະຊາຊົນສອງຊາດມີມູນເຊື້ອມີໄມຕິຈິດຕໍ່ກັນໃນເວລາດົນນານ. ມາຮອດປະຈຸບັນນີ້, ການພົວພັນຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວຈີນໄດ້ແຕກດອກອອກຜົນ, ໄດ້ນຳເອົາປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ທ່ານບຸນລຽນເຫັນວ່າ, ເງື່ອນໄຂທຳມະຊາດພິເສດຂອງລາວໄດ້ສະໜອງເງື່ອນໄຂດີທີ່ສຸດໃຫ້ແກ່ການຮ່ວມມືລະຫວ່າງລາວກັບບັນດາປະເທດໃນພາກພື້ນແຫ່ງນີ້.
ທ່ານເວົ້າວ່າ, ສ.ປ.ປ.ລາວຕັ້ງຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້, ມີຊາຍແດນຕິດຈອດກັບ 5 ປະເທດ, ຄື, ທິດເໜືອຕິດກັບສ.ປ.ຈີນ, ທິດຕາເວັນຕົກສ່ຽງເໜືອຕິດກັບສະຫະພາບມຽນມາ, ທິດຕາເວັນຕົກຕິດກັບລາຊະອານາຈັກໄທ, ທິດຕາເວັນອອກຕິດກັບສ.ສ.ຫວຽດນາມແລະທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ.
ໂດຍອີງໃສ່ສະພາບພູມີສາດເຊັ່ນນີ້, ຈື່ງໄດ້ວ່າສ.ປ.ປ.ລາວປຽບເໜືອນຕີດແດນໃຈກາງທີ່ເຊື່ອມຕໍ່ລະຫວ່າງບັນດາປະເທດເຫຼົ່ານີ້, ຊື່ງເປັນເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມການຮ່ວມມືລະດັບອານຸພາກພື້ນໃນຂົງເຂດອ່າງແມ່ນ້ຳຂອງທີ່ກວ້າງໃຫຍ່.
1 2
|
|
|