ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 16:34:48    
ຈີນ​ແມ່ນ​ໝູ່​ຄູ່​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ສຳ​ຄັນ​ຂອງ​ລາວ

cri Author: huachunmei

ທ່ານ​ບຸນ​ລຽນ​ສະ​ເໜີ​ໃຫ້​ຮູ້ວ່າ, ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ, ​ການ​ພົວ​ພັນ​ດ້ານ​​ເສດ​ຖະ​ກິດ​ການ​ຄ້າ​ລາວ​ຈີນ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ທ່ານ​ເວົ້າ​ວ່າ, ​ການ​ພົວ​ພັນ​ການ​ຄ້າ​ລາວ​ຈີນ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ,​ ມູນ​ຄ່າ​ການ​ຊື້-ຂາຍ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ເປັນ​ລຳ​ດັບ. ​ໃນ​ປີ 2003 ຍອດ​ມູນ​ຄ່າ​ຊື້-ຂາຍ​ບັນ​ລຸ​ໄດ້ 109,437,000 ​ໂດ​ລາ​ສະ​ຫະ​ລັດ, ​ທຽບ​ໃສ່​ປີ 2002 ​ເພີ່ມ​ຂຶ້ນ 71,1%. ​ໃນ​ນັ້ນ, ​ສິນ​ຄ້າ​ລາວ​ສົ່ງ​ເຂົ້າ​ຈີນ​ມີ​ຈຳ​ນວນ 11,202,000 ​ໂດ​ລາ, ​ເພີ່ມ​ຂຶ້ນ 16,1% ​ແລະ​ສິນ​ຄ້າ​ຈີນ​ສົ່ງ​ເຂົ້າ​ລາວ​ມີ​ຈຳນວນ 98,235,000 ​ໂດ​ລາ, ​ເພີ່ມ​ຂຶ້ນ 80,9%.

ສຳ​ລັບ​ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ຂອງ​ສ.ປ.ຈີນ​ຢູ່​ສ.ປ.ປ.ລາວ​ແຕ່​ປີ 2000 ຮອດ​ເດືອນ​ເມ​ສາ​ປີ 2004 ມີ​ຈຳນວນ 49 ​ໂຄງການ, ລວມມູນ​ຄ່າ 199,58 ລ້ານ​​ໂດ​ລາ​ສະຫະ​ລັດ. ​ໃນ​ນັ້ນ, ບໍລິສັດ​ຈີນ​ລົງທຶນ​ຝ່າ​ຍດຽວ​ມີ 35 ​ໂຄງການ, ມູນ​ຄ່າ 159,48 ລ້ານ​ໂດ​ລາ​ແລະ​ຮ່ວມ​ລົງທຶນ​ກັບ​ຝ່າຍ​ລາວ​ມີ 14 ​ໂຄງການ, ມູນ​ຄ່າ 40,11 ລ້ານ​ໂດ​ລາ. ສະ​ເພາະ​ສົກ​ປີ 2003 – 2004 ຈີນ​ເປັນ​ປະ​ເທດ​ອັນ​ດັບ​ໜຶ່ງ​ໃນ​ການ​ລົງທຶນ​ຢູ່​ສ.ປ.ປ.ລາວ.

ທ່ານ​ບຸນ​ລຽນ​ເຫັນ​ວ່າ, ປີ 2002, ຈີນ​ໄດ້​ຕົກລົງ​ໃຫ້​ລາວ​ປະຕິບັດ​ນະ​ໂຫຍ​ພິ​ເສດ​ທີ່​ສົ່ງ​ສິນຄ້າ​ກະ​ສີ​ກຳ 202 ຊະນິດ​ເຂົ້າຈີນ. ທັງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ລາວ​ໄດ້​ກ້າວ​ຂຶ້ນ​ສູ່​ໃນ​ໄລຍະ​ໃໝ່. ​ແຕ່​ໃນ​ຂະນະ​ດຽວ​ກັນນ​ນີ້, ທ່ານ​ບຸນ​ລຽນກໍ່​ຊີ້​ອອກ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ລາວ​ຈີນ​ໃນ​ສະ​ເພາະ​ໜ້ານ​ນີ້​ສ່ວນຫຼາຍ​ແມ່ນ​ການ​ຄ້າ​ຊາຍ​ແດນ, ໝາກຜົນ​ການ​ຮ່ວມ​ມືດ້ານ​ເສ​ດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ຕ້ອງ​ນັບ​ມື້​ເສີມ​ເນື້ອ​ໃນ​ໃຫ້​ອຸດົມສົມບູນ​ຂຶ້ນ​ຕື່ມ.
1  2