ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 09:36:31    
ສະ​ຫະ​ພັນ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ ຄື ກຸ່ມ​ອາ​ຊຽນ

cri Author: sayvanny
ສະຫະພັນປະເທດອາຊຽນ ຄື, ກຸ່ມ​ອາ​ຊຽນໃນປະຈຸບັນ​ແມ່ນ​ສະຫະພັນ​ອາຊີ​ອາຄະ​ເນ​ໃນເມື່ອກ່ອນທີ່​ມາ​ເລຢູ ຟິ ລິບ​ປິນ​ແລະ​ໄທ​ສ້າງຕັ້ງຂຶ້ນ​ຢູ່​ບາງ​ກອກ​ໃນ​ວັນ​ທີ 31 ກໍລະກົດ​ປີ 1961.​ເດືອນ​ສິງ​ຫາ​ປີ 1967 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສີ່​ປະ​ເທດ​ຄື ອິນ​ໂດ​ເນ​ເຊຍ ​ໄທ ສິງກະ​ໂປ ​ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຈັດ​ກອງ​ປະ​ຊຸມ​ຢູ່​ບາງ​ກອກ, ​ອອກ​ຄຳ​ຖະ​ແຫລງ​ການ​ບາງ​ກອກ,​ແລະ​ປະ​ກາດ​ສ້າງ​ຕັ້ງ​ສະ​ຫະ​ພັນ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ຢ່າງ​ເປັນ​ທາງ​ການ.​ທ້າຍ​ເດືອນ​ດຽວ​ກັນ, ​ສາມ​ປະ​ເທດ​ມາ​ເລ​ເຊຍ ​ໄທ ​ແລະ​ຟິ​ລິບ​ປິນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຢູ່​ກົວ​ລະ​ລຳ​ເບີ ນະ​ຄອນ​ຫລວງ​ມາ​ເລ​ເຊຍ.​ຕົກ​ລົງ​ເອົາ​ສະ​ຫະ​ພັນ​ປະ​ເທດ​ອາ​ຊີ​ອາ ຄະ​ເນ​ເຂົ້າ​ແທນ​ສະ​ຫະ​ພັນ​ອາ​ຊີ​ອາ​ຄະ​ເນ, ​ຄື ກຸ່ມ​ອາ​ຊຽນ.​ພາຍ​ຫລັງ​ບຼູ​ໄນ​ເປັນ​ເອ​ກະ​ລາດ​ໃນ​ປີ 1984​ ກໍ່​ເຂົ້າ​ຮ່ວມ​ກຸ່ມ​ອາ​ຊຽນ. ຈາກ​ນັ້ນມາ, ​ຫວຽດ​ນາມ ມຽນ​ມາ ລາວ​ແລະ​ກຳ​ປູ​ເຈຍ​ຕ່າງ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ອາ​ຊຽນ​ໃນ​ຊຸມ​ປີ 90 ສະ​ຕະ​ວັດ​ແລ້ວ​ນີ້ກ ປະຈຸ​ບັນ ກຸ່ມ​ອາ​ຊຽນ​ມີ 10 ປະ​ເທດ​ສະ​ມາ​ຊິກ. ​ເລ​ຂາ​ທິ​ການ​ກຸ່ມ​ອາ​ຊຽນ​ຜູ່​ປະ​ຈຸ​ບັນ​ແມ່ນ​ທ່ານ​ອົງ​ເຄັງ​ຢົງ ຊາວ​ສິງ​ກະ​ໂປ, ​ກອງ​ເລ​ຂາ​ກຸ່ມ​ອາ​ຊຽນ​ຕັ້ງ​ຢູ່​ຢາ​ກາກ​ຕາ ນະ​ຄອນ​ຫລວງ​ອິນ​ໂດ​ເນ​ເຊຍ.

ນອກ​ນີ້ ບາ​ປົວ​ນິວ​ກີ​ເນ​ແມ່ນ​ປະ​ເທດ​ສັງ​ເກດ​ການ​ຂອງ​ກຸ່ມ​ອາ​ຊຽນ, ​ອົສ​ຕຼາ​ລີ ກາ​ນາ​ດາ ຈີນ ສະ​ຫະ​ພາບ​ເອີ​ລົບ ອິນ​​ເດຍ ຍີ່​ປຸ່ນ ນູ​ແວນ​ເຊ​ລັງ ລັດ​ເຊຍ ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ​ແລະ​ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ຄູ່​ສົນ​ທະ​ນາ​ຂອງ​ອາ​ຊຽນ.

ຕັ້ງ​ແຕ່​ກຸ່ມ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1967 ​ເປັນ​ຕົ້ນ​ມາ, ​ລວມ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ທາງ​ການ 9 ​ເທື່ອ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ 4 ​ເທື່ອ.​ປີ 2000, ​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ​ກຸ່ມ​ອາ​ຊຽນ​ຄັ້ງ​ທີ 4 ​ໄດ້​ຕົກ​ລົງ​ບໍ່​ຈຳ​ແນກ​ກອງ​ປະ​ຊຸມ​ທາງ​ການ​ແລະ​ບໍ່​ເປັນ​ທາງ​ການ,​ແລະ​ຕົກ​ລົງ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ປີ​ລະ​ເທື່ອ​ຫນຶ່ງ.​ປີ​ນີ້​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ທີ 10 ຢູ່​ວຽງ​ຈັນ ນະ​ຄອນ​ຫຼວງ ສ.ປ.ປ.ລາວ.

1  2