ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 09:36:31    
ສະ​ຫະ​ພັນ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ ຄື ກຸ່ມ​ອາ​ຊຽນ

cri Author: sayvanny

ວັດ​ຖຸ​ປະ​ສົງ​ຂອງ​ກຸ່ມ​ອາ​ຊຽນ​ແມ່ນ​ພ້ອມ​ກັນ​ພະ​ຍາ​ຍາມ​ຊຸກ​ຍູ້​ເສດ​ຖະ​ກິດ​​ເຕີບ​ໂຕ ສັງ ຄົມ​ກ້າວ ຫນ້າ​ແລະ​ວັດ ທະ​ນະ​ທຳ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ດ້ວຍ​ນ້ຳ​ໃຈ​ສະ​ເຫມີ​ພາບ​ແລະ​ປະ​ສານ​ງານ; ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ. ​ໃນ 30 ກວ່າ​ປີ​ມາ​ນີ້ ອາ​ຊຽນ​ນັບ​ມື້​ນັບ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ຮ່ວມ​ມື​ທີ່​ການ​ເມືອງ ​ເສດຖະ ກິດ​ແລະ​ຄວາມ​ປອດ​ໄພ​ເປັນ​ເອ​ກະ​ພົບ​ດຽວ​ທັງ​ຖື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເປັນ​ພື້ນ​ຖານ​ຢູ່​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ,​ ແລະ​ໄດ້​ສ້າງ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ຂຶ້ນ.

​ໃນ​ຫລາຍ​ປີ​ມາ​ນີ້ ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ອາ​ຊຽນ​ໄດ້ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.​ປີ 2002 ​ໄດ້​ເລີ່ມ​ປະ​ຕິ​ບັດ​ການ​ສ້າງ​ສາ​​ເຂດ​ການ​ຄ້າ​ເສ​ລີ​ອາ​ຊຽນ.​ນອກ​ນີ້ ຍັງ​ໄດ້​ຕັ້ງ​ຫນ້າ​ດຳ​ເນີນ​ການ​ຕ່າງ​ປະ​ເທດ​ຫລາຍ​ທິດ.​ປີ 1994 ​ໄດ້​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ. ປີ 1997 ສ້າງ​ກົນ​ໄກ​ກອງ​ປະຊຸມ​ຜູ່​ນຳ​ອາ​ຊຽນກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ຄື 10+3 ​ແລະ​ກອງ​ປະ​ຊຸມ​ຜູ່​ນຳ​ອາ​ຊຽນ​ກັບ​ຈີນ ກອງ​ປະ​ຊຸມ​ຜູ່​ນຳ​ອາ​ຊຽນ​ກັບ​ຍີ່​ປຸ່ນ​ແລະ​ກອງ​ປະ​ຊຸມ​ຜູ່​ນຳ​ອາ​ຊຽນ​ກັບ​ສ.​ເກົາ​ຫລີ​ຄື 10+1.​ເລີ່​ມ​ແຕ່​ເດືອນ​ຕຸ​ລາ​ປີ 2003 ຈີນ ອິນ​ເດຍ​ແລະ​ຍີ່​ປຸ່ນ​ໄດ້​ເຂົ້າ​ຮ່ວມ​ສົນ​ທ​ິສັນ​ຍາ​​ໄມຕີ​ຈິດ​ແລະ​ຮ່ວມ​ມື​ອາ​ຊີ​ອາຄະ​ເນ​ທີ່​ໄດ້​ກຳ​ນົດ​ຫລັກ​ການ​ກະ​ທຳ​ລະ​ຫວ່າງ​ຊາດ​ແລະ​ກົນ​ໄກ​ແກ້​ໄຂ​ຄວາມ​ວິວາດ​ກັນ​ໂດຍ​ສັນ​ຕິ.​ລັດ​ເຊຍ​ແລະ​ສ.​ເກົາ​ຫລີ​ກໍ່​ມີ​ຫວັງ​ຈະ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ຊຽນ​ໃນ​ໄລ​ຍະ​​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 10 ປີ​ນີ້,​ແລະ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.
1  2