ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-07 16:45:53    
ວິ​ທະ​ຍາ​ສາດ​ກັບ​ອາ​ຍຸ​ຍືນ

cri Author: sayvanny
ການ​ມີ​ອາຍຸ​ຮ້ອຍ​ປີ,ບໍ່​ວ່າ​ໃນ​ເມື່ອ​ກ່ອນ​ຫຼື​ດຽວ​ນີ້​ກໍ​ຍັງ​ແມ່ນ​ຄວາມ​ປາຖະຫນາ​ອັນ​ດີງາມ​ຂອງ​ມະນຸດ​ເຮົາ​ທັງ​ຫມົດ,ສິ່ງ​ທີ່​ຕ່າງ​ກັນ​ນັ້ນ​ແມ່ນຢູ່​ບ່ອນ​ວ່າ,​ໃນ​ເມື່ອ​ກ່ອນ, ຢາກ​ມີ​ອາຍຸ​ຍືນ​ຮອດ​ຮ້ອຍ​ປີ​ແມ່ນ​ເກືອບ​ວ່າ​ບໍ່​ມີ​ຄວາມ​ຫວັງ​ຈັກດີ້,​ແຕ່​ດຽວ​ນີ້​ແມ່ນ​ງ່າຍ​ແດ່​ແລ້ວ,​ເມື່ອ​ສັງ​ເກດ​ເບິ່ງ​ປະຫວັດ​ອາຍຸ​ຂອງ​ມວນ​ມະນຸດ​ພວກ​ເຮົາ​ຈົ່ງ​ມາ​ຊອກ​ຮູ້​ວ່າ,ວິທະຍາສາດ,​ໂດຍ​ສະ​ເພາະ​ແມ່ນ​ແພດສາດ,ຈະ​ໃຫ້​ຄຳ​ຫມັ້ນ​ສັນຍາ​ອັນ​ໃດ​ແດ່​ແກ່​ພວກ​ເຮົາ.

​ໃນ​ຊູ່​ມື້​ນີ້,ການ​ຄົ້ນຄວ້າ​ກ່ຽວ​ກັບ​ແຊນ​ແມ່ນ​ຟົດ​ຟື້ນ,​ໂດຍ​ສະ​ເ​ພາະ​ແມ່ນ​ການ​ເຮັດ​ຮູບ​ແຊນ​ມະນຸດ​ສຳ​ເລັດ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຍິ່ງ​ມີ​ຄວາມ​ຫວັງ​ຫຼາຍ ກວ່າ​ເກົ່າຕໍ່​ການ​ຕໍ່​ອາຍຸ​ໃຫ້​ຍືນ​ກວ່າ​ເກົ່າ​ດ້ວຍ​ການ​ປ່ຽນ​ແປງ​ແຊນ,ສະ​ນັ້ນ,ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​​ເລີ່​ມດຳ​ເນີນ​ການ​ຄົ້ນ​ຄວ້າ​ລາຍ​ນີ້​ຈາກ​ສານ​ເສັ້ນ,​ເປັນ​ຫຍັງ​ຕ້ອງ​ເອົາ​ສານ​ເສັ້ນ​ເປັນ​ສິ່ງ​ຄົ້ນ​ຄວ້າ​ຕົ້ນຕໍ?​​ເພາະວ່າ​ອາຍຸ​ຂອງ​ມັນ​ສັ້ນ​ຫຼາຍ,ທຳ​ມະ​ດາ​ແລ້ວ​ມັນ​ຢູ່​ໄດ້​ແຕ່ 20 ມື້​ທໍ່​ນັ້ນ,ສະ​ນັ້ນ,​ໃຊ້​ວິທີ​ປ່ຽນ​ແປງ​ແຊນ​ຂອງ​ມັນ​ແລ້ວ​ເຮັດ​ໃຫ້​ມັນ​ອາຍຸ​ຍືນ​ນັ້ນ,ຈະ​ເຮັດ​ໃຫ້ການ​ຄົ້ນຄວ້າ​ໄດ້​ຮັບ​ຜົນ​ໄວ​ແດ່.

ຕາມ​ໄດ້​ຄົ້ນຄວ້າ​ເຫັນ​ວ່າ,ຖ້າ​ສັບ​ຊ້ອນ​ແຊນ​ໃດ​ຫນຶ່ງ​ໃນ​ຕະ​ກຸນ​ແຊນ​ທີ່​ເອີ້ນ​ວ່າ​ໂມງ​ຂອງ​ສານ​ເສັ້ນ,ກໍ​ຈະ​ສາມາດ​ເຮັດ​ໃຫ້​ສານ​ເສັ້ນ​ມີ​ອາຍຸ​ຍືນ​ອີກ 60%. ສະ​ນັ້ນ,ມີ​ຄົນ​ເຫັນ​ວ່າ,ຖ້າ​ພວກ​ເຮົາ​ສາມາດ​ຕໍ່​ອາຍຸ​ຂອງ​ສານ​ເສັ້ນ​ດ້ວຍ​ການ​ດັດ​ສ້າງ​ແຊນ​ຂອງ​ມັນ​ແລ້ວ,ກໍ​ສາມາດ​ໃຊ້​ວິທີ​ດຽວ​ກັນ​ເຮັດ​ໃຫ້​ມະນຸດ​ອາຍຸ​ຍືນ​ໄດ້​ຄືກັນ,​ແຕ່​ວ່າ​ຄົນ​ສ່ວນຫຼາຍ​ໄດ້​ສະ​ແດງ​ຄວາມ​ສົງ​ໃສ​ທີ່​ສຸດ​ຕໍ່​ຄວາມ​ເຫັນ​ດັ່ງກ່າວ,​ເພາະວ່າ​ສານ​ເສັ້ນ​ກັບ​ມະນຸດ​ແມ່ນ​ຕ່າງ​ກັນ​ຫຼາຍ​ທີ່​ສຸດ​ໃນ​ດ້ານ​ຈຸ​ດພິ​ເສດ​ຊີວະ​ສາດ​ແລະ​ໃນ​ດ້ານ​ກົນ​ໄກ​ສະລີ​ລະ​ສາດ,ຕົວຢ່າງ​ຄື​ສານ​ເສັ້ນ​ບໍ່​ມີ​ຈຸ​ລັງ​ໃດ​ແບ່ງ​ແຍກ​ໄດ້,ນອກ​ນີ້,ຄົນ​ເຮົາ​ເມື່ອ​ອາຍຸ​ແກ່​ແລ້ວ​ອາດ​ຈະ​ເປັນ​ໂລກ​ຜູ່​ເຖົ້າ​ຫຼາຍ​ຢ່າງ​ຫຼາຍ​ແນວ​ເຊັ່ນ:​ໂລກ​ເບົາ ຫວານ ​ໂລກ​ມະ​ເຣັງ​ແລະ​ໂລກ​ເຊີ້​ຊ້າ​ໄວ​ຊະລາ​ເປັນຕົ້ນ​,​ແຕ່​ສານ​ເສັ້ນ​ບໍ່​ເປັນ​ສານ​ເສັ້ນ​ກໍ​ບໍ່​ມີ​ໂລກ​ກະ​ດູກ,ອີກ​ດ້ານ​ຫນຶ່ງ,ພາຍ​ຫລັງ​ປ່ຽນ​ແປງ​ແຊນ​ຂອງ​ມັນ​ແລ້ວ,ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ມັນ​ກໍ​ມີ​ບັນຫາ​ອັນ​ຫນັກ​ຫນ່ວງ​ຄື:ການ​ເຕີບ​ໃຫຍ່ ຫັນ​ໃຈ ​ເຄື່ອນ​ເຫນັງ,ກິນ​ອາ​ຫານ​ຖ່າຍ​ແລະ​ດ້ານ​ອື່ນໆ​ຂອງ​ມັນ,ຍັງ​ຊ້າ​ກວ່າ​ສານ​ເສັ້ນ​ທຳ​ມະ​ດາ, ມັນ​ເກືອບ​ວ່າ​ນອນ​ຢູ່​ຕະ​ຫຼອດ, ຫນ້ອຍ​ທີ່​ສຸດ​ທີ່​ຈະ​ມີ​ຄວາມ​ສາມາດ​ອອກ​ແມ່​ແພ່​ລູກ,ຖ້າ​ຄົນ​ເຮົາ​ປ່ຽນ​ແປງ​ແຊນ​ໃດ​ຫນຶ່ງ, ​ແລ້ວ​​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ມີ​ອາຍຸ​ຮອດ 120 ປີ,ພັດ​ມີ​ຊີວິດ​ທີ່​ໄຮ້​ຄຸນ​ນະພາ​ບຄື​ກັບ​ສານ​ເສັ້ນ,ບໍ່​ມີ​ຄວາມ​ມ່ວນ​ຊື່ນ​ຫຍັງ​ໃນ​ຊີວິດ​ແລ້ວ,ພວກ​ເຮົາ​ຍັງ​ຕ້ອງການ​ອາຍຸ​ຍືນ​ແບບ​ນີ້​ບໍ່?

1  2  3  4