ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-13 09:34:42    
ການ​ນຳ​ໃຊ້​ພະລັງ​ລົມ

cri Author: sayvany

ຍັງ​ຈື່​ໄດ້​ວ່າ,​ໃນ​ຫຼັກສູດ​ຮຽນ​ຄວາມ​ຮູ້​ທຳ​ມະ​ຊາດ​ຊັ້ນ​ປະຖົມ,ກໍ​ໄດ້​ສອນ​ພວກ​ເຮົາ​ວ່າ,​ເມື່ອ​າກາດ​ຮ້ອນ​ລອຍ​ຂຶ້ນ,ອາກາດ​ເຢັນ​ກໍ​ເຂົ້າ​ແທນ​ທີ່,ການ​ເຄື່ອນ​ໄຫວ​ຂອງ​ອາກາດ​ພາ​ໃຫ້​ເກີດ​ເປັນ​ລົມ,​ແມ່ນ​ແລ້ວ,ການ​ຫມູນ​ເດີນ​ຂອງ​ອາກາດ​ພາ​ໃຫ້​ເກີດ​ເປັນ​ລົມ,ວັດຖຸ​ທີ່​ຫມູນ​ເດີນ​ມັນ​ກໍ​ມີ​ພະລັງ​ຫມູນ​ເດີນ,ການ​ບຸກ​ເບີກ​ນຳ​ໃຊ້​ພະລັງງານ​ຊະນິດ​ນີ້​ມາ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ແລະ​ການ​ຜະລິດ​ຂອງ​ມວນ​ມະນຸດ​ສາມາດ​ຜ່ອນຄາຍ​ວິ​ກິດ​ການ​ພະລັງງານ.ຫົວ​ຂໍ້​ທີ່​ພວກ​ເຮົາ​ຈະ​ລົມ​ນຳ​ທ່ານ​ໃນ​ມື້​ນີ້​ກໍ​ແມ່ນ​ການ​ນຳ​ໃຊ້​ພະລັງ​ລົມ.

​ເມື່ອ​ເວົ້າ​ເຖິງ​ພະລັງ​ລົມ,ທ່ານ​ອາດ​ຈະຄຶດ​ເຫັນ​ເຮືອ​ໃບ​ແລະ​ກົງພັດ​ດ້ວຍ​ແຮງ​ລົມ,​ແມ່ນ​ແລ້ວ,​ເມືອ​ຫຼານ​ພັນ​ປີ​ກ່ອນ,ບັນພະ​ບູລຸດຂອງ​ມະນຸດ​ພວກ​ເຮົາ​ກໍ​ໄດ້​ເລີ່ມ​ໃຊ້​ແຮງ​ລົມ​ຊຸກ​ຍູ້​ໃບ​ເຮືອ​ໃຫ້​ເຮືອ​ແລ່ນ​ໄວ,ຕາມ​ເວົ້າ​ວ່າ,ກົງພັດ​ດ້ວຍ​ແຮງ​ລົມ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ແມ່ນ​ທ່ານ​ອາ​ບູ ​ໂລ​ລາ​ຂ້າ​ທາດ​ຜູ່​ຫນ່ຶງ​ປະດິດ​ສ້າງ​ກ່ອນ ຄ.ສ 6 ສັດຕະວັດ.

ກົງພັດ​ດ້ວຍ​ແຮງ​ລົມຂອງ​ທ່ານ​ອາ​ບູ ​ໂລ​ລາ ​ແມ່ນ​ສ່ິງ​ກໍ່​ດ້ວຍ​ຫີນ​ແບບ​ຮູບທາດ​ທີ່​ສູງ​ໃຫຍ່,ມີ​ປ່ອງ​ລົມ​ໃຫຍ່​ສອງ​ປ່ອງ,​ໃນນັ້ນ​ມີ​ເພົາ​ທີ່​ສູງ​ໃຫຍ່,ມີ​ໃບ​ລານ​ດ້ວຍ​ສາຍ​ອໍ້,​ແຮງ​ລົມ​ເຂົ້າ​ທາງ​ປ່ອງ​ລົມ,ຊຸກ​ໃບ​ກົງພັດ​ປິ່ນ​ແລ້ວ​ລະບາຍ​ອອກ​ຈາກ​ປ່ອງ​ລົມ​ອີກ​ປ່ອງ​ຫນຶ່ງ,ກົງພັດ​ດ້ວຍ​ແຮງ​ລົມ​ຊະນິດ​ນີ້,​ເຫມາະ​ສຳລັບ​ບ່ອນ​ທີ່​ທິດ​ລົມ​ບໍ່​ປ່ຽນ​ຕະ​ຫຼອດ​ປີ.

1  2  3  4  5  6