ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-13 09:48:15    
ເຜົ່າ​ເຊີ

cri Author: sayvanny

ເຜົ່າ​ເຊີ​ມີ​ປະຊາກອນ 6 ​ແສນ 3 ຫມື່ນ​ກວ່າ​ຄົນ,ຢາຍ​ກັນ​ຢູ່ 5 ​ແຂວງ​ຄື:ຟູ​ຈຽນ,​ເຈີ​ຈຽງ ຈຽງ​ຊີ ກວາງ​ຕຸ້ງ​ແລະ​ອານ​ຮຸຍ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ຈີນ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ສອງ​ແຂວງ​ຄື:ຟູ​ຈຽນ​ແລະ​ເຈີ​ຈຽງ.


​ເຜົ່າ​ເຊີ​ຕົ້ນຕໍ​ແມ່ນ​ຕັ້ງ​ຖ່ິນ​ຖານ​ຢູ່​ແຖບ​ດິນ​ໂພນ​ພາກ​ໃຕ້​ຂອງ​ປະ​ເທດ​ຈີນ,ຢູ່​ແຫ່ງ​ນັ້ນ​ມີ​ທິວ​ທັດ​ສວຍ​ສົດ​ງົດ​ງາມ,ມີ​ແມ່​ນ້ຳ​ລຳ​ເຊ​ຄົດໆ​ໂງໆ​ແລະ​ຂຽວ​ສະອາດ​ມີ​ພູຜາ​ສີ​ແດງ​ຈົນ​ນັບ​ບໍ່ຖ້ວນ,ອັນ​ໄດ້​ກາຍ​ເປັນ​ຮູບ​ພາບ​ອັນ​ສວຍ​ງາມ​ຫຼາຍ​ແຜ່ນ,ຢູ່​​ແຫ່ງ​ນີ້​ມີ​ພູ​ອູ​ອີ​ທີ່​ມີ​ທິວ​ທັດ​ງານ​ພິອລຶກ​,ຍັງ​ມີ​ປ່າ​ໄມ້​ໄຜ່​ຂຽວ​ຊະ​ອຸ່ນ,ພູ​ອຽນ​ຕັງ​ແລະພູ​ທຽນ​ມຸທີ່​ມີ​ພາບ​ວິວທິວ​ທັດ​ສວຍ​ງາມ.|

​ເຜົ່າ​ເຊີ​ເອີ້ນ​ຕົນ​ເອງ​ວ່າ​ຊານ​ຮາ,​ແປ​ວ່າ​ຊາວບ້ານ​ທີ່​ດຳລົງ​ຊີ​ວິດ​ຢູ່​ເຂດ​ພູດ​ອຍ,​ເຜົ່າ​ເຊີ​ແມ່ນ​ເຜົ່າ​ທີ່​ມັກ​ຟ້ອນ​ລຳ​ເພງ,ຜູ່​ໃດ​ກໍ​ຂັບ​ລຳ​ພູດອຍ​ເປັນ​ຄູ່​ຄົນ,​ໃນ​ເວລາ​ຈັດ​ພິທີ​ຕາມ​ປະ​ເພນີ​ຍັງ​ມີ​ການ​ເສບ​ອັນ​ຫນ້າ​ອ່ອນ​ຊອນ​ສະຫຼັບ​ໄປ​ພ້ອມເດືອ​ນຍີ່​ອອກ​ໃຫມ່ 2 ຄ່ຳ​ຕາມ​ຈັນທະຄະຕິ​ຂອງ​ຈີນ,ກົງ​ກັບ​ເດືອນ​ເມສາ​ຂອງ ຄ.ສ.​ແມ່ນ​ຫນ່ຶງ​ໃນ​ຈຳນວນ​ບຸນ​ປະ​ເພນີ​ນິຍົມ​ຂອງ​ເຜົ່າ​ເຊີ,ບຸນ​ດັ່ງກ່າວ​ແມ່ນ​ແຜ່ຜາຍ​ຢູ່​ເຂດ​ເຜົ່າ​ເຊີ​ໃນ​ເມືອງ​ຕິງ​ຊ້ຽນ​ແຂວງ​ຟູ​ຈ້ຽນ,ຢູ່​ແຫ່ງ​ນັ້ນ​ມີ​ພູ​ສູງ​ອ້ອມ​ຫມົດ​ທັງ​ສີ່​ດ້ານ ເຊິ່ງມີ​ຊາວ​ເຜົ່າ​ເຊີ​ຕັ້ງ​ພູມລຳ​ເນົາ​ຈຸ້ມ​ກັນ​ຢູ່​ຢ່າງ​ຫຼວງ​ຫຼາຍ,​ເມື່ອ​ຮອດ​ເດືອນ​ຍີ່ອອກ​​ໃຫມ່ 2 ຄ່ຳ​ຕາມ​ຈັນທະຄະຕິ​ຂອງຈີນ,ພວກ​ລູກ​ຫຼານ​ເຜົ່າ​ເຊີ​ທີ່​ຕັ້ງ​ບ້ານ​ຢູ່​ແຫ່ງ​ຕ່າງໆ. ແຖບ​ພາກ​ໃຕ້​ຂອງ​ແຂວງ​ເຈີ​ຈຽງ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ຟູ​ຈຽນ,ກໍ​ລ້ວນ​ແຕ່​ມາ​ໂຮມ​ກັນ​ຢູ່​ແຫ່ງ​ນີ້​ເພື່ອ​ສະ​ຫຼອງບຸນ​ດ້ວຍ​ຄວາມ​ມ່ວນ​ຊື່ນ,ມາ​ຮອດ​ດຽວ​ນີ້,ກໍ​ມີ​ປະຫວັດ​ເຖິງ 200 ກວ່າ​ປີ​ແລ້ວ,​ໃນ​ຍາມ​ບຸນ​ດັ່ງ​ກ່າວ,ຄົນ​ທັງຫຼາຍ​ກໍ​​ໄປ​ຢາມ​ຍາດ​ມິດ,ຕ່າງ​ຖາມ​ຂ່າວ​ກັນ,​ໃນ​ຍາມ​ບຸນ​ຍັງ​ຈັດ​ໃຫ້​ມີ​ການ​ເສັງ​ຂັບ​ເສັງ​ລຳ,ຄ່ຳ​ມາ,​ເຮືອນ​ຫລັງ​ໃດ​ກໍ​ໄຕ້​ໂຄມ​ໄຟ​ແຈ້ງ​ຮຸ່ງ​ເຕັມ​ຮ່ອມ​ພູ,ບ່ອນ​ໃດ​ກໍ​ໄດ້​ຍິນ​ແຕ່​ສຽງ​ຂັບ​ສຽງ​ລຳ, ສຽງ​ຄ້ອງ​ສຽງ​ກອງ​ດັງ​ຄັບ​ທ້ອງຟ້າ,ສຽງ​ບັງ​ກະ​ໂພ​ກດັງ​ຄັບ​ຮ່ອມ​ພູ,ຄົນ​ທັງຫຼາຍ​ຖື​ໂຄມ​ທີ່​ໄດ້​ແຕ້ມ​ຮູບ​ສັດ​ນານາ​ຊະນິດ,ຍ່າງ​ເປັນ​ແຖວ​ຍາວ​ປານ​ມັງກອນ​ຄຳ​ລີ​ເລືອ​ໄປ​ຫາ​ແຕ່​ລະ​ບ້ານ​ເຜົ່າ​ເຊີ,​ເຮັດ​​ໃຫ້​ຮ່ອມ​ພູ​ເຕັມ​ໄປ​ດ້ວຍ​ພາບ​ສະຫຼອງ​ບຸນ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

1  2  3