ຢູ່ເຂດທ່າກ່ຳປັ່ນອ່າວທະເລທີ່ມີທິວທັດສວຍງາມ, ເສັ້ນທາງຄົມມະນາຄົມໄປມາສະດວກ, ເປັນສວນອຸດສາຫະກຳທັນສະໄໝ. ນີ້ກໍ່ແມ່ນສະພາບຢູ່ທ່າກ່ຳປັ່ນເສລີຊູກບິກທີ່ແຂວງຊຳບາເລສ ພາກເໜືອຟີລິບປີນທີ່ຢູ່ຕໍ່ໜ້າຜູ່ທັດສະນະຈອນ. ໃນເວລາ 12 ປີແຕ່ປີ 1992 ມານີ້, ຄົນຊູບິກໄດ້ສ້າງແຫ່ງນີ້ທີ່ເຄີຍເປັນຖານທັບເຮືອຂອງທະຫານອາເມລິກາມາເປັນເຂດການຄ້າ ອຸດສາຫະກຳບັນເທິງແລະທ່ອງທ່ຽວທີ່ທັນສະໄໝ.
ອ່າວທະເລຊູບິກໄກຈາກເມືອງມານີລາ ນະຄອນຫຼວງຟິລິບປີນ 138 ກິໂລແມັດ, ມີພູອ້ອມ 3 ດ້ານ, ເປັນທ່າກ່ຳປັ່ນຈົບງາມ. ເດືອນມິຖຸນາ ປີ 1991, ພູໄຟພີນາທູໂບທີ່ມໍ່ກັບຊູບິກພົ່ນອອກ, ເລີຍທຳລາຍເຮືອນຊານແລະເສັ້ນທາງຄົມມະນາຄົມຢູ່ຊູບິກ ແລະຖານທັບອາກາດຂອງທະຫານອາເມລິກາຢູ່ຄຼາກທີ່ແຂວງພຳພັນກາ ພາກເໜືອຟີລິບປີນແລະເຂດອ້ອມແອ້ນນັ້ນຢ່າງໜັກໜ່ວງ, ນັບມາຮອດປະຈຸບັນຢູ່ຕາມເສັ້ນທາງທີ່ມໍ່ກັບຊູບິກຍັງໄດ້ເຫັນຮ່ອງຮອຍຂີ້ຝຸ່ນພູໄຟຫຼັງຈາກ ພົ່ນອອກຈາກພູໄຟແລ້ວ. ເດືອນພະຈິກປີ 1992, ທະຫານອາເມລິກາຖອນອອກຈາກຊູບິກ, ໄດ້ມອບຖານທັບດັ່ງກ່າວ ເຊິ່ງເປັນໜຶ່ງໃນບັນດາຖານທັບໃຫຍ່ທີ່ສຸດຢູ່ນອກດິນແດນອາເມລິກາໃຫ້ແກ່ຟີລິບປີນ.
ໃນເວລາຫວນຄຶນສະພາບການໃນຄາວນັ້ນ, ທ່ານຣີຊາດ ກໍດົນ ເຈົ້າຄອງຕົວເມືອງໂອລົງກາໂປຊູບິກໃນຄາວນັ້ນ ສະມາຊິກສະພາສູງໃນປະຈຸບັນເວົ້າວ່າ, ກອງທະຫານອາເມລິກາມອບຖານທັບໃນເວລານີ້, ສຳລັບຄົນຟີລິບປີນແລ້ວແມ່ນຍິ່ງຍາກກໍຍິ່ງຊ້ຳ. ເພາະຄົນຊູບິກພວມປະເຊີນກັບໜ້າທີ່ອັນຂ້ຽວຂາດທີ່ສ້າງບ້ານແປງເມືອງຄືນໃໝ່. ທ່ານເວົ້າວ່າ"ເຖິງວ່າເກີດໄພທຳມະຊາດແລະຍັງມີຄົນເພີ່ມຄວາມຍາກໃຫ້ກໍ່ຕາມ, ແຕ່ວ່າ, ຄົນຊູບິກບໍ່ໄດ້ອ່ອນຜອມ, ບໍ່ໄດ້ຈົ່ມບໍ່ວ່າຫຍັງ, ຫາກແມ່ນພ້ອມກັນພະຍາຍາມ, ຕັດສິນໃຈສ້າງຊູບິກເປັນເຂດທ່າກ່ຳປັ່ນເສລີ."
1 2
|