ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-11 20:40:57    
ຄວາມ​ຮັກ​ແພງ​ບໍ່​ມີ​ພົມ​ແດນ----- ວົງ​ການ​ຕ່າງໆ​ຂອງ​ຈີນ​ຕັ້ງ​ໜ້າ​ບໍ​ລິ​ຈາກ​ເງິນ​ແລະ​ວັດ​ຖຸ​ໃຫ້​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະ​ໝຸດ​ອິນ​ເດຍ(ພາບ)

cri Author: q

ທ່ານ​ຜູ້​ຟັງ​,ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ໂຄສົກ​ຂອງ​ຮ້ານ​ຄ້າ​ແຫ່ງ​ໜຶ່ງ​ຢູ່​ປັກ​ກິ່ງ​ພວມ​ອ່ານ​ປະ​ກາດ​ແຈ້ງ​ການ​ຕໍ່​ລູກ​ຄ້າ​ກ່ຽວ​ກັບ​ເລື່ອງ​ບໍລິຈາກ​ເງິນ.ປະກາດ​ແຈ້ງ​ການ​ຫາ​ກໍ່​ອ່ານ​ແລ້ວ,​ຫຼາຍ​ຮ້ອຍ​ຄົນ​ກໍ​ໄດ້​ພາກັນ​ລຽນ​ເປັນ​​ແຖວ​ຍາວ​ຢູ່​ຕໍ່ໜ້າຫີບບໍລິຈາກ​ເງິນ,50ຢວນ,100​ຢວນ,​ເງິນ​ຢວນ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຂອງ​ລູກ​ຄ້າ​​ໃນ​ຮ້ານ​ຄ້າ​ນັ້ນ​ໄດ້​ປ່ອນ​​ລົງ​ຫີບ.​​​ໄພ​ພິບັດ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມະຫາ​ສະໝຸດ​ອິນ​ເດຍທີ່​ເກີດ​ຂຶ້ນ​​ໃນ​ວັນ​ທີ26​ທັນ​ວາ​ປີ​ກາຍ​ໄດ້​ເຮັດໃ​ຫ້​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ນຳ​ປະຊາຊົນ​ປະ​ເທດ​ປະສົບ​ໄພ,​ເລີຍ​ພາ​ກັນ​ບໍ​ລິ​ຈາກ​ເງິນ​ແລະ​ວັດຖຸ​ໃຫ້​ເຂດ​ປະ​ສົບ​ໄພ.

ວັນທີ7ມັງກອນ,ນັກຮຽນປະຖົມຂອງນະຄອນຊຽງໄຮ້ບໍລິຈາກເງິນໃຫ້ເຂດປະສົບໄພ
ຕອນ​ບ່າຍ​ວັນ​ທີ31​ທັນວາ​ປີ2004,​ຢູ່​ປັກ​ກິ່ງ,ໃນ​ເວລາ​ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພົບ​ປະ​ທູຕາ​ນຸທູດ​ຂອງ​ປະ​ເທດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ປະ​ຈຳ​ຈີນ​ແລະ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະຈຳ​ຈີນ,​ທ່ານ​ໂຣດຼີ​ໂກ​ເອ​ອັກ​ຄະ​ລັດ​ຖະ​ທູດ​ສີ​ລັງ​ກາ​ປະ​ຈຳ​ຈີນ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ສູ່​ຟັງ​ວ່າ,​ຕອນ​ທ່ຽງ​ມື້​ນັ້ນ,​ນັກ​ຮຽນ​ມັດ​ຖະ​ຍົມ​ຕົ້ນ​ປັກ​ກິ່ງ2​ຄົນ​ໄດ້​ໄປ​ຮອດ​ສະຖານທູດ​ສີ​ງລັງກາ​ປະຈຳ​ຈີນ,ບໍລິຈາກ​ເງິນ400​ຢວນ​ໃຫ້​ມວນ​ຊົນ​ສີ​ລັງກາ​ທີ່​ປະສົບ​ໄພ.​ທ່ານ​ໂຣດຼິ​ໂກເອ​ອັກຄະ​ລັດຖະທູດຮູ້ສຶກ​ກະ​ຕຸ້ນ​ໃຈ​ຫຼາຍ,​ທ່ານ​ເຫັນ​ວ່າ,​ແຕ່​​ເກີດໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ມາ​ນີ້,ການ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ຢ່າງ​ຕັ້ງໜ້າ​ບໍ່ພ​ຽງ​ແຕ່​ແມ່ນ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ຈີນ​ທໍ່​ນັ້ນ,ຫາກ​ຍັງແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຈີນ​ທຸກ​ຖ້ວນ​ໜ້າ.ຈາກ​ເດັກ​ນ້ອຍ​ສອງ​ຄົນ​ນີ້,​ທ່ານ​ໄດ້​ ​ຮູ້​ສຶກຄວາມ​ຈິງ​ໃຈ​ຂອງ​ປະຊາຊົນ​ຈີນ​ອີກ​ເທື່ອ​ໜຶ່ງ. ​ທ່ານ​ເຫັນ​ວ່າ,​ເງິນ​400​ຢວນ​ດັ່ງ​ກ່າວ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ດຽວ​ກັນ​ກັບ​ເງິນ​ຊ່ວຍ​ເຫຼືອ​ຈຳ​ນວນ​1​ລ້ານ​ໂດ​ລາ​ສະຫະລັດ.

ນັກຮຽນ​ມັດ​ຖະຍົມ​ຕົ້ນ​ສອງ​ຄົນ​ທີ່​ທ່ານ​ໂຣດຼີ​ໂກກ່າວ​ມາ​ຂ້າງ​ເທິງ​ນັ້ນ,ຜູ້​ໜຶ່ງ​ຊື່ວ່າ​ຟູ້​ຈີ້ ອີກ​ຜູ້​ໜຶ່ງ​ຊື່ວ່າ​ລີ​ວຊ່ຽວຢາງ,​ແມ່ນ​ນັກຮຽນ​ປີ3​ຂອງ​ໂຮງຮຽນ​ມັດ​ຖະຍົມ​ຕົ້ນ​ຈົ່ງ​ກວນ​ຊຸນ​ປັກ​ກິ່ງ.​ເມື່ອ​ເວົ້າ​ເຖິງ​ເລື່ອງ​ບໍລິຈາກ​ເງິນ​ຢູ່​ສະຖານທູດ​ສີ​ລັງກາ,ທ້າວ​ຟູ​ຈີ​ທີ່​ອາຍຸ14​ປີ​ເວົ້າ​ວ່າ:

" ​ເມື່ອ​ໄດ້​ຍິນຂ່າວ​ວ່າ​ປະ​ເທດ​ຈຳນວນ​ໜຶ່ງ​ໄດ້ຮັບ​ຜົນ​ກະທົບຈາກ​ຄື້ນທະ​ເລ​ຊູ​ນາ​ມີ,ພວກ​ເຮົາ​ກໍ ​ຄຶດ​ໂດຍ​ຕະຫຼອດ​ວ່າ​ຈະ​ປະກອບສ່ວນ​ເລັກ​ໜ້ອຍ​​ເພື່ອ​ປະຊາຊົນ​ທີ່ປະສົບ​ໄພ​ຈາກ​ຊ່ອງ​ທາງ​​ໃດ​ແດ່,ຈາກ​ນັ້ນ​ມາ,ພວກ​ເຮົາ​ກໍ​ຊອກ​ໄດ້​​ເບີ​ໂທ​ຂອງ​ສະຖານທູດ​ສີ​ລັງກາ​ປະຈຳ​ຈີນ,​ພວກ​ເຮົາ​ໄດ້​ໂທ​ຢູ່​ໂຮງຮຽນ,6​ໂມງ​ປາຍ​ໃນ​ຕອນ​ແລງ​ມື້​ດຽວ​ກັນ,ສະຖານທູດ​ສີ​ລັງກາ​ກໍ​ໄດ້​ຕິດ​ຕໍ່​ກັບ​ພວກ​ເຮົາ​ຍ​ວ່າ,ຈະ​ຮັບ​ເອົາ​ການບໍລິຈາກ​ຂອງ​ພວກ​ເຮົາ,​ເມື່ອ​ກັບຄືນຮອດ​ບ້ານ​ແລ້ວ,ພໍ່​ແມ່​ກໍ​ສະ​ໜັບ​ສະ​ໜູນ​ພວກ​ເຮົາ,ມື້​ລຸນມາ,ພວກ​ເຮົາ​ກໍ​ໄດ້​ບໍລິຈາກ​ເງິນ​ໃຫ້​ສະ​ຖານ​ທູດ​ສີ​ລັງ​ກາ"

ນອກ​ຈາກ​ບໍລິຈາກ​ເງິນ​​ໃຊ້​ຈ່າຍ​ຍິກ​ຍ່ອຍ​ຂອງ​ຕົນ​ແລ້ວ,ພວກ​ເຂົາ​ເຈົ້າຍັງ​ໄດ້​ຂຽນ​ຈົດ​ໝາຍ​ກ້ານ​ໜຶ່ງ​ດ້ວຍ​ພາສາ​ອັງກິດ​ໄປ​ຍັງມາດາ​ມກູ​ມາລາ​ຕຸ​ງປະທານາ​ທິ​ບໍ​ດີ​ສີ​ລັງກາ​ເພື່ອ​ສະ​ແດງ​ຄວາມ​ຮັ​ກ​ແພງ​ແລະ​ເອົາ​ໃຈ​ໃສ່​ນຳ​ປະຊາຊົນ​ເຂດ​ປະສົບ​ໄພ.

1  2