![]( /mmsource/images/2005/01/12/lanzhoujuankuan1.jpg)
ວັນທີ7ມັງກອນ,ໄທເມືອງລານໂຈ່ວບໍລິຈາກເງິນຢ່າງຫ້າວຫັນເພື່ອຜູ້ປະສົບໄພຄື້ນທະ ເລຊູນາມີ
ປະຈຸບັນ, ຢູ່ບ່ອນບໍລິຈາກຕ່າງໆຂອງປັກກິ່ງເຊິ່ງແມ່ນຄຸ້ມຖະໜົນ, ຄຸ້ມສັງຄົມ,ອົງການ,ໂຮງຮຽນເປັນຕົ້ນເປັນຜູ້ຈັດຂຶ້ນນັ້ນ,ຄົນທັງຫຼາຍຍັງສືບຕໍ່ບໍລິຈາກເງິນແລະວັດຖຸໃຫ້ເຂດປະສົບໄພ.
![]( /mmsource/images/2005/01/12/lshidglknge1.jpg)
ວັນທີ10ມັງກອນ,ໄທເມືອງລາຊາເຂດຕິເບດບໍລິຈາກເງິນໃຫ້ເຂດປະສົບໄພຄື້ນທະເລຊູ ນາມີ
ຕາມໄດ້ຮູ້ວ່າ,ຄືກັນກັບປັກກິ່ງ,ຕົວເມືອງໃຫຍ່ເກືອບໝົດທຸກແຫ່ງຂອງຈີນລ້ວນແຕ່ໄດ້ຕັ້ງບ່ອນບໍລິຈາກໂດຍຈຳເພາະເພື່ອຊ່ອຍເຫຼືອປະຊາຊົນທີ່ປະສົບໄພຄື້ນທະເລຊູນາມີ.ຢູ່ເຂດຄຸ້ມສັງຄົມຈຸດໜັກໃນຕົວເມືອງຍັງໄດ້ຕັ້ງບ່ອນບໍລິຈາກສຳລັບໄທເມືອງ.ສາຂາອົງການໃນຕົວເມືອງຕ່າງໆຂອງສະພາກາແດງຈີນແລະສະຫະພັນກຸສົນຈີນ,ຍັງໄດ້ຕັ້ງລົດເຄື່ອນທີ່ຮັບການບໍລິຈາກແລະບ່ອນຮັບການບໍລິຈາກຢູ່ຖະໜົນສີວິໄລ,ເພື່ອຮັບເອົາການບໍລິຈາກຂອງໄທເມືອງຢູ່ທຸກເວລາ.ໃນຜູ້ບໍລິຈາກ,ມີລັດຖະກອນອົງການລັດ,ແລະກໍມີນັກຮຽນ,ກຳມະກອນແລະຊາວນາທີ່ເຮັດວຽກໃນເມືອງ.ທ່ານຢາງກ່ວງ,ພະນັກງານຂອງລັດທີ່ພວມບໍລິຈາກເງິນຢູ່ໜ້າຫີບບໍລິຈາກໃນຮ້ານຄ້າບອກນັກຂ່າວວ່າ:"ເຖິງວ່າເງິນທີ່ເຮົາບໍລິຈາກນັ້ນບໍ່ຫຼາຍ,ແຕ່ເວົ້າສຳລັບແງ່ຊາວຈີນແລ້ວ,ຜູ້ໃດມີຄວາມຫຍຸ້ງຍາກ,ຫຼາຍໆຄົນພ້ອມກັນມາຊ່ອຍເຫຼືອ.ນີ້ແມ່ນໜ້າທີ່ທີ່ປັດປ່າຍບໍ່ໄດ້.ເຮົາມີແຕ່ໄດ້ປະກອບສ່ວນເລັກໜ້ອຍຂອງຕົນເທົ່ານັ້ນ."
![]( /mmsource/images/2005/01/12/fuahiang.jpg)
ວັນທີ10ມັງກອນ,ວິສາຫະກິດແຫ່ງໜຶ່ງຂອງແຂວງຟູຈ້ຽນບໍລິຈາກ ຢຸກຢາໃຫ້ເຂດປະສົບໄພຄື້ນທະເລຊູນາມີ
"ຜູ້ໃດມີຄວາມຫຍຸ້ງຍາກ,ຫຼາຍໆຄົນພ້ອມກັນມາຊ່ອຍເຫຼືອ"ນີ້ແມ່ນຄຸນສົມບັດອັນເປັນມູນເຊື້ອຂອງຈີນທີ່ສືບທອດກັນມາເປັນເວລາຫຼາຍພັນປີແລ້ວ.ຄື້ນທະເລຊູນາມີທີ່ເກີດຂຶ້ນຍ້ອນແຜ່ນດິນໄຫວມະຫາສະໝຸດອິນເດຍໄດ້ເຮັດໃຫ້ແສນກວ່າຄົນປະສົບເຄາະຮ້າຍ.ເມື່ອປະເຊີນກັບເລື່ອງຈິງທີ່ບໍ່ເປັນຈັ່ງບຸນແນວນີ້,ຊາວຈີນຢ່າງຫຼວງຫຼາຍກໍ່ເປັນຫ່ວງນຳຈົນກິນບໍ່ແຊບນອນບໍ່ຫຼັບ.
![]( /mmsource/images/2005/01/11/aixinwhfa[hfkg.jpg)
ດາລາຮົງກົງຮ້ອງເພງລວມໝູ່ໃນງານສະແດງຫ້າງຫາເງິນບໍລິຈາກທີ່ຊື່ວ່າ"ຄວາມຮັກ ແພງບໍ່ມີພົມແດນ"ທີ່ຈັດຂຶ້ນໃນວັນທີ7ມັງກອນ ປີ2005,ມວນຊົນຈີນຈຳນວນບໍ່ໜ້ອຍໄດ້ຖືການບໍລິຈາກເງິນແລະວັດຖຸໃຫ້ເຂດປະສົບໄພຢ່າງເປັນເຈົ້າການນັ້ນເປັນຮູບການຕ້ອນຮັບປີໃໝ່,ອັນໄດ້ສົ່ງຄວາມອົບອຸ່ນໃຫ້ແກ່ປະຊາຊົນທີ່ປະສົບໄພ.ນອກຈາກເຂດໃນຈີນແລ້ວ,ຢູ່ຮົງກົງ,ງານສະແດງຫ້າງຫາເງິນບໍລິຈາກອັນໃຫຍ່ໂຕທີ່ຊື່ວ່າ"ທຸກຄົນເປັນຈິດໜຶ່ງໃຈດດຽວກັນໃຫ້ຄວາມຮັກແພງ"ໄດ້ຈັດຂຶ້ນໃນຍາມບຸນປີໃໝ່ສາກົນເຊິ່ງແມ່ນມື້ໜາວສຸດຢູ່ຮົງກົງໃນຮອບ43ປີມານີ້.ໃນໄລຍະປີໃໝ່,ໄທເມືອງມາກາວກໍໄດ້ບໍລິຈາກເງິນແລະວັດຖຸໃຫ້ເຂດປະໄພດ້ວຍຮູບການຕ່າງໆ.ໃນຫຼາຍມື້ມານີ້,ບຸກຄົນວົງການຕ່າງໆຂອງໄຕ້ຫວັນກໍໄດ້ບໍລິຈາກເງິນແລະວັດຖຸຈຳນວນຫຼວງຫຼາຍໃຫ້ເຂດປະສົບໄພ.
ຜູ້ບໍລິຈາກຫຼາຍຄົນບໍ່ໄດ້ເຜີຍໃຫ້ຮູ້ຊື່ໃນເວລາບໍລິຈາກ,ຄວາມປາຖະໜາຮ່ວມຂອງຄົນໃຈບຸນເຫຼົ່ານີ້ກໍແມ່ນຫວັງໃຫ້ປະຊາຊົນເຂດປະສົບໄພນຳເອົາເງິນບໍລິຈາກຂອງຕົນໄປຊື້ເຄື່ອງນຸ່ງຜືນໜຶ່ງ,ຢຸກຢາແລະອາຫານເລັກໜ້ອຍ.ຄຳເວົ້າຂອງນາງຕິງອ້ຽນ ນັກສຶກສາຂອງມະຫາວິທະຍາໄລປັກກິ່ງອາດຈະສາມາດສະແດງໃຫ້ເຫັນຄວາມປາຖະໜາຂອງຜູ້ບໍລິຈາກ:"ເຖິງວ່າຈຳນວນເງິນບໍລິຈາກຂອງພວກເຮົາມີພຽງເລັກໜ້ອຍກໍຕາມ,ແຕ່ພວກເຮົາຫວັງຢາກຜ່ານການບໍລິຈາກເງິນ,ຝາກຄວາມຖາມຂ່າວຂອງປະຊາຊົນຈີນໄປຍັງປະຊາຊົນປະເທດປະສົບໄພ."
ປະຈຸບັນ,ສາຍໂທລະສັບສະເພາະຂອງອົງການຈັດຕັ້ງທີ່ຮັບເອົາການບໍລິຈາກຂອງສັງຄົມເຊັ່ນສະພາກາແດງຈີນ,ສະຫະພັນການກຸສົນຈີນເປັນຕົ້ນໄດ້ຮັບການໂທເຂົ້າຢ່າງບໍ່ຂາດສາຍຄູ່ມື້,ການບໍລິຈາກຂອງບັນດາຝ່າຍຍັງພວມດຳເນີນຕໍ່. 1 2
|