ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-18 14:44:17    
ຊີ​ວິດ​ຕ່າງ​ຫາກ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ນາງ​ສື​ຈ່ວນ

cri Author: Q
ໃນ​ປີ2004,ນາງ​ສື​ຈ່ວນ​ໄດ້​ທຳ​ການ​ຕົກລົງ​ສຳຄັນ​ອັນ​ໜຶ່ງ,​ໃນ​​ເວລາ​ໄຂ​ສົກຮຽນ​ລະດູ​ໃບ​ໄມ້ຫຼົ່ນ​ປີ​2004,ນາງ​ຕົກລົງ​ປະວ​ຽກງານ​ຢູ່​ສຳນັກງານ​ທະນາຍຄວາມ​ແຫ່ງ​ໜຶ່ງ​ຢູ່​​ເສີ່​ນ​ເຈິ້ນ ​ເມືອງ​ພາກ​ໃຕ້​ຂອງ​ຈີນ,ອຳ​ລາ​ຈາກ​ຜົວ​ແລະ​ລູກ​ຊົ່ວຄາວ,​ແລ້ວ​ໄປ​ເປັນ​ຄູ​ອາຈານຢູ່​ເຂດ​ພູດ​ອຍທີ່​ສອກຫຼີກ​ດ້ວຍ​ຄວາມສະໝັກ​ໃຈ.

ຢູ່​ນະຄອນ​ເສີ່​ນ​ເຈິ້ນ,ນາງ​ສື​ຈ່ວນ​ເຄີຍ​ມີ​ວຽກ​ງານ​ຄົງ​ທີ່,ຍັງ​ມີ​ຜົວ​ທີ່​ຮັກແພງ​ຕົນ​ແລະ​ລູກ​ຊາຍ​ທີ່ໜ້າ​ຮັກ.​ໃນ​ສາຍຕາ​ຂອງ​ຜູ້​ອື່ນ,ນາງ​ຄື​ຈັ່ງ​ວ່າມີ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ແມ່ຍິງ​ທຳ​ມະ​ດາ​ຢາກ​ໄດ້.ຍ້ອນ​ເຫດ​ຜົນ​ໃດ​ນາງ​ຈິ່ງປະ​ຊີວິດ​ການ​ເປັນ​ຢູ່​ທີ່​ອິ່ມ​ໜຳ ສຳລານ,​ໄປ​ ​ບ້ານ​ພູດ​ອຍ​​ຢູ່​ແຂວງ​ກຸຍ​​ໂຈ່​ວທີ່​​ໄກ​ຈາກ​ເສິ່ນ​ເຈິ້ນ​ຕັ້ງ500ກວ່າ​ກິ​ໂລ​ແມັດ​ແຕ່​ພູ້ດຽວ? ຄຳ​ຕອບ​ຂອງນາງ​ສື​ຈ່ວນ​ແມ່ນ​ງ່າຍ​ທີ່​ສຸດ:

"ເຮົາ​ ຢາກ​ຢູ່​ນຳ​ກັນ​ກັບ​ນັກຮຽນ​ເຫຼົ່າ​ນີ້,ຢາກຜ່ານ​ຈາກ​ການ​ສິດສອນ​ຂອງຜູ້​ອາສາ​ສະໝັກ​ພວກ​ເຮົາ,ດັດ​​ແປງ​ທັດສະນະ​ຄະຕິ​ຈຳນວນ​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າ.​ໃນ​ເວລາ​ເຮົາ​ສອນ​ໜັງສື,ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຫ້າວ​ຫັນຫຼາຍ​. ເຮົາ​ ຢາກຜ່ານຄວາມ​ພະຍາຍາມຂອງ​ຕົນ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮັບ​ຮູ້​ວ່າການ​ຮຽນ​ຄວາມ​ຮູ້​ແມ່ນ​​ເລື່ອງສຳຄັນ."

ຢູ່​ຈີນ​ຊູ່​ມື້​ນີ້,ຄົນ​ທີ່​ມີ​ຄວາ​ມຄິດ​ຄື​ກັນ​ກັບ​ນາງ​ສື​ຈ່ວນນັ້ນ​​ເພີ່ມ​ຂຶ້ນນັບ​ມື້​ນັບ​ຫຼາຍ​,ມີ​ຄົນ​ນັບ​ມື້​ນັບ​ຫຼາຍ​ປາຖະໜາ​ຢາກເຂົ້າຮ່ວມ​ພາລະກິດ​ສາທາລະນະ​ປະ​ໂຫຍ​ດ​ສັງຄົມ.​ໃນ​ຫຼາຍ​ປີ​ມໍ່​ໆ​ມາ​ນີ້,ອົງການ​ຈັດ​ຕັ້ງ​ຝ່າຍ​ທາງ​ການ​ແລະ​ຝ່າຍ​ພົນລະ​ເຮືອນ​ຂອງ​ຈີນ​ຈຳນວນ​ໜຶ່ງ,​ແຕ່ລະ​ປີ​ຍັງ​ໄດ້​ຈັດ​ຕັ້ງ​ຜູ້​ອາສາ​ສະໝັກ​ເປັນ​ປະຈຳ,ຈັດ​ວາງ​ພວກ​ເຂົາ​ເຈົ້າ​ໄປ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ທີ່​ການ​ພັດທະນາ​ເສດຖະກິດ​ຫຼ້າ​ຫຼັງ​ໂດຍ​ທຽບ​ຖານ,​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ບໍລິການ​​ໃນດ້ານ​ຕ່າງໆ​ເຊັ່ນ:ການ​ສຶກສາ,ການ​ປິ່ນປົວ,ການ​ຜະລິດ​ກະສິກຳ,​ໃຫ້​ຄຳ​ປຶກສາ​ດ້ານ​ກົດໝາຍ,ການ​ຄຸ້ມ​ຄອງ​ບໍລິຫານ​ເປັນ​ຕົ້ນ.ນັບ​ມາ​ຮອດ​ທ້າຍ​ປີ2004,ຜູ້​ອາສາ​ສະໝັກ​ຢູ່​ພາ​ກຕາ​ເວັນ​ຕົກ​ຂອງ​ຈີນ​ມີ​ເກືອບ2​ໝື່ນ​ຄົນ​ແລ້ວ.

ໃນ​ນາມ​ເປັນສະມາຊິກ​ຜູ້​ໜຶ່ງ​,ນາງ​ສື​ຈ່ວນ​ເວົ້າ​ວ່າ,ຕົນ ​ທຳ​ການ​ຕົກລົງ​ໃນ​ຫົວ​ທີ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ຜູ້​ອາສາ​ສະໝັກ​ນຳ​ໜ້າ​ຫຼາຍ​ຄົນ.ນາງ​ສື​ຈ່ວນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຕົວ​ເມືອງ​ໂດຍ​ຕະ​ຫຼອດ,​ໃຊ້​ຊີວິດ​ແບບ​ກິ່ນ​ອິ່ມ​ນຸ່ງ​ອຸ່ນ,​​ເຖິງ​ວ່າ​ນາງ​ໄດ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ຫງົບ​ສຸກ​ກໍ​ຕາມ,​ແມ່ນ​ນາງ​ມີ​ຄວາມ​ຮັ​ກ​ແພງ​ອັນ​ອົບ​ອຸ່ນ.​ນາງ​ຮູ້​ສຶກ​ວ່າ​ຕົນ​ຄວນ​ເຮັດ​ເລື່ອງ​ຈຳ​ນວນ​ໜຶ່ງ​ເພື່ອ​ຜູ້​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ.​ສ່ວນ​ຄວາມ​ເຂົ້າ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຜົວ​ໄດ້​​ເຊີດ​ຊູ​ກຳ​ລັງ​ໃຈ​ໃຫ້​ນາງ​​ເປັນ​ຢ່າງ​ໃຫຍ່​ຫຼວງ.
1  2