|
![](/images/spacer.gif) |
(GMT+08:00)
2005-01-18 14:44:17
|
![](/images/shim.gif) |
ຊີວິດຕ່າງຫາກຢູ່ພາກຕາເວັນຕົກຂອງນາງສືຈ່ວນ
cri
Author: Q
ຜົວຂອງນາງສືຈ່ວນຊື່ວ່າຈ່າງເວີຍຊົງ, ເຮັດວຽກຢູ່ສຳນັກງານທະນາຍຄວາມແຫ່ງໜຶ່ງຂອງເມືອງເສີ່ນເຈີ້ນ.ທ່ານທີ່ເຕີບໃຫຍ່ຢູ່ຊົນນະບົດຜູ້ນີ້ມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ,ຍ້ອນມູນເຫດຕ່າງໆເຊັ່ນຢູ່ບ່ອນຫ່າງໄກສອກຫຼີກ,ຄວາມຫຼ້າຫຼັງເປັນຕົ້ນ,ເດັກນ້ອຍຊົນນະບົດເຂົ້າໂຮງຮຽນຍາກຫຼາຍ.ສະນັ້ນ,ເມື່ອໄດ້ຍິນວ່າເມຍອາສາສະໝັກໄປດຳເນີນການສິດສອນຢູ່ພາກຕາເວັນຕົກຂອງຈີນ,ທ່ານຈ່າງເວີຍຊົງ ເຫັນດີເຫັນພ້ອມນຳ:
"ເຮົາ ສະໜັບສະໜູນນາງໃຫ້ເຮັດເລື່ອງທີ່ນາງຢາກເຮັດໂດຍຕະຫຼອດ.ໂດຍສະເພາະຄືເລື່ອງເປັນຜູ້ອາສາສະໝັກ.ເຮົາຄິດວ່າແມ່ນເລື່ອງທີ່ມີຄວາມໝາຍທີ່ສຸດ.ເຈົ້າສາມາດປ່ຽນແປງເດັກນ້ອຍເຫຼົ່ານັ້ນດ້ວຍຄວາມຮູ້,ປະສົບປະການຫຼືອິດທິພົນຂອງນາງ,ມັນອາດຈະປ່ຽນແປງຕະຫຼອດຊີວິດຂອງເດັກນ້ອຍເຫຼົ່ານັ້ນ.
ໂຮງຮຽນປະຖົມທີ່ນາງສືຈ່ວນສອນຢູ່ນັ້ນຕັ້ງຢູ່ໃນເຂດພູດອຍທີ່ຫ່າງໄກສອກຫຼີກຂອງແຂວງກຸຍໂຈ່ວ,ແຫ່ງນັ້ນ ສູງກວ່າລະດັບໜ້ານ້ຳທະເລ2ພັນກວ່າແມັດ,ຫ້ອງຮຽນແມ່ນຫ້ອງຊັ້ນດຽວແບບງ່າຍໆ5ຫ້ອງທີ່ກໍ່ດ້ວຍດິນຈີ່ແລະມຸງດິນຂໍ.ໂຮງຮຽນນີ້ມີນັກຮຽນ170ຄົນ.ສຽງເຄາະທ່ອນເຫຼັກເສດ ທີ່ບໍ່ຮູ້ວ່າເກັບມາຈາກໃສ,ແມ່ນສຽງກະດິງຂຶ້ນຫ້ອງຫຼືເລີກຮຽນ.
ນາງສືຈ່ວນກໍແມ່ນເຂົ້າຫ້ອງຮຽນໃນທ່າມກາງສຽງເຄາະທ່ອນເຫຼັກດັ່ງກ່າວຊູ່ມື້. ນອກຈາກບັນລະຍາຍເນື້ອໃນຂອງປື້ມຮຽນພາສາຈີນແລ້ວ,ນາງຍັງແນະນຳໂລກພາຍນອກໃຫ້ພວກນັກຮຽນຮູ້ຫຼາຍເທົ່າທີ່ຈະຫຼາຍໄດ້.ຟັງແມ!ນາງພວມສອນພວກນັກຮຽນອ່ານກາບກອນ.
ຢູ່ແຫ່ງນີ້,ການສອນນັກຮຽນເກືອບແມ່ນຊີວິດການເປັນຢ່ທັງໝົດູຂອງນາງສືຈ່ວນ,ນາງສອນລູກສິດຢ່າງມ່ວນຊື່ນ,ສຳນຶກຮູ້ຊີວິດການເປັນຢູ່ໃນເຂດພູດອຍຢ່າງຊື່ນຊົມ.ນາງມັກຄວາມມິດງຽບທີ່ມີສີສັນພິເສດຂອງເຂດພູດອຍ,ນາງມັກນ້ຳຫ້ວຍທີ່ໄຫຼຜາດໆຢູ່ຕີນພູ,ນາງມັກໄທບ້ານຜູ້ຊື່ສັດບໍລິສຸດໃນແຫ່ງນີ້.
ນາງສືຈ່ວນໄດ້ນຳເອົາບັນຍາກາດທີ່ສົດຊື່ນມາສູ່ບ້ານພູດອຍທີ່ງຽບສະຫງັດແຫ່ງນີ້.ໄທບ້ານແຫ່ງນີ້ກໍຊົມເຊີຍນາງຄູທີ່ມາຈາກຕົວເມືອງ.ທ່ານຢາງຈົງຂວນ ໄທບ້ານຜູ້ໜຶ່ງເວົ້າວ່າ: "ນາງຈາກເສິ່ນເຈິ້ນ ຕົວເມືອງສີວິໄລມາຮອດເຂດພູດອຍພວກເຮົາ,ທົນທຸກທົນຍາກໄດ້,ຈິດໃຈຂອງນາງຈັ່ງແມ່ນເປັນໜ້າເຄົາລົບນັບຖືແທ້ໆ."
ແນ່ນອນແລ້ວ,ຜູ້ທີ່ດີໃຈກວ່າໝູ່ຍັງແມ່ນພວກເດັກນ້ອຍແຫ່ງນີ້,ພວກເຂົາເຈົ້າມັກຄູສອນທີ່ມາຈາກຕ່າງຖິ່ນຜູ້ນີ້ຢ່າງຈິງໃຈ,ແລະສະແດງຄວາມຮັກແພງຕໍ່ນາງສືຈ່ວນດ້ວຍຮູບການພິເສດຂອງເດັກນ້ອຍເຂດພູດອຍ.ນາງສືຈ່ວນເວົ້າວ່າ:
"ບາງເທື່ອ,ໃນເວລາຂຶ້ນຫ້ອງ,ເຮົາພວມສອນຢູ່,ນັກຮຽນບາງຄົນເອົາມັນຝະຣັ່ງຕົ້ມສຸກຫົວໃຫຍ່ມາວາງໄວ້ເທິງໂຕະອາຈານແລ້ວເວົ້າວ່າ,ຄູສື,ເຊີນກິນມັນຝະຣັ່ງ.ບາງຄົນເອົາໝາກກ້ຽງມາໃຫ້,ເດັກຊາຍບາງຄົນຍັງເດັດເອົາດອກໄມ້ສົດມາໃຫ້."
ນາງສືຈ່ວນເວົ້າວ່າ,ເມື່ອຮອດເວລານີ້,ນາງຮູ້ສຶກດີໃຈທີ່ສຸດ.ເມື່ອເຫັນເດັກນ້ອຍເຂດພູດອຍທີ່ໜ້າຮັກແລະສື່ຊັດເຫຼົ່ານີ້,ນາງສືຈ່ວນກໍ ຈະຄິດເຖິງຕູ່ໆ ລູກຊາຍທີ່ອາຍຸ6ຂວບ.ປະຈຸບັນ,ລູກຊາຍຂອງເພິ່ນໃຫ້ພໍ່ເຖົ້າແມ່ເຖົ້າ ເບິ່ງແຍງ.ເມື່ອຄິດເຖິງລູກ,ນາງສືຈ່ວນ ໂທລະສັບລົມກັບລູກ.ແຕ່ຍ້ອນຢູ່ເຂດພູດອຍ,ສັນຍານໂທລະສັບບໍ່ແຈ້ງດີ,ເມື່ອໂທລະສັບ,ນາງຈຳເປັນຕ້ອງຢືນຢູ່ຫຼັງຄາເຮືອນ,ເວລາໂທລະສັບລົມກັບລູກ,ລູກກໍມັກຖາມນາງເລື່ອງນີ້ເລື່ອງນັ້ນ,ຮູ້ສຶກແປກໃຈທີ່ສຸດຕໍ່ເຂດພູດອຍ.ເມື່ອທຽບກັບເດັກນ້ອຍເຂດພູດອຍແລ້ວ,ລູກຊາຍຂອງນາງສາມາດຮຽນຢູ່ໃນຫ້ອງຮຽນທີ່ທັງກວ້າງທັງແຈ້ງສະຫວ່າງ,ທຳມະດາແລ້ວຈັ່ງແມ່ນມີໂຊກຫຼາຍ.
ຊີວິດການເປັນຢູ່ຂອງຜູ້ອາສາສະໝັກໄລຍະສັ້ນໄດ້ເຮັດໃຫ້ນາງສືຈ່ວນມີຄວາມຮັບຮູ້ຍິ່ງເລິກເຊິ່ງຕໍ່ພາກຕາເວັນຕົກຂອງຈີນ,ຄວາມປາດຖະໜາອັນແຮງກ້າຂອງເດັກນ້ອຍເຂດພູດອຍທີ່ຢາກຮຽນຄວາມຮູ້ໄດ້ເຮັດໃຫ້ນາງກະຕຸ້ນໃຈຫຼາຍ,ເຮັດໃຫ້ນາງບໍ່ຮູ້ສຶກກິນແໜງແຄງໃຈຫຍັງຕໍ່ການຄັດເລືອກຂອງຕົນ. 1 2
|
|
|