ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 10:34:37    
ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ຢູ່​ຈີນ(ສຽງ)

cri Author: q

ໃນ​ທ້າຍ​ປີ2004,​ໂດຍອີງ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ກ່ຽວຂ້ອງ​ໃນ​ເວລາ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ,ຈີນ​ໄດ້​ອະນຸຍາດ​ໃຫ້​ທະນາຄານ​ທຶນ​ຕ່າງປະ​ເທດ​ເຮັດ​ທຸລະ​ກິດ​ເງິນ​ຢວນ​ຈີນ​ຢູ່​5​ຕົວ​ເມືອງ​ເຊັ່ນ​ປັກ​ກິ່ງ,ຊີ່​ອ່ານ,​ເສີນ​ຢາງ​ເປັນ​ຕົ້ນ.ນັບ​ມາ​ຮອດ​ປະຈຸ​ບັນ,ຕົວ​ເມືອງ​ທີ່​ຈີນ​ອະ​ນຸ​ຍາດ​ໃຫ້​ທະ​ນາ​ຄານ​ທຶນ​ຕ່າງປະ​ເທດ​ເຮັດ​ທຸລະ​ກິດ​​ເງິນ​ຢວນ​ຈີນໄດ້​ເພີ່ມ​ຂຶ້ນ​ຮອດ18​ເມືອງ.​ໃນ​ລາຍ​ກນ​ການ​ປະ​ຕິ​ຮູບ​ພາກ​ນີ້,ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​​ເລື່ອງ​ວ່າ:ທະນາຄານ​ທຶນ​ຕ່າງປະ​ເທດ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ຢູ່​ຈີນ.

ໃນ​ທ້າຍ​ປີ2001,​ໃນ​ເວລາ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ,ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ,​ພາຍ​ໃນ5​ປີ​ຂ້າງ​ໜ້າ,​ຈະໄຂ​ຕະຫຼາດ​ຂະ​ແໜງ​ການ​ທະນາຄານ​ເປັນ​ກ້າວໆ.​ເມື່ອ​ຮອດ​ທ້າຍ​ປີ​2006,​ທະ​ນາ​ຄານ​ທຶນ​ຕ່າງປະ​ເທດ​ເຮັດ​ທຸລະ​ກິດ​ຢູ່​ຈີນ​ຈະ​ບໍ່​ຖືກ​ຈຳກັດ​ໃນ​ດ້ານ​​ເຂດ​ແຄວ້ນ​ແລະ​ລັກ​ສະ​ນະ​ຂອງ​ລູກ​ຄ້າ.​ແຕ່​ນັ້ນ​ມາ,ບັນດາ​ທະນາຄານ​​ໃຫຍ່​ທຶນ​ຕ່າງ​ປະ​ເທດ​ລ້ວນ​ແຕ່​ໄດ້​ຕິດຕາມ​ຢ່າງ​ໃກ້​ຊິດ​ຕໍ່​ຂະ​ບວນ​ການ​ໄຂ​ປະຕູ​ຂອງ​ຂະ​ແໜງ​ການ​ທະ​ນາ​ຄານ​ຈີນ,ກຳ​ທຸກ​ໂອ​ກາດ​ທີ່​ສາ​ມາດ​ເຂົ້າ​ຕະຫຼາດ​ຂະ​ແໜງ​ການ​ການ​ທະນາຄານ​ຂອງ​ຈີນ.

ບໍລິສັດ​ການທະນາຄານຮົງ​ກົງ​ຊຽງ​ໄຮ້ຈຳກັດສາຂາ​ປັກ​ກິ່ງ​ແມ່ນ​ທະ​ນາຄາ​ນທຶນ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ການ​ອະນຸຍາດ​ກ່ອນ​ໝູ່ເຮັດ​ທຸລະ​ກິດ​ເງິນ​ຢວນ​ຈີນ​ຢູ່​ປັກ​ກິ່ງ.​ປະ​ຈຸ​ບັນ,​ທະ​ນາ​ຄານ​ດັ່ງ​ກ່າວ​ຍັງ​ໄດ້​ຮັບ​ການ​ອະນຸຍາດຕັ້ງ​ສາຂາ​ທະ​ນາ​ຄານ​ອີກ​ແຫ່ງ​ໜຶ່ງ​ຢູ່​ປັກ​ກິ່ງ.​ແລ້ວ​ກາຍ​ເປັນ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ແຫ່ງ​ທຳ​ອິດ​ທີ່​ມີ​ສອງ​ສາຂາ​ໃນ​ນະ​ຄອນ​ປັກ​ກິ່ງ.​ທ່ານ​ຕິ່ງ​ໂກ​ລຽງ ຜູ້​ວ່າ​ການ​ທະ​ນາ​ຄານ​ດັ່ງ​ກ່າວ​ເວົ້າ​ວ່າ:"ຖ້າ​ເປັນ​ໄປ​ໄດ້,​ພວກ​ເຮົາ​ຫວັງ​ຢາກ​ເປີດ​ສາ​ຂາ​ຫຼາຍ​ກວ່າ​ເກົ່າ,​ເພື່ອ​ຂະ​ຫຍາຍ​ຕາ​ໜ່າງ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ​ຕື່ມ​ອີກ."​

ເກືອບ​​ໃນ​ຂະນະດຽວ​ກັນ​ກັບ​ບໍລິສັດ​ການ​ທະນາຄານ​ຮົງ​ກົງ​ຊຽງ​ໄຮ້,ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​10​ກວ່າ​ແຫ່ງ​ເຊັ່ນທະນາຄານສັດ​ເຕີ​ສະ​ແຕນ​ດາດ​ອັງ​ກິດ​ຮົງ​ກົງຈຳ​ກັດ, ​ທະ​ນາ​ຄານ​ໂຕ​ກຽວ​ມີ​ຊູ​ບີ​ຊິ​ຍີ່​ປຸ່ນ,​ທະ​ນາຄານຊີ​ຕີ​ແບ​ງອາ​ເມ​ລິ​ກາ​ເປັນ​ຕົ້ນ,​ກໍ​ໄດ້​ຮ້ອງ​ຂໍ​ເຮັດ​ທະ​ລຸ​ກິດ​ເງິນ​ຢວນ​ຈີນ​ຢູ່​ຕົວ​ເມືອງ​ທີ່​​ໄຂ​ຕໍ່​ພາຍ​ນອກ​ໃໝ່.​ທ່ານ​ລຽງ​ຖຽນຈ່າວ ຜູ້​ວ່າການ​​ເຂດ​ຈີນ​ຂອງ​ທະ​ນາ​ຄານ​DBS​ແບງ​ສິງ​ກະ​ໂປ​ບອກ​ນັກ​ຂ່າວ​ວ່າ:"ຄັນ​ຢາກ​ພັດທະນາ​ຢູ່​ພາກ​ພື້ນ​ອາ​ຊີ,​ແນ່​ນອນ​ແລ້ວ​ວ່າ,​ຈີນ​ແມ່ນ​ບ່ອນ​ທີ່​ມີ​ກຳລັງ​ດູດ​ດຶງ​​ແຮງກວ່າ​ໝູ່​ແລະ​ກໍ​ແມ່ນ​ຕະຫຼາດ​ທີ່​ໃຫຍ່​ກວ່າ​ໝູ່."

1  2