ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-01 10:34:37    
ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ຢູ່​ຈີນ(ສຽງ)

cri Author: q

ຕາມ​ໄດ້​ຊາບ,ພາຍ​ໃນ​​ເວລາ​ບໍ່​ຮອດສອງ​ເດືອນຫຼັງຈາກ​ຈີນ​ປະກາດ​ລາຍ​ຊື່​ຕົວ​ເມືອງ​ງວດ​ຫຼ້າ​ສຸດ​ທີ່​ໄຂ​ຕະຫຼາດ​ທຸລະ​ກິດ​ເງິນ​ຢວນ,ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການ​ການ​ທະ​ນາ​ຄານ​ຈີນ​ໄດ້​ອະນຸ​ມັດ​ທະ​ນາ​ຄານ​ທຶນ​ຕ່າງປະ​ເທດ​8​ແຫ່ງ​ເຮັດ​ທຸ​ລະ​ກິດ​ເງິນ​ຢວນ​ຈີນ​ຢູ່​ຕົວ​ເມືອງ​ໄຂ​ປະ​ຕູ​ໃໝ່,​ເຮັດ​ໃຫ້​ຍອດ​ຈຳ​ນວນ​ອົງ​ການ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ທີ່​​ໄດ້​ຮັບ​ອະ​ນຸ​ຍາດ​​ເຮັດ​ທຸ​ລະ​ກິດ​ເງິນ​ຢວນ​ຢູ່​ຈີນ​ໄດ້​ບັນລຸ​116​ແຫ່ງ.​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປະ​ຈຸ​ບັນ,​ຍອດ​ມູນ​ຄ່າ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ຢູ່​ຈີນ​ໄດ້​ລື່ນ​ກາຍ​65​ຕື້​ໂດ​ລາ​ສະ​ຫະ​ລັດ,ກວມ​ປະ​ມານ​1,8%​ຂອງ​ຍອດ​ມູນ​ຄ່າ​ຊັບ​ສິນ​ອົງ​ການ​ການ​ເງິນ​ຂອງ​ຂະ​ແໜງ​ການ​ການ​ທະ​ນາ​ຄານ​ຈີນ.

ນອກຈາກ​ຕັ້ງສາຂາ​ອົງການ​ ​ຢູ່​ຈີນ​ແລ້ວ,ທະນາຄານ​ທຶນ​ຕ່າງປະ​ເທດ​ຍັງ​ໃຊ້​ຮູບ​ການ​ເຂົ້າ​ຮ່ວມ​ຫຸ້ນ​ສ່ວນ​ທະນາຄານທຶນ​ຈີນ​ຂະໜາດ​ນ້ອຍ​ແລະ​ຂະ​ໜາດ​ກາງ​ເພື່ອ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ຈີນ.ປະຈຸ​ບັນ,​ໄດ້​ມີ​9ທະນາຄານ​ທຶນ​ຈີນ​ໄດ້​ຮັບ​ເອົາ ​ຫຸ້ນ​ສ່ວນ​ຂອງ​ທຶນ​ຕ່າງ​ປະ​ເທດ.​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ໄດ້​ອີງ​ໃສ່​ທະ​ນາ​ຄານ​ທຶນ​ຈີນທີ່​ໄດ້​ສ້າງ​ຕາ​ໜ່າງ​ ​ທຸ​ລະ​ກິດ​ທະ​ນາ​ຄານ​ຢ່າງ​ກວ້າງ​ຂວາງ,​ເຂົ້າ​ສູ່​ຕະ​ຫຼາດ​ຈີນ​ແລະ​ເປີດ​ກວ້າງ​ໂກ​ຕາ​ຂອງ​ຕົນ. ທ່ານ​ລີ​ຢາງ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ທະ​ນາ​ຄານ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງ​ຄົມ​ຈີນ​ໄດ້​ຕີ​ລາຄາ​ວ່າ: "​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ໄດ້​ເຫັນ​​ແລ້ວ​ວ່າ​ຈີນ​ໄດ້​ກາຍ​ເປັນ​ແລະ​ໃນ​ໄລ​ຍະ​ໜຶ່ງ​ໃນ​ພາຍ​ໜ້າ​ຍັງ​ຄົງ​ກາຍ​ເປັນ​ຈຸດ​ເພີ່ມ​ຜົນ​ກຳ​ໄລ່​ສຳຄັນ​ຈຸດ​ໜຶ່ງ​​ໃນທົ່ວ​ໂລກ​.ສະ​ນັ້ນ,ພວກ​ເຂົາ​ເຈົ້າ​ຈິ່ງ​​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ພັດ​ທະ​ນາ​ທຸລະ​ກິດ​ຢູ່​ຈີນ."​

ເມື່ອ​ປະ​ເຊີນ​ກັບ​ການ​ແກ່ງ​ແຍ່ງ​ຂອງ​ທະນາຄານທຶນ​ຕ່າງປະ​ເທດ,ທະນາຄານ​ຈີນ​ຫຼາຍ​ແຫ່ງ​ກໍ​ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ,ຍົກ​ກຳລັງ​​ແກ່ງ​ແຍ່ງ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຕົວ​ຢ່າງ​,ຫຼາຍ​ທະ​ນາ​ຄານ​ຈີນ​ໄດ້​ວາງ​ຜະລິດ​ຕະພັນ​ປະດິດ​ສ້າງ​ໃໝ່​ຕ່າງໆ​ເພື່ອ​ດູດ​ດຶງ​ເອົາ​ລູກ​ຄ້າ,​ນີ້​ກໍ​ແມ່ນ​ມາດ​ຕະການ​ສຳຄັນ​ລາຍ​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າ.ຕາມ​ໄດ້​ຊາບ,​ເລີ່​ມ​ແຕ່​ວັນ​ທີ10​ມັງ​ກອນ​ປີ​2005​ເປັນ​ຕົ້ນ​ມາ,ພົນລະ​ເມືອງ​ຈີນ​ທີ່ຖື​ບັດ​ທະນາຄານ​ເງິນ​ຢວນຈີນທີ່ມີ​ເຄື່ອງ​ໝາຍ​ໄຊ​ນາ​ຢູ​ນຽນ​ເພ​ທີ່​ທະ​ນາ​ຄານ​ເຂດ​ໃນຈີນ​ຈຳໜ່າຍນັ້ນ,ກໍ​ສາມາດ​ຊົມ​​ໃຊ້ໂດຍ​ກົງ​ຢູ່ສ.​ເກົາ​ຫຼີ,​ໄທ​ແລະ​ສິງກະ​ໂປ​ໄດ້.​ການ​ໃຫ້​ຊາວ​ຈີນໃຊ້​ບັດ​ທະນາຄານຈີນ​ຢູ່​ຕ່າງປະ​ເທດ​,​ເວົ້າ​ສຳລັບ​ທະນາຄານ​ຈີນ​ແລ້ວ,​ຄວາມ​ໝາຍ​ສຳ​ຄັນ​ກວ່າ​ໝູ່​ແມ່ນທະນາຄານ​ຈີນ​ສາມາດ​ສວຍ​ໂອກາດ​ນີ້​ສະໜອງ​ການ​ບໍລິການ​​ໂດຍ​ກົງ​ແລະ​ຍິ່ງ​ມີ​ລັກ​ສະ​ນະ​ທົ່ວ​ໃຫ້​ແກ່​ລູກ​ຄ້າ​ທີ່​ຖືບັດ​ທະນາຄານຊະນິດ​ນີ້.ທ່ານ​ຊູ​​ເຄີ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ຂະ​ແໜງ​ການ​ທຸ​ລະ​ກິດ​ທະ​ນາ​ຄານ​ສ່ວນ​ບຸກຄົນ​ຂອງ​ທະ​ນາ​ຄານ​ການ​ກໍ່​ສ້າງ​ຈີນ​ເວົ້າ​ວ່າ:"ການ​ບໍ​ລິ​ການ​ໃຊ້​ບັດ​ທະ​ນາ​ຄານ​ຈີນ​ຢູ່​ຕ່າງ​ປະ​ເທດ,​ທີ່​ຈິງ​ແລ້ວ​ໄດ້​ອຳ​ນວຍ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ທະ​ນາ​ຄານ​ຈີນ​ຂະ​ຫຍາຍ​ການ​ບໍ​ລິ​ການ​ໃຫ້​ລູກ​ຄ້າຂອງ​ຕົນ."

ບຸກຄົນ​ຂະ​ແໜງການການ​ທະນາຄານ​ເວົ້າ​ວ່າ,ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ໄວ​ວາ​ຢູ່​ຈີນ,​ໄດ້​ນຳ​ເອົາ​ການ​ແກ່ງ​ແຍ່ງ​ມາ​ໃຫ້​ທະ​ນາ​ຄານ​ຂອງ​ຈີນ,​ທັງ​ໄດ້​ຊຸກ​ຍູ້​ທະ​ນາ​ຄານ​ຂອງ​ຈີນ,​ໂດຍປະ​ເຊີນ​ກັບ​ຕະ​ຫຼາດ​ທີ່​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຂະ​ແໜງ​ການ​ການ​ທະ​ນາ​ຄານ​ຂອງ​ຈີນ​ຈະ​ກ້າວ​ໄປ​ສູ່​ຄວາມສຸກ​ງອມ​​ເປັນ​ກ້າວໆ​ໃນ​ການ​ແກ່ງ​ແຍ່ງ,​ການ​ປະ​ຕິ​ຮູບ​ແລະ​ການ​ປະດິດ​ສ້າງ.


1  2