ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-07 14:17:13    
ນັກ​ກິລາ​ຈີນ​ທ້າ​ທາຍ​ກັບ​ງານ​ແຂ່ງ​ຂັນ​ລົດ​ຍົນ​ຣາ​ລີ​ດາ​ກາຣ໌​ສາ​ກົນ(ພາບ)(ສຽງ)

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ເມື່ອ​ໄດ້​ແຂ່ງຂັນ​ກັນແລ່ນ​ໃນ​ໄລຍະ​ທາງ​ 9000 ກວ່າ​ກິ​ໂລ​ແມັດ​ແລ້ວ, ງານ​ແຂ່ງຂັນ​ລົດ​ຍົນຣາລີ​ດາ​ກາຣ໌ສາກົນ​ຄັ້ງທີ 27 ທີ່​ດຳ​ເນີນ 17 ມື້ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 16 ມັງ​ກອນ. ນັກ​ກິລາ​ຈີນ 4 ຄົນ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງຂັນລົດຍົນຣາ​ລີ​ດັ່ງ​ກ່າວ​ທີ່​ລຳ​ບາກ​ກວ່າ​ໝູ່​ແລະ​ມີ​ສະ​ເໜ​ກວ່າ​ໝູ່​ໃນ​ໂລກ,​ ໃນ​ນັ້ນທ້າວ​ລູນິງຈຸນ ທ້າວ​ໂຈ​ວ​ຢົງ​ແລະ​ທ້າວ​ສິ​ລ້າງ​ຂອງ​ທີ​ມລົດ​ນິດ​ສັນ ພາລາ​ດິນ​ໄດ້​ສຳ​ເລັດ​ການ​ແຂ່ງຂັນ​​ແຕ່ຕົ້ນຕະຫຼອດ​ປາຍ​ແລະ​ໄດ້​ຮັບ​ຜົນ​ງານ​ດີ​ສົມ​ຄວນ. ​ໃນ​ລາຍ​ການ​​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະ​ກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ນັກ​ກິລາ​ຈີນ​ທ້າ​ທາຍ​ກັບ​ງານ​ແຂ່ງຂັນ​ລົດຍົນຣາ​ລີ​ດາ​ກາຣ໌​ສາ​ກົນ.


ທ້າວປີເຕີຮັນແຊນ ນັກກິລາຝຣັ່ງຂອງທີມລົດມີຊູບີຊີຊິງໄດ້ແຊມປຽນ

ງານ​ແຂ່ງຂັນ​ລົດຍົນຣາລີ​ດາ​ກາຣ໌ສາກົນ​ທີ່​​ເລີ່​ມຈັດຂຶ້ນ​ເມື່ອ​ປີ 1979 ຖືກ​ຖື​ເປັນ​ໜຶ່ງ​ໃນ​ງານ​ກິລາ​ທີ່​ມີ​ລັກສະນະ​ທ້າ​ທາຍ​ກວ່າ​ໝູ່​ແລະ​ມີ​ສະ​ເໜກວ່າ​ໝູ່​ໃນ​ໂລກ, ທ່ານ​ເທຍ​ຣີ ຊາ​ບີນ ຜູ່​ລິ​ເລີ່​ມຈັດງານ​ກິລາ​ດັ່ງກ່າວ​ເຄີຍ​ກ່າວ​ວ່າ: ​ເວົ້າສຳລັບ​ນັກ​ກິລາ​ທີ່​ຍັງບໍ່​ທັນ​ໄດ້​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ດັ່ງກ່າວ​ແລ້ວ, ​ໃນ​ຝັນ​ກໍ່​ຢາກ​ໄປ​ດາ​ກາຣ໌. ກໍ​ຍ້ອນ​ມີ​ຄວາມ​​ໄຟ່​ຝັນ​ແລະ​ມີ​ຄວາມ​ຫວັງ​ຕໍ່​ດາ​ກາຣ໌, ນັກ​ກິລາ​ຫຼາຍໆ​ຄົນ​ໄດ້​ຂັບ​ລົດ​ແລ່ນ​ຕາມທາງ​ແຂ່ງຂັນ​ເສັ້ນນີ້​ແຕ່​ປີ​​ແລ້ວ​ຫາ​ປີ​ໃໝ່​ຢູ່​ສະ​ເໝີ.

ງານ​ແຂ່ງຂັນ​ລົດຍົນຣາລີ​ດາ​ກາຣ໌ຄັ້ງນີ້​ໄດ້​ຈັດ​ໃຫ້​ມີ​ການ​ແຂ່ງຂັນສາມ​ປະ​ເພດ​ຄື​ ປະ​ເພດ​ລົດ​ຈັກ ປະ​ເພດ​ລົດສະໜາມ​ແລະປະ​ເພດ​ລົດ​ບັນທຸກ, ມີ​ລົດຍົນ 695 ຄັນ​ແລະ​ນັກ​ກິລາ 1250 ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ. ນັກ​ກິລາ​ເລີ່​ມຂັບ​ລົດ​​ອອກເດີນທາງ​ຈາກ​ບາ​​ເຊ​ລອນ​ແຫ່ງ​​ແອສ​ປາຍ​ໃນ​ວັນ​ທີ 31 ທັນວາ​ປີ 2004, ​ແລ່ນ​ຜ່ານ 5 ປະ​ເທດ​ຄື ​ແອ​ສປາຍ ມາ​ລົກ ​ໂມລີ​ຕາ​ນີ ມາ​ລີ​ແລະ​ເຊ​ເນ​ການ, ​ແລ່ນ​ຜ່ານ​ທະ​ເລ​ຊາຍ​ຊາ​ຮາຣາ, ​ໄປ​ເຖິງ​ດາ​ກາຣ໌ ນະຄອນ​ຫຼວງ​ເຊ​ເນ​ການ​ເຊິ່ງ​ເປັນ​ຈຸດ​ໝາຍ​ປາຍທາງ​ໃນ​ວັນ​ທີ 16 ມັງກອນ​ປີ 2005, ​ໄລຍະທາງແຂ່ງຂັນ​ຍາວ 9039 ກິ​ໂລ​ແມັດ. ​ໃນ​ທີ່​ສຸດ​ລົດ​ຍົນ​ທີ່​ສຳ​ເລັດ​ການ​ແຂ່ງຂັນ​ນັ້ນຍັງ​ເຫຼືອບໍ່​ຮອດ 1/3 ເຊິ່ງລວມທັງລົດ​ຍົນ​ທີ່​ຂັບ​ໂດຍ​ນັກ​ກິ​ລາ​ຈີນ 3 ຄັນ.


ນັກກິລາທີມລົດນິສຊັນ ພາລາດິນຈີນ

ທ້າວ​ໂຈ​ວຢົງ​ ນັກ​ກິລາ​ຈີນ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງຂັນ​​ເທື່ອ​ນີ້​ເປັນເທື່ອ​ທຳ​ອິດ, ຜົນ​ງານ​ລວມ​ຂອງ​ລາວ​ເປັນ​ທີ 19 ​ໃນ​ປະ​ເພດລົດສະໜາມ, ​ເຊິ່ງ​ໄດ້​ສ້າງ​ຜົນງານ​ດີ​ທີ່​ສຸດ​ຂອງ​ນັກ​ກິ​ລາ​ຈີນ​ໃນ​ປະຫວັດ​ງານ​ແຂ່ງຂັນ​ລົດຍົນຣາລີ​ລະດັບ​ສູງ​ໃນ​ໂລກ, ກໍ່​ແມ່ນ​ຜົນ​ງານ​ດີກ​ວ່າ​ໝູ່​ຂອງ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ລົດຍົນຣາລີ​​ເທື່ອ​ທຳ​ອິດ. ທ້າວ​ສິ​ລ້າງ ນັກ​ກິລາ​ຈີນ​ອີກ​ຜູ່​ໜຶ່ງ​ເປັນ​ທີ 44, ທ້າວ​ລູນິງຈຸນ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຄັ້ງທີ​ສອງ, ​ເປັນ​ທີ 56. ທ້າວ​ເມິ​ນກວງ​ຢວນ ນັກ​ກິ​ລາ​ຈີນ​​ໄດ້​ຕາງໜ້າ​ທີ​ມລົດຍົນ​ມິດ​ຊູ​ບີ​ຊີ ຣາລີ-ອາດ​ເຂົ້າຮ່ວມ​ງານ​​ແຂ່ງຂັນ​​ແຕ່​ປະ​ສົບ​ຄວາມ​ຫຼົ້ມ​​ແຫຼວ, ​​ໃນ​ໄລຍະທາງ​ຕອນ​ທີ 1 ຫາ​ຕອນ​ທີ 5, ລາວ​ໄດ້ຜົນ​ງານ​ດີຢູ່, ​ແຕ່​ຍ້ອນ​ລົດ​ຕິດ​ຂັດ, ຈຶ່ງ​ຈຳ​ເປັນ​ຕ້ອງ​ຖອນ​ອອກ​ຈາກ​ງານ​ແຂ່ງຂັນ​ແຕ່​ຕອນ​ທີ 6 ພຸ້ນ.

1  2